Top Ad

header ads

ຜູ້ຊາຍທີ່ມີເມຍຫຼາຍເຖິງ 39 ຄົນ ແລະລາວຍັງຄົ້ນຫາເມຍຢ່າງຕໍ່ເນື່ອງ ທັງລູກແລະຫຼານສະມາຊິກລວມເຖິງ 181 ຄົນ (ແກ້ໄຂສະຖິຕິ)



ພົບກັນກັບທ້າວ Ziona Chana ເປັນທີ່ເມຍຫຼາຍເຖິງ 39 ຄົນ ລູກອີກ 94 ຄົນ ແລະຫຼານອີກ 33 ຄົນ ສະມາຊິກລວມທັງໝົດ 181 ຄົນ ກາຍເປັນຄອບຄົວທີ່ໃຫຍ່ທີ່ສຸດໃນໂລກ
ທ້າວ Ziona Chana ບອກກັບສໍານັກຂ່າວ The sun ວ່າ ລາວຮູ້ສຶກຄືເປັນລູກຄົນພິເສດຂອງພະເຈົ້າ ແລະພະເຈົ້າໃຫ້ລາວມີໂອກກາດໄດ້ເບິ່ງແຍງຄົນຢ່າງຈຳນວນຫຼວງຫຼາຍ ລາວຖືວ່າລາວເປັນຄົນທີ່ໂຊກຫຼາຍທີ່ໄດ້ເປັນສາມີຂອງເມຍທັງ 39 ຄົນ ແລະເປັນເສົາຫຼັກຂອງຄອບຄົວທີ່ໃຫຍ່ທີ່ສຸດໃນໂລກ
ເລື່ອງນີ້ບໍ່ມີບັນຫາເພາະພວກເຂົາທັງໝົດໄດ້ອາໃສຢູ່ໃນແມນຊັ້ນຂະໜາດໃຫຍ່ຈຳນວນ 100 ຫ້ອງ ເທິງເນີນເຂົາຂອງໝູ່ບ້ານ Baktwang ໃນລັດມິໂຊລໍາ ທີ່ປະເທດອິນເດຍ
ເມຍທັງ 39 ຄົນ ຈະອາໃສຢູ່ໃນຫ້ອງດຽວໃຫ້ບັນຍາກາດຄືກັບນອນໃນຫ້ອງພັກ ມີການຈັດວາງລະບົບຫ້ອງໄວ້ຢ່າງດີ ແລະຍັງມີການຕັ້ງກົດລະບຽບໃນຄອບຄົວນຳ, ເຊິ່ງມີກົດວິໃນຢ່າງເຂັມງວດຄ້າຍຄືກັບທະຫານ ໂດຍທີ່ເມຍຄົນທີ່ເຖົ້າສຸດແມ່ນນາງ Zathiangi ຈະເປັນຜູ້ທີ່ມອບໝາຍໜ້າທີ່ຄົວເຮືອນໃຫ້ກັບເມຍຄົນອື່ນໆ ຕັ້ງແຕ່ເຮັດຄວາມສະອາດ ຊັກເຄື່ອງແລະເຮັດອາຫານ
ອາຫານໜຶ່ງມື້ຈະຕ້ອງມີປະລິມານຢ່າງຫຼວງຫຼາຍສາມາດຮອງຮັບສະມາຊິກໃນຄອບຄົວ ເຊັ່ນໄກ່ 30 ໂຕ ມັນຝະລັງ 60 ກິໂລກະກຼາມ ແລະຂ້າວອີກ 100 ກິໂລກຼາມ ໂດຍທີ່ລູກຊາຍຂອງລາວບອກວ່າ ສ່ວນຫຼາຍແລ້ວພວກເຂົາຈະແຕ່ງງານກັບຜູ້ຍິງທີ່ທຸກຍາກໃນໝູ່ບ້ານ ເພື່ອທີ່ຈະໄດ້ເບິ່ງແຍງພວກລາວແລະເຮັດໃຫ້ມີຊີວິດຄວາມເປັນຢູ່ທີ່ດີຫຼາຍຂຶ້ນ
ທ້າວ Ziona Chana ຍັງເປັນຫົວໜ້າຫຼັກທາງສາດສະໜາໃນໝູ່ບ້ານທີ່ສະມາຊິກເຖິງ 4,000 ຄົນ ໂດຍລາວໄດ້ຢືນຢັນວ່າການຊອກຫາເມຍຂອງລາວຄົງຈະບໍ່ໄດ້ຢຸດຢູ່ຊຳນີ້ຢ່າງແນ່ນອນ





ຂໍຂອບໃຈທີ່ມາ: Dailymail

Ad