Top Ad

header ads

ຫຼຸດຄ່າໃຊ້ຈ່າຍທີມ!!ມູກຽມຂາຍເລນັກເຕະ 4 ຊີວິດ



“ເດລີ ເຣັກຂອດ” ສື່ຂອງອັງກິດຕີຂ່າວ ໂຊເຊ ມູຣິນໂຢ ນາຍໃຫຍ່ ແມນເຊສເຕີ ຢູໄນເຕັດ ກຽມເລ ດາເລ ບລິນ, ຮວານ ມາຕາ, ບາສຕຽນ ສະວານສະໄຕເກີ ແລະ ມາກອສ ໂຣໂຮ ຫຼັງຈາກທີ່ເບິ່ງວ່າທັງໝົດເປັນສ່ວນເກີນ ກົງກັນຂ້າມກັບ ມາຣູຢານ ເຟໄລນີ ທີ່ເຂົາເບິ່ງວ່າຈະເປັນກຳລັງຫຼັກໃນແຜນ.

ໂຊເຊ ມູຣິນໂຢ ຜູ້ຈັດການທີມ ແມນເຊສເຕີ ຢູໄນເຕັດ ສະໂມສອນດັງຂອງ ພຣີເມຍລີກ ຕ້ອງການປ່ອຍ ດາເລ ບລິນ, ຮວານ ມາຕາ, ບາສຕຽນ ສະວານສະໄຕເກີ ແລະ ມາກອສ ໂຣໂຮ ອອກຈາກທີມ ຕາມການລາຍງານຂອງ ເດລີ ເຮັກຂອດ ສື່ຊື່ດັງຂອງເມືອງຜູ້ດີ.

ມູຣິນໂຢ ຕ້ອງການຫຼຸດຂະໜາດຂອງທີມໃຫ້ນ້ອຍລົງລະຫວ່າງຕະຫຼາດຊື້-ຂາຍນັກເຕະຊ່ວງຊຳເມີນີ້ ແລະ ຕັດສິນໃຈວ່າທັງ 4 ຄົນດັ່ງກ່າວເປັນສ່ວນເກີນຂອງທີມ ນອກຈາກນີ້ເຂົາຍັງຈະເກັບ ມາຣູຢານ ເຟໄລນີ ກອງກາງຂອງທີມໃຫ້ຢູ່ກັບທີມຕໍ່ໄປ ຫຼັງຈາກທີ່ເບິ່ງວ່າ ເຟໄລນີ ຈະເປັນກຳລັງສຳຄັນໃນແຜນງານຂອງຕົນ.

ສື່ດັ່ງກ່າວເສີມວ່າ ມູຣິນໂຢ ກຳນົດ 4 ຕົວຫຼັກໃນເກມບຸກເອົາໄວ້ແລ້ວໂດຍທີ່ ຊະລາຕັນ ອິບາຮິໂມວິດ ຈະຢືນເປັນກອງໜ້າຕົວເປົ້າ ຂະນະທີ່ ເວນ ຣູນີ ຈະເປັນມາເປັນໜ້າຕ່ຳສ່ວນ ອອງໂຕນີ ມາຊີຢານ ກັບ ເຮັນຣິກ ມາຄິຕາຢານ ຈະຮັບບົດເປັນປີກທັງ 2 ຝັ່ງ.


ທີ່ມາ ຄິດອອກ
Ad