ມື້ນີ້ເຮົາ ມີວິທີດີໆມານຳເໜີ ເປັນວິທີທີ່ຊ່ວຍກຳຈັດສິວສ້ຽນ ແລະ ຍັງເຮັດໃຫ້ຮູຂຸມຂົນນ້ອຍລົງອີກດ້ວຍ ບໍ່ເວົ້າຫຍັງຫຼາຍໆ ໄປເບິ່ງກັນເລີຍ
ອຸປະກອນທີ່ຕ້ອງກຽມ
1. ຜ້າຂົນໜູຈຸບນ້ຳອຸ່ນປັ້ນອອກພໍໝາດໆ
2. ເກືອເມັດລະອຽດ
3. ນ້ຳໝາກນາວ 1 ປ່ຽງ
4. ນ້ຳເຜຶ້ງ 1 ບ່ວງກາເປ
ວິທີເຮັດ
1. ເລີ່ມຈາກເອົາຜ້າຂົນໜູອຸ່ນໂປະທີ່ດັງຈັກ 10 ນາທີ ເພື່ອໃຫ້ສິວສ້ຽນທີ່ເປັນໄຂມັນທີ່ຢູ່ໃນຮູຂຸມຂົນຜຸດອອກມາ
2. ພໍໄຂມັນເລີ່ມແຫຼວໄຫຼອອກມານ້ອຍໜຶ່ງ ເພື່ອໃຫ້ຮູຂຸມຂົນເປີດກ່ອນ
3. ແລ້ວເອົາເກືອ, ນ້ຳໝາກນາວ, ນ້ຳເຜຶ້ງ ທີ່ປະສົມກັນແລ້ວ ມາໂປະແລ້ວນວດ ແບບເບົາໆ ປະມານ 10 ນາທີ
4. ຫຼັງຈາກນັ້ນໃຊ້ຜ້າຂົນໜູອຸ່ນອັນເກົ່າເຊັດອອກເບົາໆ
5. ແລ້ວລ້າງໜ້າດ້ວຍນ້ຳສະອາດປົກກະຕິເພື່ອໃຫ້ຮູຂຸມຂົນຫົດໂຕລົງ
3. ແລ້ວເອົາເກືອ, ນ້ຳໝາກນາວ, ນ້ຳເຜຶ້ງ ທີ່ປະສົມກັນແລ້ວ ມາໂປະແລ້ວນວດ ແບບເບົາໆ ປະມານ 10 ນາທີ
4. ຫຼັງຈາກນັ້ນໃຊ້ຜ້າຂົນໜູອຸ່ນອັນເກົ່າເຊັດອອກເບົາໆ
5. ແລ້ວລ້າງໜ້າດ້ວຍນ້ຳສະອາດປົກກະຕິເພື່ອໃຫ້ຮູຂຸມຂົນຫົດໂຕລົງ
ຂໍ້ມູນຈາກ: ຄິດອອກ