Top Ad

header ads

ປກສ ແຂວງບໍລິຄຳໄຊ ລົງປັບປຸງ ປກສ ບ້ານຢູ່ 3 ຕົວເມືອງ



 ລະຫວ່າງວັນທີ 4-11 ກໍລະກົດຜ່ານນີ້ທີມງານຫ້ອງຄຸ້ມຄອງ ສຳມະໂນຄົວ ແລະກໍ່ສ້າງຮາກຖານ ປກສ ແຂວງບໍລິຄຳໄຊນຳໂດຍທ່ານ ພັນໂທ ສຳລານ ກາສີແສງເພັດ ຄະນະພັກກອງບັນຊາການຫົວໜ້າຫ້ອງຄຸ້ມຄອງສຳມະໂນຄົວ ແລະກໍ່ສ້າງຮາກຖານ ປກສ ແຂວງ
ໄດ້ລົງເຄື່ອນໄຫວກວດກາ, ປັບປຸງ ປກສ ບໍລິການປະຊາຊົນ ແລະປກສ ບ້ານ ຢູ່ 3 ຕົວເມືອງຄື: ເມືອງຄຳເກີດ, ເມືອງວຽງທອງ ແລະເມືອງປາກກະດິງ ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ວັນວິໄລ ແດນພູຫຼວງ ຄະນະປະຈຳພັກແຂວງ ເລຂາພັກເມືອງ-ເຈົ້າເມືອງໆຄຳເກີດ, ທ່ານ ພັນໂທ ຄຳໃບ ສຸວັນນະໂຄດ ຄະນະພັກ ຮອງຫົວໜ້າກອງບັນຊາການ ປກສ ແຂວງ, ມີບັນດາຫົວໜ້າກອງບັນຊາການ ປກສ ເມືອງ ແລະເຈົ້າໜ້າທີ່ ປກສ ບໍລິການປະຊາຊົນ, ປກສ ບ້ານ, ເລຂາພັກບ້ານ-ນາຍບ້ານເຂົ້າຮ່ວມ.
     ຈຸດປະສົງຫຼັກໃນການລົງເຄື່ອນໄຫວຄັ້ງນີ້ກໍເພື່ອເປັນການເພີ່ມທະວີວຽກງານສະກັດກັ້ນ ແລະແກ້ໄຂປາກົດການຫຍໍ້ທໍ້ໃນສັງຄົມ, ການຈົດທະບຽນຄຸ້ມຄອງສຳມະໂນຄົວຄົນລາວ ແລະຄົນຕ່າງດ້າວ, ການສ້າງຄອບຄົວ ແລະບ້ານປ້ອງກັນຄວາມສະຫງົບດີ, ການຄຸ້ມຄອງເປົ້າໝາຍ ແລະອື່ນໆ.
     ຈາກນັ້ນບັນດາຜົນສຳເລັດ ທັງປະລິມານ ແລະຄຸນນະພາບ ໃນໂອກາດນີ້ຜູ້ເຂົ້າຮ່ວມໄດ້ຮັບຟັງຄໍາເຫັນໂອ້ລົມ ແລະໃຫ້ທິດຊີ້ນຳຈາກທ່ານ ທ່ານ ວັນວິໄລ ແດນພູຫຼວງ ຄະນະປະຈຳພັກແຂວງ ເລຂາພັກເມືອງ-ເຈົ້າເມືອງຄຳເກີດ ແລະທ່ານ ພັນໂທ ຄຳໃບ ສຸວັນນະໂຄດ ຮອງຫົວໜ້າກອງບັນຊາການ ປກສ ແຂວງບໍລິຄຳໄຊ ຊຶ່ງທ່ານທັງສອງໄດ້ເໜັ້ນໜັກໃຫ້ກຳລັງ ປກສ ບໍລິການປະຊາຊົນ ແລະ ປກສ ບ້ານ ພ້ອມອຳນາດການປົກຄອງບ້ານນຳເອົາແນວທາງນະໂຍບາຍຂອງພັກ-ລະບຽບກົດໝາຍຂອງລັດ ແລະແນວທາງ ປກຊ-ປກສ ລົງເຜີຍແຜ່ໃຫ້ແກ່ປະຊາຊົນບັນດາເຜົ່າໃຫ້ຮັບຮູ້ເຂົ້າໃຈ ແລະຫັນວຽກງານດັ່ງກ່າວກາຍເປັນວຽກງານຂອງທົ່ວປວງຊົນຮອບດ້ານ.


ທີ່ມາ ເສດຖະກິດ ສັງຄົມ
Ad