Top Ad

header ads

ວິທີ​ກິນ​ນ້ອຍ​ລົງ​ແຕ່​ອີ່ມ​ດົນ​ຂຶ້ນ! 3 ມື້​ ນ້ຳ​ໜັກ​ຫຼຸດ​ ໄຂ​ມັນ​ຫາຍ​



ສາວ​ໆ​ຫຼາຍ​ຄົນ​ຕິດ​ນິ​ໄສ​ການ​ກິນ​ຈຸບ​ຈິບ ​ ກິນ​ທັງ​ມື້​ບໍ່​ຂາດ​ປາກ​ ໂດຍ​ສະເພາະ​ສາວ​ໆ​ທີ່​ເຮັດວຽກ​ອັອບ​ຟິດ​ກົ້ນ​ນັ່ງ​ຕິດ​ຕັ່ງ ປາກ​ກໍ​ຫຍ້ຳ​ຕຸ້ຍ​ໆ​ ກິນ​ໄປ​ກິນ​ມາ​ຊັ່ງ​ນ້ຳ​ໜັກ​ອີກເທື່ອຫນຶ່ງ ຊັດ​ໄປ​ 5-10 ກິ​ໂລ​ ພໍ​ຄິດ​ຢາກ​ຈະ​ຫຼຸດ​ນ້ຳ​ໜັກ​ ກໍ​ຮູ້ສຶກ​ວ່າ​ຍາກ​ເຫຼືອ​ເກີນ​ ເຮັດ​ແນວໃດ​ກໍ​ບໍ່​ລົງ​ຈັກເທື່ອ​! ວິທີ​ທີ່​ເຮົາ​ເອົາ​ມາ​ຝາກ​ມື້​ນີ້​ອາດ​ຊ່ວຍ​ເຈົ້າ​ໄດ້​ ພຽງ​ແຕ່ປ່ຽນ​ “ພຶດຕິກຳ​ການ​ກິນ​” ເທົ່າ​ນັ້ນ​ບໍ່​ໄດ້​ໃຫ້​ອົດ​ຢາກ​ອາຫານ​ຕາມ​ສູດ​ຫຍັງ​ທັງ​ນັ້ນ​ແຫຼະ​ແລະ​ ຮັບຮອງ​ໄດ້​ເລີຍ​ວ່າ​ຫາກ​ສາວ​ໆ​ເຮັດ​ແບບ​ຈິງໆຈັງແລ້ວ​..ໄດ້​ຜົນ​ແນ່ນອນ​​!  ໄປ​ເບິ່ງ​ກັນ​ຊິ​ວ່າ​ຕ້ອງ​ເຮັດ​ແນວໃດ.​
ສາວ​ໆ​ ຫຼາຍ​ຄົົນທີ່​ຕິດ​ກິນ​ຈຸບ​ກິນ​ຈິບ​ ນັ້ນ​ບໍ່​ພໍ​ ບາງ​ຄົນ​ຍັງ​ແຖມ​ຄວາມ​ແຊບ​ເລີດ​ຂະນະ​ນັ່ງ​ກິນ​ອາຫານ​ຫລວງ​ຫລາຍ​ເທິງ​ໂຕະ​ທີ່ ​ແຊບ​ຈົນ​ຢຸດ​ບໍ່​ໄດ້​ຢູ່​ເລື້ອຍ​ໆ​ ຖ້າ​ບໍ່​ມີ​ໂອ​ກາດ​ໄດ້​ຊິມ​ເລື້ອຍ​ໆ​ ກໍ​ຄົງ​ບໍ່​ເປັນ​ຫຍັງ​ ແຕ່​ຖ້າ​ຕ້ອງ​ອອກ​ງານ​ຫລືຖືກ​ຊວນ​ມິດ​ຕິ້ງ​ເລື້ອຍ​ໆ​ ກໍ​ຢຸດ​ບໍ່​ໄດ້​ແລ້ວ​ ນັ້ນ​ກໍ​ໜ້າ​ກິນ​! ນີ້​ກໍ​ແຊບ​! ເມື່ອ​ທ່ຽງ​ກໍ​ຫາກໍ່​ຈະ​ຈັດ​ບຸ​ບ​ເຟ້​ໄປ​ ຈະ​ກິນ​ຢາ​ທີ່​ເຮັດໃຫ້​ບໍ່​ຫິວ​ດີ​ບໍ​ໜໍ​….ຢ່າ​ເລີຍ​! ມາລອງ​ວິທີ​ນີ້​ກັນ​ເບິ່ງ.​

