Top Ad

header ads

ອັດຕາການຂາດສານອາຫານໃນເດັກອາຍຸລຸ່ມ 5 ປີຢູ່ລາວເຮົາຍັງມີຫລາຍ



  ກະຊວງສາທາລະນະສຸກ ໃຫ້ຮູ້ວ່າ:  ປັດຈຸບັນປະເທດເຮົາ ຍັງປະສົບກັບອັດຕາການຂາດ ສານອາຫານໃນເດັກອາຍຸຕ່ຳກວ່າ 5 ປີລົງມາສູງຫຼາຍເຊິ່ງມີເດັກປະມານ 360.000 ຄົນ ທີ່ມີພາວະການ ຂາດສານອາຫານແບບຊ້ຳເຮື້ອ(ເຕ້ຍ)ຈ່ອຍນ້ຳໜັກຫຼຸດມາດຕະ ຖານ ແລະ ອັດຕາການເປັນເລືອດຈາງໃນເດັກຕ່ຳກວ່າ 5 ປີສູງ ເຖິງ 41 % ແລະ ສູງເຖິງ 60 % ໃນເດັກອາຍຸຕ່ຳກວ່າ 2 ປີຕາມຂໍ້ມູນປີ 2012 ຢູ່ປະເທດເຮົາມີເດັກອາຍຸຕ່ຳກວ່າ 5 ປີ ເສຍ ຊີວິດສູງເຖິງ 17.300 ຄົນໃນ ນັ້ນຈຳນວນ 6.900 ຄົນ (40%) ທີ່ເສຍຊີວິດແມ່ນພົວ ພັນກັບການຂາດສານອາຫານ ແລະ ສະ ພາບການຂາດສານ ອາຫານແບບຊ້ຳເຮື້ອມີການພົວພັນຢ່າງ
ໃກ້ຊິດກັບລະດັບການສຶກສາຕ່ຳຍິ່ງໄປກວ່ານັ້ນການຂາດສານອາຫານຍັງເຮັດໃຫ້ມີຄ່າໃຊ້ຈ່າຍສູງຂຶ້ນເນື່ອງຈາກເດັກເຫຼົ່ານັ້ນມັກຈະເຈັບປ່ວຍເລື້ອຍໆອາດສົ່ງຜົນໃຫ້ແກ່ການສ້າງລາຍຮັບຂອງປະເທດຕ່ຳລົງ ແລະ ເພື່ອແກ້ໄຂບັນຫາດັ່ງ ກ່າວລັດຖະບານໄດ້ໃຫ້ບຸລິມະສິດແກ່ວຽກງານໂພຊະນາການໂດຍການສ້າງຕັ້ງຄະນະກຳມະ ການໂພຊະນາການແຫ່ງຊາດ ແລະ ກອງເລຂາໃນທຸກຂັ້ນເພີ່ມງົບປະມານ ແລະ ອຳນວຍຄວາມສະດວກ ຕ່າງໆໃນການປັບປຸງໂພຊະນາການຂອງປະຊາຊົນບັນດາເຜົ່າໃຫ້ດີຂຶ້ນອົງການຕ່າງໆທັງພາຍໃນ ແລະ ຕ່າງປະເທດກໍໄດ້ໃຫ້ການສະໜັບສະໜູນຊ່ວຍເຫຼືອທາງດ້ານທືນຮອນ ແລະ ວິຊາການເພື່ອແນ່ໃສ່ຫຼຸດຜ່ອນອັດຕາການຂາດສານອາຫານ ແລະ ກ້າວເຂົ້າສູ່ການບັນລຸເປົ້າໝາຍສະຫັດສະຫວັດດ້ານການພັດທະນາ ແລະ ເປົ້າໝາຍການທັດທະນາແບບຢືນຢົງໄປຄຽງຄູ່ກັບບັນດາປະເທດຕ່າງໆໃນທົ່ວໂລກເຊັ່ນດຽວກັບໂຄງການໂພຊະນະການໃນເດັກທີ່ພວມຈັດຕັ້ງປະຕິບັດຢູ່ໃນປັດຈຸບັນ.



ທີ່ມາ ລາວພັດທະນາ
Ad