Top Ad

header ads

3 ສູດນ້ຳດີທ໋ອກເຄື່ອງດື່ມເພື່ອສຸຂະພາບດີ


ໃຜ​ຢາກ​ມີ​ສຸຂະພາບ​ດີ​ ນອກ​ຈາກ​ຈະ​ກິນ​ຄີນ​ແລ້ວ​ ລອງ​ຫາ​ເຄື່ອງ​ດື່ມ​ທີ່​ດີ​ທັອກ​ໃຫ້​ຂັບ​ຂອງ​ເສຍ​ໃນ​ຮ່າງກາຍ​ຂອງ​ເຮົາ​ອອກ​ ມາ​ເພື່ອ​ໃຫ້​ ສຸຂະພາບ​ດີ​ກັນ​ດີກວ່າ​ ມື້​ນີ້​ຈະ​ມາ​ແນະ​ນຳ​ 3 ສູດ​ ເປັນ​ສູດ​ດີ​ທັອກ​ດ້ວຍ​ໝາກໄມ້​ຫລື​ສູດ​ດີ​ທ໋ອກ​ລົດ​ຄວາມ​ຕຸ້ຍ  ເປັນ​ລົດ​ໝາກໄມ້​ ທັງ​ເນື້ອ​ນຽນ​ລະອຽດ​ ມີ​ຄວາມ​ຫວານ​ຈາກ​ທຳມະຊາດ​ ແຖມ​ຍັງ​ໄດ້​ປະໂຫຍດລອງ​ເຮັດ​ກິນ​ເບິ່ງເດີ


1. ນ້ຳ​ເລ​ດີ້​ (Lady) 
ນ້ຳ​ເລ​ດີ້​ ພຽງແຕ່​ຊື່​ກໍ​ເດົາ​ໄດ້​ວ່າ​ຕ້ອງ​ເໝາະ​ສຳລັບ​ສາວ​ໆ​ ແນ່ນອນ​ສ່ວນ​ປະສົມ​ໃສ່​ຜັກ​ 1 ຊະນິດ​ ຄື​ ໝາກແຕງ ແລະ ​ໝາກໄມ້​ 3 ຊະນິດ​ ໄດ້​ແກ່​ ບີທູດ,​ ເລມ​ອນ​ ແລະ​ ແອັບ​ເປີ້ນ​ ລົດ​ຊາດ​ສົ້ມ​ອົມ​ຫວານ​
  •  ສ່ວນ​ປະສົມ​ ນ້ຳ​ເລ​ດີ້​
ບີທູດ​ 1/4 ໜ່ວຍ​
ໝາກແຕງ​ 1 ໜ່ວຍ​
ເລມ​ອນ​ 1 ໜ່ວຍ​
ແອັບ​ເປີ້ນ​ 2 ໜ່ວຍ​
  •  ວິທີ​ເຮັດ​ນ້ຳ​ເລ​ດີ້​
ໃສ່​ສ່ວນ​ປະສົມ​ທັງ​ໝົດ​ລົງ​ໃນ​ເຄື່ອງ​ສະ​ກັດ​ນ້ຳ​ໝາກໄມ້​ ເທນ້ຳ​ທີ່​ໄດ້​ໃສ່​ແກ້ວ​


2. ນ້ຳ​ສາ​ລີ່​ (Cleansing Pear Juice)
ນ້ຳ​ສາ​ລີ່​ ແມ່ນ​ສີ​ຈະ​ເບິ່ງ​ຈືດ​ຊືດ​ແຕ່​ມີລົດຊາດ​ຫວານ​ອ່ອນ​ໆ​ ຂອງ​ສາ​ລີ່ ​ແລະ​ ມີລົດ​ເຜັດ​ຂອງ​ຂິງ​ ປະສົມ​ປະສານ​ກັບ​ລົດ​ຊາດ​ສົ້ມ​ຂອງ​ເລມ​ອນ​ອີກ​ 



  • ສ່ວນ​ປະສົມ​ ນ້ຳ​ສາ​ລີ່​
ສາ​ລີ່​ 1 ໜ່ວຍ​
ຂິງ​ປອກ​ເປືອກ​ 15 ກຮາມ​
ນ້ຳ​ເລມ​ອນ​ຄັ້ນ​ສົດ​ 1/2 ໜ່ວຍ​
ນ້ຳ​ຕົ້ມ​ສຸກ​ (ພັກ​ໃຫ້​ເຢັນ​) 20 ມິນ​ລິ​ລີດ​
  •  ວິທີ​ເຮັດ​ນ້ຳ​ສາ​ລີ່​
ໃສ່​ສາ​ລີ່​ ແລະ​ ຂິງ​ລົງ​ໃນ​ເຄື່ອງ​ສະ​ກັດ​ນ້ຳ​ໝາກໄມ້​ ເທ​ນ້ຳ​ທີ່​ໄດ້​ໃສ່​ແກ້ວ​ ໃສ່​ນ້ຳ​ເລມ​ອນ ​ແລະ​ ນ້ຳ​ຕົ້ມ​ສຸກ​ລົງ​ໄປ​ປະສົມ​ໃຫ້​ເຂົ້າ​ກັນ​ ແລະ ດື່ມ​ໄດ້​ເລີຍ​

3. ນ້ຳໝາກພິລາ (Pomegranate Gradation)
ພົບ​ກັບ​ເຄື່ອງ​ດື່ມ​ດີ​ທັອກ​​ເມ​ນູ​ສຸດ​ທ້າຍ​ຄື​ ນ້ຳ​ໝາກພິລາ ມີ​ສ່ວນ​ປະສົມ​ພຽງ 2 ຢ່າງ​ ຄື​ ສົ້ມ​ຂຽວ​ຫວານ​ກັບ​ໝາກພິລາ​ 
  •  ສ່ວນ​ປະສົມ​ ນ້ຳ​ໝາກພິລາ​
ສົ້ມ​ຂຽວ​ຫວານ​ 3 ໜ່ວຍ​
ໝາກພິລາ​ແກະ​ເອົາ​ແຕ່​ເມັດ​ 1 ໜ່ວຍ​
  •  ວິທີ​ເຮັດ​ນ້ຳ​ໝາກພິລາ​
ໃສ່​ສ່ວນ​ປະສົມ​ທັງ​ໝົດ​ລົງ​ໃນ​ເຄື່ອງ​ສະ​ກັດ​ນ້ຳ​ໝາກໄມ້​ ເທ​ນ້ຳ​ທີ່​ໄດ້​ໃສ່​ແກ້ວ​ແລະ​ດື່ມ​ເລີຍ​
ເຫັນ​ແບບ​ນີ້​ແລ້ວ​ຢ່າ​ລືມ​ໄປລ​ອງ​ເຮັດ​ກິນ​ເບິ່ງເດີ​ທຸກ​ຄົນ​


ທີ່ມາ  http://news.com.la/detail/15066
Ad