Top Ad

header ads

6 ເດືອນມີນັກທ່ອງທ່ຽວເຂົາທ່ຽວຄຳມ່ວນ 72 ພັນກວ່າຄົນ



 ຂະແໜງທ່ອງທ່ຽວທີ່ຂຶ້ນກັບພະແນກ ຖວທ ແຂວງຄໍາມ່ວນ ໃຫ້ຮູ້ວ່າ: ໃນໄລຍະ 6 ເດືອນຕົ້ນ ສົກປີ 2015-2016 ນີ້ມີນັກທ່ອງທ່ຽວທັງພາຍໃນ ແລະຕ່າງປະເທດເຂົ້າມາທ່ຽວທັງໝົດ 72.956 ຄົນ, ຍິງ 48.056 ຄົນ ຊຶ່ງສ່ວນໃຫຍ່ແມ່ນນັກທ່ອງທ່ຽວຈາກທະວີບເອເຊຍໂດຍສະເພາະນັກທ່ອງທ່ຽວຊາວຈີນ.

     ສະເພາະວຽກງານພັດທະນາ ການທ່ອງທ່ຽວປະຈຸບັນແມ່ນສຸມໃສ່ການພັດທະນາການທ່ອງທ່ຽວແບບຍືນຍົງ , ປະຊາຊົນມີສ່ວນຮ່ວມໃນການຄຸ້ມຄອງ, ດ້ານລາຍຮັບ ແລະເປັນເຈົ້າການໃນການອະນຸລັກຮັກສາ, ເສີມຂະຫຍາຍຄວາມສວຍສົດງົດງາມ ແລະເອກະລັກສະຖານທີ່ທ່ອງທ່ຽວທີ່ບົ່ງບອກເຖິງຄວາມ ອຸດົມສົມບູນ ຊຶ່ງມັນສາມາດສ້າງລາຍຮັບໃຫ້ແຂວງທັງໝົດສະເລ່ຍແລ້ວ 148 ຕື້ກວ່າກີບ, ຢ່າງໃດກໍຕາມທົ່ວແຂວງຄໍາມ່ວນ ມີແຫຼ່ງທ່ອງທ່ຽວທັງໝົດ 198 ແຫ່ງ, ໃນນັ້ນແຫຼ່ງທ່ອງທ່ຽວທາງດ້ານປະຫວັດສາດ 29 ແຫ່ງ, ທາງດ້ານທໍາມະຊາດ 139 ແຫ່ງ ແລະທາງດ້ານວັດທະນະທໍາ 30 ແຫ່ງ.


ທີ່ມາ ເສດຖະກິດ ສັງຄົມ
Ad