Top Ad

header ads

ກະຊວງສາທາລະນະສຸກຢືນຢັນວ່າພະຍາດທີ່ລະບາດຢູ່ແຂວງຊຽງຂວາງແມ່ນເຊື້ອໄວຣັດຕັບ A



ທີ່ມີຂ່າວກ່ຽວກັບການເກີດລະບາດຂອງພະຍາດຊະນິດໜຶ່ງຢູ່ແຂວງຊຽງຂວາງ ໃນວັນທີ 15 ກໍລະກົດນີ້ທ່ານ ດຣ ບຸນຫຼາຍ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ກະຊວງສາທາລະນະສຸກ ແລະ ຜູ້ຕາງໜ້າອົງການອະນາໄມໂລກປະຈຳລາວໄດ້ອອກມາຢືນຍັນຕໍ່ສື່ມວນຊົນວ່າ: ການເກີດພະຍາດລະບາດຂອງພະຍາດດັ່ງກ່າວ ຢູ່ແຂວງຊຽງຂວາງແມ່ນມີຜູ້ຕິດເຊື້ອເປັນຈຳນວນຫຼາຍຊຶ່ງມາຮອດປັດຈຸບັນພາກສ່ວນກ່ຽວຂ້ອງໄດ້ກວດຮູ້ວ່າ:ແລ້ວພະຍາດທີ່ລະບາດແມ່ນເຊື້ອໄວຣັດຕັບຊະນິດ A  ແລະ ບໍ່ແມ່ນຍ້ອນສາເຫດອື່ນໃດ ແລະ ພະຍາດດັ່ງກ່າວກໍເຄີຍເກີດຂຶ້ນມາແລ້ວຢູ່ຫລາຍປະເທດໃນພາກພື້ນເປັນພະຍາດຕິດຕໍ່ຈາກຄົນສູ່ຄົນໄດ້ດ້ວຍການສຳພັດ ຫຼື ກິດເຊື້ອພະຍາດເຂົ້າໄປໂດຍກົງ ,ເປັນພະຍາດທີ່ບໍ່ມີຄວາມອັນຕະລາຍຮ້າຍແຮງຢ່າງທີ່ຄິດສຳລັບຜູ້ທີ່ຕິດເຊື້ອດັ່ງກ່າວຈະມີອາການເມື່ອຍອ່ອນເພຍບໍ່
ຢາກກິນອາຫານ, ຜິວໜັງເຫຼືອງບາງທີ່ອາດມີອາການເປັນໄຂ້ ແລະ ອື່ນໆຊຶ່ງພະຍາດດັ່ງກ່າວສາມາດປິ່ນປົວໃຫ້ຫາຍຂາດໄດ້ດ້ວຍການພັກຜ່ອນໃຫ້ພຽງພໍ,ໝັ້ນອອກ ກຳລັງກາຍ ແລະ ການປິ່ນປົວທາງການແພດອື່ນໆສ່ວນຕົ້ນເຫດຂອງການແຜ່ລະບາດຂອງພະຍາດດັ່ກງ່າວໃນຄັ້ງນີ້ຄາດວ່າເກີດຈາກການປະຕິບັດຕາມຫຼັກການສຸຂະອະນາໄມ 3 ສະອາດຂອງປະຊາຊົນບໍ່ໄດ້ດີເທົ່າທີ່ຄວນດັ່ງນັ້ນ ວີທີປ້ອງກັນພະຍາດນີ້ແມ່ນຕ້ອງປະຕິບັດຕາມຫຼັກການອະນາໄມ 3 ສະອາດໃຫ້ເຂັ້ມງວດໂດຍສະເພາະແມ່ນການກິນ-ຢູ່ຕ້ອງສະອາດເປັນຕົ້ນແມ່ນເດັກນ້ອຍຕ້ອງໄດ້ເອົາໃຈໃສ່ເປັນພິເສດ (ພືດຜັກຕ່າງໆທີ່ຈະກິນຕ້ອງລ້າງໃຫ້ດີ ຫຼື ປຸງແຕ່ງສຸກແລ້ວຈຶ່ງກິນ) ແລະ ສິ່ງສຳຄັນແມ່ນຕ້ອງລ້າງມື້ທຸກຄັ້ງກ່ອນກິນອາຫານ ແລະ ຫຼັງເຂົ້າຫ້ອງນ້ຳ.

ທ່ານຫົວໜ້າກົມຄວມຄຸມພະຍາດຕິດຕໍ່ກ່າວວ່າ: ປັດຈຸບັນພາກສ່ວນກ່ຽວຂ້ອງ ກໍໄດ້ລົງສົມທົບກັບສາທາລະນະສຸກແຂວງຊຽງຂວາງເອົາໃຈໃສ່ຕິດຕາມເຝົ້າລະວັງການ ລະ ບາດຂອງພະຍາດດັ່ງ ກ່າວນີ້ຢ່າງໃດ້ຊິດພ້ອມທັງເຮັດວຽກງານໂຄສະນາໃຫ້ຄວາມຮູ້ວິທີການປ້ອງກັນຕົນເອງໃຫ້ແກ່ປະ ຊາຊົນຊຶ່ງມາຮອດປັດຈຸບັນຈຳນວນຜູ້ຕິດເຊື້ອກໍໄດ້ຫຼຸດໜ້ອຍຖອຍລົງ ແລະ ຄາດວ່າຈະກັບຄືນສູ່ສະພາບປົກກະຕິໃນໄວໆນີ້.



ທີ່ມາ ລາວພັັດທະນາ
Ad