Top Ad

header ads

ໄຕ້ຫວັນຈັບ “ແກ້ງໂຈນໄຮເທັກ” ປຸ້ນເອທີເອັມ 80 ລ້ານໂດລ້າໄຕ້ຫວັນ


ສຳນັກຂ່າວຕ່າງປະເທດລາຍງານຈາກກຸງໄທເປສາທາລະນະລັດຈີນ (ໄຕ້ຫວັນ) ເມື່ອວັນທີ 18 ກໍລະກົດ ວ່າສຳນັກງານຕຳຫຼວດນະຄອນຊິນເປີ່ຍຫຼືໄທເປໄໝ່ຖະແຫຼງຜົນການຈັບກຸມຜູ້ຕ້ອງສົງໃສ 3 ຄົນເປັນຊາວໂຣມາເນຍ 2 ຄົນ ຖືກຈັບກຸມໄດ້ໃນກຸງໄທເປ ແລະອີກຄົນໜຶ່ງເປັນຊາວລັດເວຍຖືກຈັບກຸມໄດ້ໃນທ້ອງທີ່ຂອງມົນທົນອີ້ຫຼານທີ່ຢູ່ທາງຕາເວັນອອກ ຖານຮ່ວມຂະບວນການປຸ້ນເງິນສົດຈາກຕູ້ກົດເງິນຂອງຕູ້ທະນາຄານເຟີສ ຄອມເມີໂຊວແບ້ງ ຈຳນວນ 41 ແຫ່ງເມື່ອອາທິດທີ່ຜ່ານມາ ໂດຍລັກລອບປ່ອຍມັນແວເຂົາລະບົບໃຫ້ມີການບັງຄັບຈ່າຍເງິນສົດອອກມາເປັນມູນຄ່າຄວາມເສຍຫາຍຫຼາຍກວ່າ 80 ລ້ານໂດລ້າໄຕ້ຫວັນ.




ທັງນີ້ຜົນການກວດຄົ້ນຫ້ອງພັກຂອງຜູ້ຕ້ອງສົງໃສຊາວໂຣມາເນຍທີ່ໂຮງແຮມແຫ່ງໜຶ່ງ ພົບເງິນຫຼາຍຮ້ອຍມັດເຊິ່ງສາມາດລະບຸມູນຄ່າຫຼາຍກວ່າ 50 ລ້ານໂດລ້າໄຕ້ຫວັນເຊື່ອງຢູ່ ເຊິ່ງເຈົ້າໜ້າທີ່ຢຶດເງິນສົດທັງໝົດເປັນຂອງກາງ ແລະຢູ່ລະຫວ່າງເລັ່ງຕິດຕາມຈັບກຸມຜູ້ຕ້ອງສົງໃສທີ່ຍັງຫຼົບໜີເຊິ່ງເຊື່ອວ່າມີອີກ 13 ຄົນ ໃນຈຳນວນນີ້ 2 ຄົນເຊິ່ງເປັນຊາວຣັສເຊຍເດີນທາງອອກຈາກໄຕ້ຫວັນແລ້ວ ເຊິ່ງລັດຖະບານໄທເປປະສານງານໄປຍັງທາງການຣັສເຊຍແລະອີກຫຼາຍປະເທດທີ່ຄາດວ່າອາດເປັນຈຸດໝາຍຂອງຜູ້ຕ້ອງສົງໃສທັງສອງຄົນ
ຂະນະທີ່ ທະນາຄານເຟີສ ຄອມເມີໂຊວແບ້ງ ທີ່ເປັນໜຶ່ງໃນສະຖາບັນການເງິນລາຍໃຫຍ່ຂອງໄຕ້ຫວັນຍັງຄົງສະຫງວນທ່າທີກັບຄວາມຄືບໜ້າດັ່ງກ່າວ ແຕ່ນັບຕັ້ງແຕ່ກວດພົບຄວາມຜິດປົກກະຕິເມື່ອວັນຈັນທີ່ຜ່ານມາ ທາງທະນາຄານໄດ້ລະງັບການເບີກຖອນເງິນສົດຈາກຕູ້ເອທີເອັມເກືອບ 1,000 ແຫ່ງທົ່ວເກາະໄຕ້ຫວັນ


ທີ່ມາ ເດລິນິວ
Ad