Top Ad

header ads

3 ປະຊາຊົນຊາວເຟສທີ່ຄົນຕິດຕາມຫຼາຍທີ່ສຸດໃນປະເທດລາວແມ່ນໃຜແດ່ ??? ມາເບິ່ງນຳກັນ…


3 ຜູ້ໃຊ້ເຟສບຸກທີ່ມີຄົນຕິດຕາມຫຼາຍທີ່ສຸດໃນປະເທດລາວ ຫຼື ທີ່ໄວລຸ້ນເອີ້ນກັນວ່າ “ເນັດໄອດອລ” ມີໃຜແດ່ມາເບິ່ງນຳກັນ
ຄົນທີ 1 : ຫຼ້ານ້ອຍ ພໍໃຈ (Larnoy PhoJai)
ລູກສາວຜູ້ໄທປາກຈັດຜູ້ຊຳນານດ້ານສວບແລະສັບທຸກຢ່າງທີ່ນາງບໍພໍໃຈ ສີປາກລະດັບ 4G
ເຈົ້າຂອງຜະລິດຕະພັນຄວາມສວຍຄວາມງາມແບຣນດ໌ “ພໍໃຈ (LN PhorJai)”
ຜູ້ຕິດຕາມຂອງນາງສູງເຖິງ 202,980 ຄົນ

ຄົນທີ 2 : ເທິ ຢູ່ນາ (Ther Una)
ບ່າວຜູ້ໄທ ຜູ້ຊຳນານດ້ານການສ້າງຄວາມແສບດາກແກ່ປະຊາຊົນເຈົ້າຂອງເພຈ ແລະ ຊ່ອງຢູທູບ ທີ່ຄົນຕິດຕາມຫຼາຍທີ່ສຸດໃນປະເທດລາວ
ຜູ້ສ້າງສັນຄລິບຂ່າວຜູ້ໄທນິວສ໌ອັນແສບດາກ, ໄຮ້ສາລະຄະດີ, ແຕະຂອບຟ້າ, ຜູ້ປັ້ນນັກຮ້ອງສາວສິລິພອນ ສີປະເສີດ, ນັກຂ່າວປາກ High Speed…
ຜູ້ຕິດຕາມທ້າວຊັດກາກເຖິງ 105,507 ຄົນ

ແລະຄົນທີ 3 : ຕ່າຍ ຄົນໃຈງ່າຍ (Taii Khon Jai Ngaiy)
ສາວລາວສາຍແຮງຕົງໆເຈັບແບບສະຕາຍຂີ້ຫັກໃນ ນັກຮ້ອງສາວສຽງແສບດາກທີ່ປະຊາຊົນລາວຮູ້ຈັກກັນດີ
ແລະຍັງເປັນແມ່ຄ້າສາວຜູ້ຂະຫຍັນ, ຕົວແທນຈຳໜ່າຍຜະລິດຕະພັນ ມາດາມ ລິຊ່າ ສາຂາ ສປປ ລາວຜູ້ຂາຍດິບຂາຍດີອີກຄົນໜຶ່ງ
ເຊິ່ງຜູ້ຕິດຕາມນາງກໍສູງເຖິງ 83,988 ຄົນ


ແລະສຸດທ້າຍທີ່ຢາກຝາກໄວ້ກໍຄື : ຄຸນຄ່າທີ່ແທ້ຈິງຂອງເຟສບຸກບໍແມ່ນຈຳນວນຜູ້ຂອງຜູ້ຕິດຕາມ ແຕ່ສຳຄັນທີ່ເຮົາໃຊ້ມັນເຮັດຫຍັງຕ່າງຫາກ
ແລ້ວ 3 ຄົນນີ້ພວກເຂົາເຮັດຫຍັງຈຶ່ງມີຄົນຕິດຕາມຫຼາຍປານນີ້ ທ່ານກໍລອງໄປສ່ອງເບິ່ງເຟສຂອງພວກເຂົາເອງເລີຍກະແລ້ວກັນເນາະ
ໂດຍ : ອົງເໜືອຫົວ

CR: UNADER.COM

Ad