ມື້​ເຊົ້າ​

• ດື່ມ​ນ້ຳ​ໃຫ້​ໄດ້​ 2-3 ແກ້ວ​ ໃນ​ທັນ​ທີ​ທີ່​ຕື່ນ​ນອນ​.
• ມື້​ເຊົ້າ​ຈະ​ກິນ​ຫຍັງ​ກໍ​ໄດ້​ຕາມ​ໃຈ​ເລີຍ​ ແຕ່​ຕ້ອງ​ກິນ​ພາຍ​ໃ​ນເຄີ່ງ​ຊົ່ວ​ໂມງ​ຫຼັງ​ຕື່ນ​ນອນ​.
• ສວາຍໆຫາກ້ວຍ​ຫອມ​ຈັກ​ 1 ໜ່ວຍ​ ກິນ​ຊະ​ ຈະ​ຊ່ວຍ​ໃຫ້​ເຮົາ​ອິ່ມ​ ມື້​ທ່ຽງ​ກໍ​ຈະ​ກິນ​ໄດ້​ນ້ອຍ​ລົງ.​

ມື້ທ່ຽງ

• ຫາ​ຫຍັງ​ທີ່​ຢູ່​ທ້ອງ​ແບບ​ບໍ່​ຕຸ້ຍຄື​ແປ້ງ​ນ້ອຍ​ໆ​ ​ກິນ​ຊ້າ​ໆ​ ເພາະ​ກິນ​ໄວ​ບາງ​ທີ​ເຮົາ​ເໝືອນ​ຈະ​ຍັງ​ບໍ່​ອິ່ມ​ ຕາມ​ດ້ວຍ​ຫມາກໄມ້​ປະ​ເພດສີດາ,​ ແຄນ​ຕາ​ລູບ​ ເພາະ​ຈະ​ເຮັດໃຫ້​ຮູ້ສຶກ​ອິ່ມ​ຫລາຍ ​ແລະ ດື່ມ​ນ້ຳ​ຫຼັງ​ມື້​ອາຫານ​ໃຫ້​ຫຼາຍ.​
• ຖ້າ​ຮູ້ສຶກ​ວ່າ​ອາຫານ​ໝົດ​ຈານ​ແລ້ວ​ຍັງ​ຫິວ​ ໃຫ້​ດື່ມ​ນ້ຳ​​ໄປ​ເລື່ອຍໆ​ ຈະ​ອິ່ມ​ເອງ​

ມື້​ບ່າຍ.​( 2-3ໂມງ)

• ສຳລັບ​ຄົນ​ກິນ​ຈຸບ​ຈິບ​ ໃຫ້​ເລີກ​ຈຸບ​ຈິບ​ ແລ້ວ​ແຢກ​ອອກ​ມາ​ເປັນ​ອີກ​ມື້​ ເລືອກ​ອາຫານ​ແບບ​ຄິດໄລ່​ແຄລໍ​ຮີເບິ່ງ​ ຖ້າ​ຕິດ​ກາ​ເຟລອງ​ດື່ມ​ກາ​ເຟ​ເຢັນ​ແບບ​ຫວານ​ນ້ອຍ​ ນົມ​ກໍ​ບໍ່​ຕ້ອງ​ຫລາຍ​ ສັ່ງ​ກາ​ເຟ​ແບບ​ບໍ່​ໃສ່​ນົມ​ຂົ້ນ​ຫວານ​ຈະ​ດີກວ່າ​ຫລື​ຖ້າ​ເປັນ​ຄໍ​ກາເຟ​ຮາ​ດ ​ຄໍ​ລອງ​ກາ​ເຟ​ດຳ​ເຢັນ​ແບບ​ບໍ່​ໃສ່​ນ້ຳ​ຕານ​ເບິ່ງ.​
• ລະຫວ່າງ​ນີ້​ຖ້າ​ຢາກ​ກິນ​ຫຍັງ​ຈຸບ​ຈິບ​ ລອງ​ກິນ​ພວກ​ຫມາກໄມ້​ແຄລໍຣີນ້ອຍ​ ແຕ່​ຫວານ​ ເຢັນ​ຊື່ນ​ໃຈ​ ໃຫ້​ພະລັງ​ງານ ​ແລະ​ ອິ່ມ​ທ້ອງ​ ຢ່າງ​ຫມາກຈຽງ,​ ແອັບ​ເປີ້ນ,​ ແຕງ​ໂມ.​

