Top Ad

header ads

7 ປະໂຫຍດຂອງເຂົ້າສານ

ໃຜກໍ່ຄົງຈະຮູ້ຈັກ “ເຂົ້າ” ເຊິ່ງຄົນທົ່ວໂລກບໍລິໂພກຢ່າງແພ່ຫຼາຍ ຮູ້ບໍ່ວ່າເຂົ້າບໍ່ໄດ້ເປັນພຽງອາຫານຫຼັກສຳລັບທຸກບ້ານ ເພາະມັນມີປະໂຫຍດຫຼາຍຢ່າງ ເປັນໄດ້ຫຼາຍກວ່າການເກັບໄວ້ກິນ
1.ຝົນຄົມມີດໃນເຄື່ອງປັ່ນໃຫ້ຄົມ ໝົດຄວາມກັງວົນເລື່ອງຄົມມີດທີ່ບໍ່ເຂົ້າ ພຽງນຳເຂົາສານເຄິ່ງຖ້ວຍເທໃສ່ເຄື່ອງປັ່ນ ແລ້ວເປີດເຄື່ອງໃຫ້ທຳງານປະມານ 2 ນາທີ ທ່ານຈະຄືໄດ້ເຄື່ອງປັ່ນອັນໃໝ່ມາໃຊ້
2.ທຳຄວາມສະອາດໂຖຫຼືກວດແກ້ວ ເທເຂົ້າສານປະມານ 2 ບ່ວງລົງໃນນ້ຳອຸ່ນແຊ່ໄວ້ປະມານ 15 ນາທີເທໃສ່ຂວດແລ້ວສັ່ນ ກວດແລະໂຖຈະສະອາດຫຼາຍຂື້ນ
3.ກຳຈັດຂີ້ໝ້ຽງກັບອຸປະກອນຕ່າງໆ ໃສ່ເຂົ້າສານ 2-3 ບ່ວງລົງໃນກ໋ອງເຄື່ອງມື ເຂົ້າສານຈະຊ່ວຍດູດຄວາມຊຸ່ມ ເຮັດໃຫ້ເຄື່ອງມືໃນກ໋ອງແຫ້ງປະສະຈາກຂີ້ໝ້ຽງ
4.ເຮັດຄວາມສະອາດເຄື່ອງບົດກາເຟ ຖ້າເຄື່ອງບົດກາເຟຫຼືເຄື່ອງເທດຂອງທ່ານຝືດ ມີຂີ້ໝ້ຽງເຂົ້າສານສາມາດຊ່ວຍໃຫ້ລະບົບການເຮັດວຽກຂອງເຄື່ອງບົດກັບມາເຮັດວຽກໄດ້ຄືເກົ່າ
5.ບໍ່ເຮັດໃຫ້ເກືອຈັບກັນເປັນກ້ອນ ຫາກລອງສັງເກດເກືອໃນກະປຸກທີ່ເຮົາໃຊ້ໆກັນ ບາງຄັ້ງອາດຈັບໂຕເປັນກ້ອນເພາະຄວາມຊຸ່ມ ແຕ່ຫາກເຮົາໃສ່ເຂົ້າສານລົງໄປຈະຊ່ວຍເຮັດໃຫ້ບໍ່ເກີດການຈັບໂຕຂອງເກືອ
6.ບົ່ມໝາກໄມ້ໃຫ້ສຸກໄວຂື້ນ ເທເຂົ້າສານລົງໃນຊາມ ຈາກນັ້ນນຳໝາກໄມ້ທີ່ຕ້ອງການບົ່ມໃສ່ລົງໄປໃນເຂົ້າສານ ເຂົ້າສານຈະເປັນໂຕຊ່ວຍດັກຈັບເອທິລິນແລະເຮັດໃຫ້ໝາກໄມ້ສຸກໄວຍິ່ງຂື້ນ
7.ທົດສອບອຸນຫະພູມນ້ຳມັນ ຫາກທ່ານຕ້ອງການຈະທອດຫຍັງຈັກຢ່າງ ລອງທົດສອບຄວາມຮ້ອນຂອງນ້ຳມັນດ້ວຍການຖິ້ມເຂົ້າສານລົງໃນໝໍ້ ຫາກເຂົ້າສານລອຍໂຕຂື້ນສະແດງວ່ານ້ຳມັນຮ້ອນໃຊ້ໄດ້ແລ້ວ


ທີ່ມາ ຄິດອອກ 
Ad