Top Ad

header ads

ແທດເໝາະແລ້ວບໍ ? ການປັບລາຄາໄຟຟ້າທີ່ຢູ່ອາໄສຕາມ 6 ຂັ້ນ



ພາຍຫລັງກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ອອກແຈ້ງການເຖິງລັດວິສາຫະກິດໄຟຟ້າລາວ ໃຫ້ມີການປັບປຸງການຄິດໄລ່ຫົວໜ່ວຍໄຟຟ້າ ສຳລັບປະເພດທີ່ຢູ່ອາໄສ ເລີ່ມແຕ່ເດືອນກໍລະກົດ 2016 ຫາເດືອນທັນວາ 2017 ໂດຍໃຫ້ກຳນົດເປັນ 6 ຂັ້ນຕອນ ຄື: 0-25 kwh ລາຄາເກົ່າ 2016-2017348-355 ກີບລາຄາປັບປຸງໃໝ່ 348 ກີບ26-150 kwh ລາຄາເກົ່າ 2016-2017414-422ລາຄາ  ໃໝ່ 414 ກີບ151-300 kwhລາຄາເກົ່າ 2016-2017 ແມ່ນ 999-1.019 ກີບລາຄາໃໝ່ແມ່ນ 799 ກີບ301-400 kwh ລາຄາເກົ່າ 2016-2017 ແມ່ນ 999-1.019 ກີບລາຄາໃໝ່ 880 ກີບ401-500kwh ລາຄາເກົ່າ 2016-2017 ແມ່ນ 999-1.019 ກີບລາຄາໃໝ່ 965 ກີບ ແລະ ຫລາຍ
ກວ່າ 500 kwh ຂຶ້ນໄປ 2016-2017 ແມ່ນ 999-1.019 ກີບລາຄາໃໝ່ແມ່ນ 999 ກີບ ຕໍ່ກິໂລວັດເຊິ່ງຍັງບໍ່ໄດ້ລວມອາກອນມູນຄ່າເພີ່ມທີ່ກົດໝາຍກຳນົດ ແລະ ສ່ວນອັດຕາລາຄາໄຟຟ້າປະເພດອື່ນໆທີ່ບໍ່ແມ່ນປະເພດທີ່ຢູ່ອາໄສແມ່ນໃຫ້ປະຕິບັດຄືເກົ່າ ແລະ ລາຄາໃໝ່ນີ້ແມ່ນໃຫ້ລັດວິສາຫະກິດໄຟຟ້າລາວເລີ່ມອອກບິນເກັບເງິນນັບແຕ່ເດືອນກໍລະກົດນີ້ເປັນຕົ້ນໄປ.
          ການປັບປຸງລາຄາດັ່ງກ່າວແມ່ນອີງຕາມກົດໝາຍໄຟ ຟ້າສະບັບປັບປຸງ ປີ 2012ອີງຕາມກອງປະຊຸມນາຍົກລັດຖະມົນຕີສະບັບ 04/ນຍ ລົງວັນທີ 24 ມິຖຸນາ 2016 ແລະ ອີງຕາມແຈ້ງການຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ສະບັບທີ 927/ຫສນຍ. ກລຂ ລົງວັນທີ 5 ກໍລະກົດ 2016 ນີ້. ການຄິດໄລ່ແບບໃໝ່ດັ່ງກ່າວຕ້ອງໃຫ້ຜູ້ຊົມໃຊ້ໄຟຟ້າເຂົ້າໃຈງ່າຍວ່າ 3 ຂັ້ນຕອນແບບເດີມແມ່ນ 300kwh ຂຶ້ນໄປຕ້ອງຈ່າຍໃນລາຄາ 999 ກີບ ແຕ່ແບບໃໝ່ 500kwh ຂຶ້ນໄປແມ່ນໃຫ້ຈ່າຍໃນລາຄາ 999 ເຊັ່ນກັນສ່ວນຄໍາຕອບວ່າແທດເໝາະແລ້ວບໍກັບການຄິດໄລ່ຕາມ 6 ຂັ້ນຕອນດັ່ງ ກ່າວພວກເຮົາພ້ອມລໍຖ້າເບິ່ງໃນໃບເກັບເງິນສໍາລັບເດືອນກໍລະກົດນີ້ ເພື່ອບໍ່ຢາກໃຫ້ເປັນແບບລັກ

ສະນະແກ້ວເກົ່າເຫລົ້າໃໝ່ກໍແລ້ວກັນ.



ທີ່ມາ ລາວພັດທະນາ
Ad