Top Ad

header ads

ສປປ ລາວ ຮຽກຮ້ອງບັນດາຝ່າຍກ່ຽວຂ້ອງແກ້ໄຂຂໍ້ຂັດແຍ່ງດ້ວຍສັນຕິວິທີຢູ່ທະເລຈີນໃຕ້


  ໃນວັນທີ 16 ກໍລະກົດນີ້ທີ່ນະຄອນຫລວງວຽງຈັນ ທ່ານ ບຸນແນມ ຈວງຫອມ ຮັກສາການໂຄສົກກະຊວງການຕ່າງປະເທດແຫ່ງ ສປປ ລາວ ໄດ້ອອກມາຖະແຫລງຂ່າວຕໍ່ສື່ມວນຊົນວ່າ: ສປປ ລາວ ໄດ້ຕິດຕາມສະພາບການຢູ່ທະເລຈີນໃຕ້ຢ່າງໃກ້ຊິດ ເພາະເປັນຂົງເຂດທີ່ມີຄວາມສຳຄັນ ແລະ ລະອຽດອ່ອນດ້ວຍເຫດດັ່ງກ່າວນັ້ນ ສປປ ລາວ ມີຄວາມຍິນດີທີ່ເຫັນວ່າການຈັດຕັ້ງປະຕິບັດຖະ ແຫລງການວ່າດ້ວຍການປະພຶດຂອງບັນດາຝ່າຍໃນທະເລຈີນໃຕ້ (ດີໂອຊີ)ລວມທັງການປຶກສາຫາລືກ່ຽວກັບກົດແຫ່ງການປະພຶດ (ຊີໂອຊີ) ມີທ່ວງທ່າທີ່ດີ ແລະ ໄດ້ເນັ້ນເຖິງຄວາມສຳຄັນໃນການເສີມຂະຫຍາຍທ່ວງທ່າທີ່ດີນີ້ເຊິ່ງ ສປປ ລາວ ຮຽກຮ້ອງໃຫ້ບັນດາຝ່າຍທີ່ກ່ຽວຂ້ອງສືບຕໍ່ມີຄວາມອົດກັ້ນ ແລະ ປຶກສາຫາລືກັນແນໃສ່ແກ້ໄຂຂໍ້ຂັດແຍ່ງດ້ວຍສັນຕິວິທີ.



ທີ່ມາ ລາວພັດທະນາ
Ad