Top Ad

header ads

ຖ້າຍັງບໍ່ຢາກເຖົ້າໄວ ຄວນຫຼີກລ່ຽງອາຫານ 5 ປະພດນີ້


ຄວາມ​ເຖົ້າ​ເປັນ​ສິ່ງ​ທີ່​ທຸກ​ຄົນ​ບໍ່​ ປາ­ຖະ­ໜາເພາະ​ນອກ­ຈາກ​ຈະເຮັດ​ໃຫ້​ຮ່າງ­ກາຍ​ເບິ່ງ​ບໍ່​ສວຍ​ງາມ​ແລ້ວ​ຄວາມ​ ເຖົ້າ​ຍັງ​ສົ່ງ​ຜົນ​ຕໍ່​ຄວາມໝັ້ນ​ໃຈ​ຂອງ​ເຮົາ​ໃຫ້​ຫຼຸດ​ລົງ​ດ້ວຍໂດຍ​ສະ­ເພາະ ​ແມ່ນ​ການ​ກິນ​ອາ­ຫານ ແລະ​ ອາ­ຫານ​ທີ່​ທຳ­ລາຍ​ຄວາມ​ເປັນ​ໜຸ່ມ​ສາວ​ທີ່​ຍິ່ງ​ກິນ​ຍິ່ງ​ເຖົ້າ​ນັ້ນ​ກໍ​ ປະ­ກອບ​ດ້ວຍ
  • ເຄື່ອງ​ດື່ມ​ທີ່​ມີ​ຄາ​ເຟ​ອີນ​ເຊິ່ງ​ ໄດ້­ແກ່: ກາ­ເຟ, ຊາ, ນ້ຳ​ອັດ​ລົມ ເນື່ອງ​ຈາກ​ຫຼຸດ​ການ​ດູດ​ຊຶມ​ຂອງ​ວິ­ຕາມິນ​ບີ ແລະ​ແຄນ​ຊຽມ ເຊິ່ງ​ເປັນ­ສານ​ຕ້ານ​ອະ­ນຸ​ມູນ​ອິດ­ສະ­ຫຼະ ຄື​ກັບ​ເຄື່ອງ​ດື່ມ​ທີ່​ມີ​ສ່ວນ​ປະ­ສົມ​ຂອງ​ທາດ​ເຫຼົ້າ.
  • ອາ­ຫານ​ທີ່​ມີ​ໄຂ­ມັນ​ສູງ: ໂດຍ​ສະ­ເພາະ​ໄຂ­ມັນ​ອີ່ມ​ຕົວ ເຊັ່ນ​: ອາ­ຫານ​ປະ­ເພດ​ຈືນ​ອື່ນໆ ອາ­ຫານ​ເມ​ນູ​ຂົ້ວ​ມັນໆ ເພາະ​ໄຂ­ມັນ​ດັ່ງ­ກ່າວ​ຈະ​ໄປ​ເພີ່ມ​ອະ­ນຸ​ມູນ​ອິດ­ສະ­ຫຼະ​ໃນ​ຮ່າງ­ກາຍ​ເຮັດ​ ໃຫ້​ເຖົ້າ​ໄວ​ຂຶ້ນ.
  • ອາ­ຫານ​ຈືນ​ຈາກ​ນ້ຳ­ມັນ​ເກົ່າ: ນ້ຳ­ມັນ​ທີ່​ຈືນ​ຊ້ຳ​ກັນ​ຫຼາຍໆ​ເທື່ອ ຈະ​ເຮັດ​ໃຫ້​ເກີດ​ການ​ປ່ຽນ­ແປງ​ທາງ​ເຄ​ມີ ເຮັດ​ໃຫ້​ເກີດ​ອະ­ນຸ​ມູນ​ອິດ­ສະ­ຫຼະ , ສານ​ກໍ​ເຄ​ມີ​ໃນ​ຮ່າງ­ກາຍ ຈິ່ງ​ເປັນ​ອັນ­ຕະ­ລາຍ ແລະ​ເຮັດ​ໃຫ້​ເຖົ້າ​ໄວ​ດ້ວຍ.
  • ອາ­ຫານ​ປິ້ງ​ໄໝ້: ອາ­ຫານ​ປະ­ເພດ​ນີ້ມ ສານ​ກໍ່­ໃຫ້­ເກີດ​ມະ​ເຮັງ ທີ່​ມີ​ຊື່­ວ່າ: ເບນ​ໂຊ​ໂພ​ຣີນ ຊຶ່ງ​ສົ່ງ​ຜົນ​ເສຍ​ແກ່​ຮ່າງ­ກາຍ ແລະ​ເຮັດ​ໃຫ້​ເຖົ້າ ໄວ​ຂຶ້ນ​ທີ່​ສຸດ.
  • ອາ­ຫານ​ໝັກ​ດອງ ແລະ​ ອາ­ຫານ​ທີ່​ປົນເປື້ອນ​ສານ­ພິດ: ອາ­ຫານ​ປະ­ເພດ​ນີ້​ມັກ​ຈະ​ເລັ່ງ ສານ​ຕະ​ກົ່ວ ແລະ​ ເຊື້ອ​ພະ­ຍາດ​ໃນ​ອາ­ຫານ​ທີ່ຂາຍ​ຕາມ​ທ້ອງ​ຕະ­ຫຼາດ​ແບບ​ບໍ່​ຖືກ​ຕາມ​ສຸ​ ຂະລັກ­ສະ­ນະ​ອັນ​ເປັນ​ບໍ່ເກີດ​ຂອງ​ອະ­ນຸ​ມູນ​ອິດ​ສະຫຼະ ແລະ​ບັ່ນ​ທອນ​ສຸ­ຂະ­ພາບ​ຄວາມ​ເຖົ້າ​ໃຫ້​ມາເຢືອນ.



ທີ່ມາ  http://news.com.la/detail/15731
Ad