ມື້​ແລງ​

• ມື້​ແລງ​ຫ້າມ​ອົດເຂົ້າ​ເດັດ​ຂາດ​ ແຕ່​ປ່ຽນ​ໃຫ້ເປັນ​ມື້​ເບົາ​ໆ​ແທນ​ ລອງ​ເລືອກ​ນ້ຳ​ຂິງ​ແກ້ວ​ໃຫຍ່​ໄວ້​ເປັນ​ມື້​ຫຼັກ​ 1-2 ຈອກ​ ແລະ​ ດື່ມ​ຫຼັງ​ອາຫານ​ທີ່​ບໍ່​ມີ​ແປ້ງ​ຫລື​ມີ​ໃຫ້​ນ້ອຍ.​
• ຖ້າ​ພົບດິນ​ເນີ​ແບບ​ມີ​ແຕ່​ຂອງແຊບ​ ກໍ​ເລືອກ​ກິນ​ປະ​ເພດ​ ຍຳສ​ະລັດ​ ແລະ​ ຊີ້ນ​ສັດ​ທີ່​ບໍ່​ໄດ້​ທອດ​ ຈະ​ເຮັດໃຫ້​ອີ່ມ​ໄດ້​ດີ​ເລີຍ​ ດື່ມ​ນ້ຳ​ຫຼາຍໆ ​ແລະ​ ນັ່ງ​ກິນ​ຊ້າ​ໆ​ ຈະ​ຮູ້ສຶກ​ອິ່ມ​ໄດ້​ງ່າຍ​ກວ່າ​
ເປັນ​ຈັ່ງໃດ! ບໍ່​ຍາກ​ເລີຍ​ແມ່ນ​ບໍ​ ຢາກຈ່ອຍ ຢາກ​ງາມ​ສຸຂະພາບ​ດີ​ ລອງ​ເຮັດ​ຕາມ​ກັນ​ເບິ່ງ ແຕ່​ກໍ​ຕ້ອງຈ່ອຍ​ໃຫ້​ພໍ​ດີ​ຢ່າ​ຫັກ​ໂຫມ​ ຕາມ​ທີ່​ບອກ​ໄປ​ແລ້ວ​ກໍ​ບໍ່​ມີ​ຫຍັງ​ຍາກ​ເກີນ​ຄວາມ​ສາມາດ​ຂອງ​ສາວ​ໆ​ທຸກ​ຄົນ ​​ ພຽງ​ແຕ່​ຕ້ອງ​ເລີກ​ນິ​ໄສ​ກິນ​ຈຸບ​ຈິບ​ ອາຫານ​ຂີ້ເຫຍື້ອ​ພະລັງ​ງານ​ສູງ​ແຕ່​ຂາດ​ປະໂຫຍດ​ ທີ່​ສະ​ສົມ​ທັງ​ໄຂ​ມັນ​ ບໍ່​ມີ​ຫຍັງ​ດີ​ນອກ​ຈາກ​ “ແຊບ​ຢ່າງ​ດຽວ​” ຫັນ​ມາ​ກິນ​ອາຫານ​ດີ​ມີ​ປະໂຫຍດ​ຕໍ່​ສຸຂະພາບ​ກັນ​ດີກວ່າ.​


ທີ່ມາ http://news.com.la/detail/15825
Ad