Top Ad

header ads

6 ສິ່ງທີ່ນັກຮຽນມັດທະຍົມເຂົ້າໃຈຜິດກ່ຽວກັບການຮຽນມະຫາໄລ



ສະບາຍດີຊາວເນັດທຸກໆຄົນມື້ນີ້ເຮົາມາໂອ້ລົມເວົ້າເລື່ອງທີ່ນ້ອງໆມັກຈະເຂົ້າໃຈຜິດກຽ່ວກັບຊີວິດນັກສຶກສາໃນມະຫາໄລລົບຄວາມເຂົ້າໃຈຜິດໆເຫລົ່ານັ້ນ ແລະ ມາເຮັດຄວາມເຂົ້າໃຈໃໝ່ກັນດີກວ່າ ຕອນນີ້ໜ້າຈະພ້ອມແລ້ວເຮົາມາເລີ່ມກັນເລີຍ

1 ເວລາຫວ່າງຫຼາຍ

ເດັກມັດທະຍົມມັກເຂົ້າໃຈວ່າ :

ຮຽນມັດທະຍົມບໍ່ມີເວລາວຫວ່າງເລີຍ ຈະຫວ່າງກະຕອນພັກຜ່ອນພັກຕອນສວຍຫລັງເລີກຮຽນລະຍັງມີຮຽນເພີ່ມວຽກບ້ານການເຮືອນເວລາວ່າງໜ້ອຍຮຽນມະຫໄລສະບາຍຄືຫຍັງນີ້ເວລາວ່າງໂຄດຫລາຍ

ເດັກມະຫາໄລບອກວ່າ:

ນ້ອງໆຮູ້ບໍວ່າເວລາວ່າງເຫລົ່ານັ້ນເປັນເວລາເຮັດວຽກບ້ານ ເຮັດບົດລາຍງານອ່ານໜັງສືທັງນັ້ນເຫັນງຽບງຽບ ງານເຕັມພຽບເດີ້ຊິບອກ

2 ຕື່ນສວຍໄດ້

ເດັກມັດທະຍົມມັກເຂົ້າໃຈວ່າ :

ຕັ້ງແຕ່ນ້ອຍຈົນໃຫ່ຍແຕ່ປໍ1ຮອດມ7ຕື່ນໄປໂຮງຮຽນແຕ່ເຊົ້າແລງພຸ້ນຈຶ່ງໄດ້ກັບຮຽນມະຫາໄລຕື່ນສວຍໄດ້ແນ່ນອນແຖມໄດ້ນອນອື່ມຫູອື່ມຕາວິຊາຮຽນກະໜ້ອຍຄິດລະຢາກຈົບ ໄປເສັງເຂົ້າຕອນີ້ເລີຍ

ເດັກມະຫາໄລບອກວ່າ:

ຢາກບອກນ້ອງໆວ່າຕາມຄວາມຈິງແລ້ວເກືອບຈະບໍ່ໄດ້ນອນເລີຍບາງມື້ເປັຊອມບີ້ໄປຮຽນກະມີເດີຊິບອກໃຫ້ເວລາຊອກຂໍ໊ມູນ ເຮັດວຽກບ້ານແປັບດຽວກະເປັນມື້ໃໝ່ແລ້ວ ຕື່ນເຊົ້າໄປ ຮຮ ບາງມື້ຮຽນຍາວ ອອກຫ້ອງມາກະສວຍພຸ້ນລະ

3 ບໍ່ມີປື້ມຕຳລາຮຽນ

ເດັກມັດທະຍົມມັກເຂົ້າໃຈວ່າ :

ຮຽນມະຫາໄລ ຄືຈະສະບາຍບໍມີຕຳລາຮຽນຫລາຍຄືຮຽນມັດທະຍົມ ແບກປື້ມຕຳລາຮຽນເຕັມກະເປົາໜັກກະໜັກ

ເດັກມະຫາໄລບອກວ່າ:
ຢາກບອກນ້ອງໆວ່າ ຄວາມຈິງແລ້ວການທີ່ບໍມີຕຳລາຮຽນ ແຮງຢາກກວ່າຕອນຮຽນມ ປາຍ ພວກອ້າຍເອື້ອຍທັງຫລາຍຈະຕ້ອງໄດ້ໄປຊອກໄປຫາຢູ່ຫໍສະມຸດ ບາງຄັ້ງກະຕ້ອງຊື້ເອກະສານໝົດເງິນອີກ ໃສຈະຄອມພີວເຕີ້ອຸປະກອນສາລະພັດບາງຄົນຈົນຫລັງກ່ອງພຸ້ນລະ 555+++

