Top Ad

header ads

" ເປີດເຜີຍຄະດີຍິງກັນຕາຍຄາລົດຟໍຈູນເນີ ໃນປີ 2014 ຢູ່ເສັ້ນທາງຕັດໃໝ່ໜອງບົວທອງ-ໜອງບຶກ "



ຄະດີຄາດຕະກໍາຊາຍອາຍຸ 31 ປີ ຄາລົດຟໍຈູນເນີ້ ຢູ່ເສັ້ນທາງ ຕັດໃໝ່ໜອງບົວທອງ-ໜອງບຶກ ໃນວັນທີ 10 ກັນຍາ 2014 ຜ່ານມາ, ທີ່ຫຼາຍຄົນເຫັນວ່າເປັນເຫດການຄາດຕະກໍາປຸ້ນຊັບ ເປັນຝີມືຂອງນ້ອງສາວ ( ລູກນ້າສາວ ) ເປັນຄົນຈ້າງແຜນຄາດຕະກໍາ ຍ້ອນເລື່ອງຄຽດແຄ້ນ. ຜ່ານການດໍາເນີນຄະດີມາຮອດວັນທີ 3 ເມສາ 2017, ຄະນະສານອາຍາ ສານປະຊາຊົນຂັ້ນຕົ້ນ ນະຄອນຫຼວງວຽງຈັນ ໄດ້ນໍາເອົາຄະດີຄາດຕະກໍາດັ່ງກ່າວມາຄົ້ນຄວ້າຕັດສິນ. ຜ່ານການຄົ້ນຄວ້າ ຄະນະສານໄດ້ຕັດສິນຈໍາເລີຍ 1 ຊື່ນາງ ອານິສາ ຫຼື ຫຼ້ານ້ອຍ ອາຍຸ 23 ປີ ຢູ່ບ້ານໜອງບົວທອງ ເມືອງສີໂຄດຕະບອງ ຈໍາຄຸກ 16 ປີ ປັບໃໝ່ 5 ລ້ານກີບ ແລະ ຕັດສິນທ້າວ ສົມພົງ ຈໍາຄຸກ 10 ປີ ປັບໃໝ່ 2 ລ້ານກີບ ໃນສະຖານຄາດຕະກໍາ.

