Top Ad

header ads

ຊ໋ອກໂລກລົດບັນທຸກຢຽບຄົນກາງງານສະຫຼອງວັນຊາດຝຣັ່ງ ທີ່ກຸງປາຣີດ ຝຣັ່ງ ເສຍຊີວິດ 80ຄົນແລ້ວ‬ (ມີຄລິບ)



ໃນຄຳຄືນວັນພະຫັດ ທີ່ 14 07 2016 ເກີດເຫດບໍ່ຝັນອີກຄັ້ງກັບປະເທດຝຣັ່ງ ໃນງານສະແດງດອກໄມ້ໄຟສະເຫຼີມສະຫຼອງວັນຊາດຂອງປະເທດຝຣັ່ງ ທີ່ຖະໜົນ ເດຣສ ຊ໋ອງເກຣດສ໌
ສຳນັກຂ່າວ AFP ໄດ້ລະບຸວ່າ ໃນງານສະຫຼອງພົບເຫັນລົດບັນທຸກສີຂາວແລ່ນແລ່ນເຂົ້າສຸ່ຖະໜົນ ເດຣສ ຊ໋ອງເກຣດສ໌ ດ້ວຍຄວາມໄວສູງຜ່າທ່າມກາງຝູງຊົນຢ່າງຕັ້ງໃຈ
ເຫດການສະເທືອນຂວັນນີ້ໄດ້ເຮັດໃຫ້ຜູ້ຢູ່ໃນເຫດການຕ່າງກໍ່ໜີຕາຍເອົາຊີວິດລອດຈາກເຫດການທີ່ເກີດຂື້ນ

ຈາກລາຍງານໄດ້ລະບຸວ່າມີຈຳນວນຜູ້ເສຍຊີວິດເຖິງ 80 ຄົນ ມີຜູ້ໄດ້ຮັບບາດເຈັບຫຼາຍກວ່າ 100 ຄົນ ແລະ ຊັບສິນເສຍຫາຍຈຳນວນຫຼາຍ
ເຫດການທີ່ເກີດຂື້ນຄາດວ່າເປັນການກໍ່ການຮ້າຍ ຊຶ່ງຍັງບໍ່ສາມາດລະບຸໄດ້ຊັດເຈນວ່າແມ່ນຫຍັງເປັນແຮງຈູງໃຈໃນການກໍ່ເຫດໃນຄັ້ງນີ້
ອີກຄັ້ງກັບໂສກຄະນາຕະກຳທີ່ປະເທດຝຣັ່ງ ຊຶ່ງເມື່ອປີທີ່ຜ່ານມານີ້ກໍ່ເກີດເຫດລັກສະນະນີ້ມາກ່ອນ (ຫາກທ່ານໃດຍັງຈື່ມແມ່ນເຮົາຍັງເຄີຍປ່ຽນສີທຸງຊາດຝຣັ່ງໃສ່ຮູບໂປຣໄຟລ໌ເຮົາມາກ່ອນນັ້ນ)


ຄລິບເຫດການ
ຄລິບທີ່​1



ຄລິບທີ່ 2


ຄລິບທີ່3



Ad