Top Ad

header ads

7 ວິທີການໃຊ້ຊີວິດໃນມະຫາໄລ



ຖ້າເວົ້າເຖິງການໃຊ້ຊີວິດມະຫາໄລໃຜໆກໍຄົງຈະຄິດວ່າມັນງ່າຍຖ້າບໍໄດ້ລອງເຂົ້າມາໃຊ້ຊີວິດເບິ່ງກໍຈະຮູ້ເອງວ່າມັນຍາກ

ເທົ່າໃດກວ່າຈະຮຽນຈົບ 4 ປີ ຕ້ອງໄດ້ຜະເຊີນໜ້າກັບຫລາຍເຫດການໃນຮົ້ວມະຫາໄລ ມື້ນີ້ຂ້ອຍຈະເອົາຄຳສອນຂອງຜູ້ທີ່ປະສົບຜົນສຳເລັດໃນການໃຊ້ຊີວິດໃນຮົ້ວມະຫາໄລຢ່າງມີຄວາມສຸກມາເວົ້າສູ່ກັນຟັງ ວ່າເຮົາຄວນປະຕິບັດໂຕແນວໃດແດ່ມາເລີ່ມກັນເລີຍ :
1. ປັບຕົວໃຫ້ເຂົ້າກັບສະພາບແວດລ້ອມສັງຄົມ ແລະ ເປີດໃຈຮັບເອົາສິ່ງໃໝ່ໆທີ່ຈະເຂົ້າມາໃນອານາຄົດ
2. ເຂົ້າຮ່ວມກິດຈະກຳທາງມະຫາວິທະຍາໄລ: ຖ້າຫາກມະຫາໄລມີກິດຈະກຳອັນໃດອັນໜຶ່ງຄວນເຂົ້າຮ່ວມງານເພື່ອສະສົມປະສົບການ
3. ຮູ້ຈັກຄົບໝູ່ທີ່ຖືກຄື : ຮູ້ຈັກເຂົ້າຫາຜູ້ອື່ນເຂົ້າຮ່ວມສັງຄົມເພື່ອເຮົາຈະໄດ້ປັບຕົວນັ້ນຄືການຮູ້ຈັກຄົບໝູ່ໃນທາງທີ່ດີ
4. ຮູ້ຈັກໃຫ້ອະໄພ :ເຮົາຄວນໃຫ້ອະໄພເວລາໝູ່ກະທຳຜິດໂດຍທີ່ບໍໄດ້ຕັ້ງໃຈ, ຮູ້ເທົ່າບໍເຖິງການ  ແລະ ຄວນຈະປັບຕົວເຮົາໃຫ້ເປັນຄົນທີ່ມີນຳໃຈເອື້ອເຟື້ອເຜື່ອແຜ່ ດັ່ງຄຳສຸພາສິດທີ່ວ່າ : ເວນຍ່ອມລະງັບດ້ວຍການບໍຈອງເວນ
5. ຮູ້ຈັກເຂົ້າຫາອາຈານ : ເຈົ້າອາດຈະຄິດວ່າມີໝູ່ດີໆກະພໍແລ້ວແຕ່ການຄົບໝູ່ພຽງຢ່າງດຽວລອງຄິດເບິ່ງວ່າ : ມັນເຮັດໃຫ້ເຮົາຮຽນດີຂື້ບໍ, ຄະແນນດີບໍ ສະນັ້ນເຮົາຕ້ອງເຂົ້າຫາສະນິດສະໜົມກັບອາຈານເພາະເຮົາຈະໄດ້ຂໍ້ແນະນຳປືກສາຫລາຍສິງຢ່າງ ເພາະເພິ່ນເຄີຍມີປະສົບການຫລາຍຢ່າງ ,ອາຈານບາງຄົນສາມາດແປງລ້າງເປັນນັກຈິດຕະວິທະຍາໄດ້ເລີຍ
6. ມາຮຽນເປັນປະຈຳ : ຂໍ້ນີ້ສຳຄັນຫລາຍ ເພາະການທີ່ຂາດຮຽນນັ້ນອາດເຮັດໃຫ້ເຈົ້າພາດຮັບຮູ້ຫລາຍສິ່ງຫລາຍຢ່າງໄປຢ່າງບໍໄດ້ຄາດຄິດເຊັ່ນ : ໝາຍລາຍຊື່, ຄວາມຮູ້,ຂໍ້ສອບເສັງ……
7. ຄິດກ່ອນເຮັດ : ຄິດທຸກຢ່າງກ່ອນທີ່ເຮົາຈະລົງມືເຮັດຫຍັງບໍ່ວ່າຈະເປັນເລື່ອງຮຽນ,ເລື່ອງຫລີ້ນ ຫລື ກິດຈະກຳຕ່າງໆ ຄວນຄິດແລະໄຕ່ຕອງກ່ອນລົງມືປະຕິບັດ
ສຸດທ້າຍນີ້ : ຈັ່ງໃດກໍຕາມການໃຊ້ຊີວິດໃນຮົ້ວມະຫາໄລໃຫ້ມີຄວາມສຸກນັ້ນມັນຂື້ນຢູ່ກັບການປັບຕົວຂອງເຮົາເອງ

ຂໍ້ມູນຈາກ: https://tuekjai.wordpress.com/
Ad