Top Ad

header ads

ອາຫານ 5 ຊະນິດເພື່ອຂັດແຂ້ວຂາວທັງທຳມະຊາດທັງງ່າຍດາຍ.



ທ່ານກຳລັງຮູ້ສຶກວ່າແຂ້ວຂອງຕົນບໍ່ຂາວ ຫຼື ບໍ່? ໄປຂັດສີແຂ້ວກໍ່ເປັນເລື່ອງທີຫຍຸ້ງຍາກ. ທີ່ຈິ່ງແລ້ວມີອາຫານຈາກທຳມະຊາດທີ່ສາມາດ  ຊ່ວຍເຮົາກຳຈັດ ຫຼື ສະລ້າງແຂ້ວໄດ້ ສິ່ງນັ້ນກໍ່ຄື: ສະຕໍເບີລີ, ເປືອກໝາກກ້ຽງ, ຖົ່ວດິນ, ນ້ຳສົ້ມ ແລະ ໝາກນາວ. ນອກຈາກນີ້ ຍັງມີວິທີອົມນ້ຳເກືອບ້ວນປາກ (ລ້າງປາກ) ຫຼື ອົມນ້ຳມັນບ້ວນປາກນຳອີກ. ທັນຕະແພດໝໍສະເໜີວ່າ, ໃຊ້ເສັ້ນໄໝຂັດສີແຂ້ວ ເລື້ອຍໆເລານອນພຽງພໍກໍ່ມີຜົນດີຕໍ່ສຸຂະພາບຂອງແຂ້ວອີກດ້ວຍ.

1. ສະຕໍເບີລີ: ເອົາສະຕໍເບີລີຕຳໃຫ້ແຫຼກປະສົມກັບແປ້ງໝັກເຊື້ອ ຄົນໃຫ້ເຂົ້າກັນ ແລ້ວທາດ້ານນອກຂອງແຂ້ວ, ປະໄວ້ 2-3 ວິນາທີ ແລ້ວລ້າງອອກໃຫ້ສະອາດ. ສິ່ງທີ່ຄວນລະມັດລະວັງແມ່ນຖ້າເສດສະຕໍເບີລີ້ຢູ່ໃນຮ່ອງແຂ້ວ, ໃຫ້ລ້າງອອກທັນທີ, ເພື່ອບໍ່ໃຫ້ກົດຈາກສະຕໍເບີລີ້ກັດແຂ້ວຂອງທ່ານເພາະມັນຈະເກີດຜົນບໍ່ດີແນ່ນ່ອນ.

2.ໝາກນາວ: ຫຼັງຈາກຖູແຂ້ວ ໃຫ້ບວດປາກດ້ວຍນ້ຳໝາກນາວຈາງໃນທັນທີ ແລະ ກໍ່ອົມມັນໄວ້ໃນປາກເປັນເວລາ 2-3 ນາທີ ເຊິ່ງຈະມີຜົນດີໃຫ້ແຂ້ວສະອາດ


3.ນ້ຳສົ້ມ: ເຮັດໃຫ້ນ້ຳສົ້ມເຈືອຈາງກັບນ້ຳຫຼາຍເທົ່າແລ້ວນຳມາອົມໄວ້ໃນປາກເປັນເວລາປະມານ 3 ນາທີ ແລ້ວທົ່ມອອກຖີ້ມ. ນ້ຳສົ້ມຈາງມີລະດັບຄວາມເຂັ້ມຂຸ້ນຕ່ຳ, ຈະບໍ່ເສື່ອມກັດແຂ້ວ ແລະ ເຮັດໃຫ້ເຂັດແຂ້ວແຕ່ຢ່າງໃດ, ສະນັ້ນກໍຈະບໍ່ທຳລາຍແຂ້ວ.



4. ເປືອກໝາກກ້ຽງ: ເອົາເປືອກໝາກກ້ຽງຕາກແຫກຕຳມຸ່ນຈົນເປັນແປ້ງແລະນຳມາປະສົມເຂົ້າໃນຢາຖູແຂ້ວແລ້ວນຳມາຖູແຂ້ວ. ເປືອກໝາກກ້ຽງສາມາດຊ່ວຍຂ້າເຊື້ອພະຍາດ. ພ້ອມກັນນັ້ນເມື່ອຖູແຂ້ວແລ້ວຈະເຮັດໃຫ້ປາກມີກິ່ນຫອມ ແລະ ຈະຮູ້ສຶກສະບາຍປາກຫຼາຍ.




5. ຖົ່ວດິນ: ເອົາຖົ່ວດິນຫຼາຍເມັດໃສ່ໃນປາກຫຍ້ຳໃຫ້ແຫຼກແລະອົມໄວ້ໂດຍຖືແປ້ງຖົ່ວດິນເປັນຢາຖູແຂ້ວ,ກໍ່ສາມາດເຮັດໃຫ້ແຂ້ວສະອາດ. ຖ້າວ່າທ່ານບໍ່ມັກລົດຊາດຂອງຖົ່ວດິນ, ຍັງສາມາດໃຊ້ມາດໃຊ້ຢາຖູແຂ້ວຖູໃນແປງຖູແຂ້ວໄດ້ນຳກັນ.
ວິທີເຮັດໃຫ້ແຂ້ວສະອາດດັ່ງກ່າວ, ຢ່າເຮັດເລື້ອຍໆ, ຖ້າບໍ່ດັ່ງນັ້ນກໍອາດທຳລາຍແຂ້ວ, ສ່ວນວິທີທີ່ດີທີ່ສຸດຍັງແມ່ນໄປຫາໝໍເປັນປະຈຳ, ຖູແຂ້ວຢ່າງຖືກຕ້ອງໂດຍອີງຕາມຄຳແນະນຳຂອງທ່ານໝໍ. ຢ່າສູບຢາ, ຮັກສາແຂ້ວໃຫ້ສະອາດເລື້ອຍ, ພ້ອມທັງບໍ່ອົດຫຼັບອົດນອນ ນີ້ຈຶ່ງແມ່ນວິທີທີ່ດີທີສຸດເພື່ອຮັກສາແຂ້ວໃຫ້ມີສຸຂະພາດດີຢູ່ສະເໝີ.


ຂໍ້ມູນຈາກ: ຄິດອອກ
Ad