4 ໄດ້ແຕ່ງໂຕງາມໆຫລໍ່ໆໄປຮຽນ

ເດັກມັດທະຍົມມັກເຂົ້າໃຈວ່າ :

ຮຽນມັດທະຍົມ ຜົມຍາວໜ້ອຍດຽວກະຜິດລະບຽບລະ ເຮັດຊົງນັ້ນຊົງນີ້ກະຜິດລະບຽບໄປໝົດຜົມຄັນບໍເປຍບໍ

ມັດເປັນລະບຽບກະຜິດໂອຍເນາະຄັນຂື້ນມະຫາໄລຊິປະດັບຈັດໜັກຈັດເຕັມໃຫ້ເບິ່ງ

ເດັກມະຫາໄລບອກວ່າ:

ກະແມ່ນຄວາມຈິງຢູ່ສາມາດເຮັດຜົມເຮັດໜ້າເສີມງາມເສີມຫລໍ່ໄດ້ແຕ່ໃນໂລກຄວາມເປັນຈິງເວລາມັນບໍອຳນວຍບາງມື້ພຽງແຕ່ຕື່ນນອນໄປຮຽນໃຫ້ທັນກະບຸນຫົວແລ້ວບາງມື້ຜົມຜືໜ້າໂສມໄປຮຽນກະມີ 55555++++

5 ຫາແຟນໄດ້ແນ່ນອນ

ເດັກມັດທະຍົມມັກເຂົ້າໃຈວ່າ :

ເປັນເດັນມັດທະຍົມມີແຟນຍາກ ພໍແມ່ກະບໍໂອເຄນຳໝູ່ກະເວົ້າກວນຢູ່ຫັ້ນແລະ ເຮົາຈະໄດ້ໄປພົບຄົນງາມໆ ຫລໍ່່ໆ ກະຕອນຮຽນມະຫາໄລນີ້ແລະ ຫ່າໆໆໆ ແຟນມາແນ່ນອນ

ເດັກມະຫາໄລບອກວ່າ:

ເອົາຕົງເດິ້3 ຄຳມັນຢາກຫລາຍການທີ່ຈະພົບເນື້ອຄູ່ນັ້ນມັນຢາກກວ່າໄດ້ເກຣດເອອີກແຕ່ບາງຄົນກະພົບເນື້ອຄູ່ກະຖືວ່າໂຊກດີໄປ ເວົ້າລະນຳຕາຈະໄຫລ

6 ເສັງເຂົ້າໄດ້ກະຮຽນຈົບໄດ້

ເດັກມັດທະຍົມມັກເຂົ້າໃຈວ່າ :

ກ່ອນຈະເສັງເຂົ້າໄປມະຫາໄລໄດ້ກະຍາກສຸດແລ້ວເຂົ້າໄປໄດ້ກະຈົບໄດ້ແນ່ນນອນເພາະມັນຄົງບໍຍາກປານໃດດອກ

ເດັກມະຫາໄລບອກວ່າ:

ປຽ່ນຄວາມຄິດເລີຍ ການເສັງຕິດເປັນພຽງຈຸດເລີມຕົ້ນຄວາມຢາກຂອງລະດັບມະຫາໄລເພາະແທ້ໆໜັກກວ່າຫລາຍເດີ້ ສະນັ້ນກ່ອນຈະຈົບໄດ້ຕ້ອງມີຄວາມອົດທົນພະຍາຍາມດຸໝັ່ນຂະຫຍັ້ນກວ່າຕອນມັດທະຍົມຫລາຍເທົ່າ


ຂໍ້ມູນຈາກ: williamxaivout.wordpress.com
ທີ່ມາ ຄິດອອກ
Ad