ຜ່ານການໄຕ່ສ່ວນຂອງສານ, ນາງ ອານິສາ ( ຈໍາເລີຍ 1 ) ສາລະພາບໃນຫ້ອງປະຊຸມສານວ່າ: ທ້າວ ແກ້ວອຸດອນ ອາຍຸ 31 ປີ ( ຜູ້ເສຍຊີວິດ ) ຢູ່ບ້ານສີບຸນເຮືອງ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ເປັນພີ່ນ້ອງ ໂດຍມີສາຍຍາດເປັນລູກເອື້ອຍ-ລູກນ້ອງກັນ; ມາຮອດປີ 2014 ຈໍາເລີຍ 1 ໄດ້ຕິດຫຼິ້ນ ແລະ ຕິດການພະນັນ ເມື່ອເປັນແນວນັ້ນ, ທ້າວ ແກ້ວອຸດອນ ( ລູກປ້າ ) ຈຶ່ງບອກສອນໃນນາມເປັນອ້າຍ-ນ້ອງກັນ ເຮັດໃຫ້ນາງ ອານິສາຈໍາເລີຍ 1 ຄຽດແຄ້ນ. ຈຶ່ງໄດ້ຕິດຕໍ່ຫາທ້າວ ສົມພົງ ( ຈໍາເລີຍ 2 ) ທີ່ຮູ້ຈັກກັນທາງເຟສ໌ບຸກ ເພື່ອໃຫ້ຊອກຄົນມາຄາດຕະກໍາທ້າວ ແກ້ວອຸດອນ ໂດຍຈະໃຫ້ຄ່າຈ້າງ 10.000 ໂດລາສະຫະລັດ. ຈາກນັ້ນ, ທ້າວ ສົມພົງ ( ຈໍາເລີຍ 2 ) ໄດ້ໂທລະສັບຫາທ້າວ ແອັດ ( ຄົນໄທ ) ເພື່ອຈະຄາດຕະກໍາທ້າວ ແກ້ວອຸດອນ ໃນລາຄາ 500.000 ບາດ. ມາວັນທີ 7 ກັນຍາ 2014 ເວລາປະມານ 19:00 ໂມງ ຈໍາເລີຍ 1 ໄດ້ສົ່ງຮູບຂອງທ້າວ ແກ້ວອຸດອນ ພ້ອມກັບບອກຍີ່ຫໍ້ລົດ ແລະ ໝາຍເລກທະບຽນລົດ ໃຫ້ຈໍາເລີຍ 2 ເພື່ອນໍາໄປໃຫ້ທ້າວ ແອັດ ມືປືນເບິງເປົ້າໝາຍຄາດ ຕະກໍາໃນຄັ້ງນີ້. ມາວັນທີ 8 ກັນຍາ 2014 ທ້າວ ແອັດ ແລະ ທ້າວ ແຮັກ ( ຄົນໄທ ) ມືປືນ ເດີນທາງເຂົ້າມາລາວ, ໂດຍເຂົ້າມາທາງເມືອງສາລະຄາມ ແຂວງວຽງຈັນ ແລ້ວຈ້າງລົດຕູ້ໂດຍສານມາລົງຄີວລົດຢູ່ຕະຫຼາດສີໄຄ. ຈາກນັ້ນ, ຈໍາເລີຍ 2 ກໍຂີ່ລົດໄປຮັບເອົາມືປືນທັງສອງມາພັກຢູ່ເຮືອນພັກ ຕັ້ງຢູ່ບ້ານໂພນສະຫວາດເໜືອ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ເພື່ອລໍຖ້າລົງມືຄາດຕະກໍາທ້າວ ແກ້ວອຸດອນ. ພາຍຫຼັງທີ່ມືປືນມາຮອດ ແລ້ວນາງ ອານິສາ ໄດ້ເອົາຂໍ້ມູນ ແລະ ລາຍງານການເຄື່ອນໄຫວທ້າວ ແກ້ວອຸດອນ ໃຫ້ທ້າວ ສົມພົງ ( ຈໍາເລີຍ 2 ) ແລະ ມືປືນທຸກໆຊົ່ວໂມງ ເພື່ອຈະຊອກໂອກາດລົງມື.

ຮູບຈຳເລີຍທັງສອງ

ມາວັນທີ 10 ກັບຍາ 2014, ເວລາປະມານ 8:30 ໂມງ ນາງ ອານິສາ ( ຈໍາເລີຍ 1 ) ໄດ້ໂທລະສັບບອກໃຫ້ທ້າວ ສົມພົງ ( ຈໍາເລີຍ 2 ) ພາມືປືນໄປລໍຖ້າຢູ່ທາງຕັດໃໝ່ເຂດໜອງບົວທອງ-ໜອງບຶກ ເພາະຈະບອກທ້າວ ແກ້ວອຸດອນ ຜ່ານໄປເສັ້ນທາງດັ່ງກ່າວ. ຈາກນັ້ນ, ຈໍາເລີຍ 2 ໄດ້ບ່ອກໃຫ້ທ້າວ ແອັດ ແລະ ທ້າວ ແຮັກ ຂີ່ລົດຈັກສະກຼຸບປີ ສີແດງ ບໍ່ມີປ້າຍ. ສ່ວນຈໍາເລີຍແມ່ນຈະຂີ່ລົດຮຸນໄດ ສີປອນ ໝາຍເລກທະບຽນ 1333 ກໍາແພງນະຄອນ ນຳທາງໄປບ່ອນ ທີ່ເປົ້າໝາຍຈະເດີນທາງຜ່ານໄປ.

ພາຍຫຼັງທ້າວ ແກ້ວອຸດອນ ຂີ່ລົດອອກຈາກເຮືອນ, ນາງ ອານິສາ ໄດ້ໂທຫາມືປືນວ່າ: ເປົ້າໝາຍໄດ້ອອກໄປແລ້ວ, ລໍຖ້າໄດ້ໄລຍະໜຶ່ງ ກໍເຫັນທ້າວ ແກ້ວອຸດອນ ຄ່ອຍຂີ່ລົດລຽບແຄມທາງມາບ່ອນນັດໝາຍ. ຈາກນັ້ນ, ທ້າວ ແອັດ ແລະ ທ້າວ ແຮັກ ໄດ້ຂີ່ລົດຈັກໄປຮຽງຂ້າງ ແລ້ວຍິງ ປືນໃສ່ທ້າວ ແກ້ວອຸດອນ ຈໍານວນຫຼາຍລູກ ເຮັດໃຫ້ລູກປືນຖືກທ້າວ ແກ້ວອຸດອນ ຈົນເສຍຊີວິດ ເຮັດໃຫ້ລົດຂອງທ້າວ ແກ້ວອຸດອນ ເສຍ ຫຼັກລົງທົ່ງນາ.

