Top Ad

header ads

ສູນ​ການ​ສຶກສານ​ອກ​ໂຮງຮຽນ​ແຂວງ​ຈຳປາ​ສັກ ເລິ່ມຈັດການ​ສອບ​ເສັງ​ຈົບ​ຊັ້ນ ມ.7



ໃນວັນທີ 05 ກໍລະກົດ 2016 ສູນການສຶກສານອກໂຮງຮຽນແຂວງຈຳປາສັກ ໄດ້ຈັດການສອບເສັງຈົບຊັ້ນ ມ. 7 ໃຫ້ແກ່ນັກຮຽນຂອງຕົນ ໂດຍການເປັນກຽດເຂົ້າຮ່ວມ ແລະ ກ່າວໄຂພິທີຂອງທ່ານ ສີ ພັນທະວົງ ຮອງຫົວໜ້າພະແນກສຶກສາທິການ ແລະກີລາແຂວງຈຳປາສັກ ທ່ານນາງ ພູເງິນ ກາຍະສິດ ຮອງຫົວໜ້າພະແນກລຶບລ້າງຄວາມບໍ່ຮູ້ໜັງສື ກົມການສຶກສານອກໂຮງຮຽນ ກະຊວງສຶກສາທິການ ແລະກີລາ ທ່ານນາງ ບົວຈັນ ມາທິປັນຍາ ຜູ້ອຳນວຍການສູນການສຶກສານອກໂຮງຮຽນແຂວງ ມີພະນັກງານຄູ ອາຈານ ແລະ ນັກຮຽນເຂົ້າຮ່ວມຮ້ອຍກວ່າຄົນ.
ທ່ານ ສີ ພັນທະວົງ ໄດ້ໃຫ້ຮູ້ວ່າ ໃນສົກ 2015-2016 ສູນການສຶກສານອກໂຮງຮຽນ ມີນັກຮຽນຊັ້ນ ມ. 7 ຈຳນວນ 123 ຄົນ ຍິງ 31 ຄົນ ໃນນີ້ ມີພະນັກງານ 32 ຄົນ ຍິງ 01 ຄົນ ມີໜ້າສອບເສັງໂຕຈິງ 107 ຄົນຍິງ 31 ຄົນ ພະນັກງານ 30 ຄົນ ຍິງ 01 ຄົນ ໄດ້ປະລະ 16 ຄົນ ຍິງ 06 ຄົນ ສ່ວນຄາດໝາຍການສອບເສັງໃຫ້ໄດ້ 100%.
ສໍາລັບການສອບເສັງເລື່ອນຊັ້ນຄື ຊັ້ນ ມ.5 ມີນັກຮຽນ 37 ຄົນຍິງ 03 ຄົນຍິງ 01 ຄົນ ມີໜ້າສອບເສັງ 28 ຄົນຍິງ 03 ຄົນ ເປັນພະນັກງານ 18 ຄົນຍິງ 03 ຄົນໃນນີ້ປະລະ 9 ຄົນ ຊັ້ນ ມ6 ມີນັກຮຽນ 27 ຄົນ ຍິງ 9 ຄົນ ໃນນີ້ເປັນພະນັກງານ 11 ຄົນ ຍິງ 01 ຄົນ ມີໜ້າສອບເສັງຕົວຈິງ 22 ຄົນ ຍິງ 05 ຄົນ ໄດ້ປະລະ 05 ຄົນ ຍິງ 04 ຄົນ ການສອບເສັງແມ່ນໄດ້ກຳນົດ 2 ວັນແຕ່ວັນທີ 05-06 ກໍລະກົດ 2016 ໂດຍມີ 04 ວິຊາສອບເສັງຄື ວິຊາຄະນິດສາດ ວິຊາພາສາລາວ-ວັນນະຄະດີ ວິຊາສຶກສາພົນລະເມືອງ ແລະ ວິຊາຊີວະວິທະຍາ.

ທີ່ມາແຫຼ່ງຂ່າວ: Vientiane Today
Ad