ສ່ວນມືປືນທັງສອງກໍພາກັນຂີ່ລົດກັບໄປບ້ານພັກ ພ້ອມທັງໄດ້ໂທລະສັບລາຍງານໃຫ້ທ້າວ ສົມພົງ ແລະ ນາງ ອານິສາ ວ່າສໍາເລັດແລ້ວ. ຫຼັງຈາກນັ້ນ, ທ້າວ ສົມພົງ ( ຈໍາເລີຍ 2 ) ໄດ້ບອກ ໃຫ້ມືປືນໜີກັບໄປປະເທດໄທ. ສ່ວນເງິນຈະໂອນໃຫ້ຕາມຫຼັງ. ເມື່ອນາງ ອານິສາ ( ຈໍາເລີຍ 1 ) ໄດ້ຮູ້ວ່າທ້າວ ແກ້ວອຸດອນ ເສຍຊີວິດແລ້ວ ກໍໂທ ລະສັບຕົວະນາງ ມະໂນລາ ຫຼື ອ່ອດ ( ເອື້ອຍຮັກ ) ວ່າ: ໃຫ້ມາຮັບເອົາຈໍາ ເລີຍຢູ່ເຮືອນ ເພື່ອໄປເອົາເງິນນໍາທ້າວ ໝອມ ຢູ່ເຂດບ້ານໜອງບຶກ ຫາກໄດ້ແລ້ວຈະໃຊ້ໜີ້ ຈຸດປະສົງແມ່ນເພື່ອ ຈະໄປເບິ່ງທ້າວ ແກ້ວອຸດອນ ເສຍຊີວິດແທ້ ຫຼື ບໍ່.

ພາຍຫຼັງໄປຮອດນາງ ອານິສາ ໄດ້ບອກໃຫ້ປະຊາຊົນທີ່ຢູ່ໃນສະຖານ ທີ່ເກີດເຫດທຸບແວນລົດ ເພື່ອປົດລັອກ ແລ້ວບອກໃຫ້ປະຊາຊົນຢູ່ໃນ ສະຖານທີ່ເກີດເຫດໃຫ້ອຸ້ມເອົາທ້າວ ແກ້ວອຸດອນອອກຈາກລົດ ມາປະໄວ ແຄມທາງ ເມື່ອສັງເກດເຫັນວ່າເສຍຊີວິດແລ້ວ ນາງ ອານິສາ ( ຈຳເລີຍ 1 ) ໄດ້ໂທຫາພໍ່-ແມ່ ແລະ ເອື້ອຍຂອງທ້າວ ແກ້ວອຸດອນ ມາ. ຫຼັງຈາກນັ້ນ, ຈໍາເລີຍ 1 ກັບໄປປ່ຽນເຄື່ອງຢູ່ເຮືອນທີ່ບ້ານໜອງບົວທອງ ແລ້ວກັບມາ ບ່ອນເກີດເຫດອີກ. ເມື່ອມາຮອດຍັງບໍ່ເຫັນພໍ່-ແມ່ຂອງທ້າວ ແກ້ວອຸດອນ ມາເທື່ອ ຈຶ່ງໄດ້ກັບເມື່ອເຮືອນອີກຄັ້ງທີ 2. ພາຍຫຼັງໄປຮອດເຮືອນໄດ້ປະ ມານ 30 ນາທີ ພໍ່ຂອງທ້າວ ແກ້ວອຸດອນ ໂທໃຫ້ມາຫາຢູ່ບ້ານເກີດເຫດ ພໍໄປຮອດກໍຖືກເຈົ້າໜ້າ ທີ່ກັກຕົວໄປສອບສວນຂະຫຍາຍຜົນ ຈົນສາມາດກັກຕົວທ້າວ ສົມພົງ ມາດໍາເນີນຄະດີ.



ຂໍ້ມູນຈາກ: ຫນັງສືພິມຄວາມສະຫງົບ
Ad