Top Ad

header ads

ນາຍົກລັດຖະມົນຕີແຫ່ງ ສປປລາວ ໄດ້ຮັບການຕ້ອນຮັບຢ່າງອົບອຸ່ນຈາກ ນາຍົກລັດຖະມົນຕີ ແລະ ປະຊາຊົນ ຊາວໄທ


ບາງກອກ: ໃນຕອນບ່າຍ ວັນທີ 6 ກໍລະກົດ 2016 ພະນະທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີແຫ່ງ ສປປລາວ ໄດ້ຮັບການຕ້ອນຮັບຢ່າງສົມກຽດຈາກທາງ ທ່າ່ນ ພົນເອກ ປຣະຍຸດ ຈັນໂອຊາ, ນາຍົກລັດຖະມົນຕີ ແຫ່ງຣາຊອານາຈັກໄທ.

ສອງຝ່າຍເຫັນພ້ອມກັນວ່າສາຍສໍາພັນ ລາວໄທ ໄດ້ເຂົ້າສູ່ຈຸດສູງສຸດ  ,ເຫັນໄດ້ເຖິງຄວາມເຂົ້າອົກເຂົ້າໃຈເຊິ່ງກັນແລະກັນ ແລະບໍ່ມີບັນຫາພາຍໃນເຊິ່ງກັນແລະກັນ , ທ່ານນາຍົກພວກເຮົາ ຍັງສະແດງຄວາມຂອບໃຈ ທີທາງລັດຖະບານໄທ ໃຫ້ຄວາມສະດວກແກ່ແຮງງານລາວ ທີ່ເຮັດວຽກໃນໄທ ແລະ ພະນະທ່ານ ປຣະຍຸດ ຈັນໂອຊາ ຍັງຈັດອາຫານຕ້ອນຮັບ ພະນະທ່ານນາຍົກ ທອງລຸນ ສີສຸລິດ ພ້ອມພັນລະຍາ ແລະ ຄະນະ ທີ່ ຕຶກແຂກລັດຖະບານ ໄທຄູ່ຟ້າ.
ພ້ອມດຽວກັນ ທັງສອງຝ່າຍ ກໍ່ໄດ້ຮ່ວມລົງນາມ ໃນຫຼາຍດ້ານໃນການຮ່ວມມື ໃນການພັດທະນາ ແລະ ຊ່ວຍເຫຼືອ ເຊິ່ງກັນແລະກັນ ຂອງສອງປະເທດ ບ້ານໃກ້ເຮືອນຄຽງ ທີ່ມີມູນເຊື້ອສຳພັນໄມຕີມາດົນນານ. ເຊິ່ງປະກອບດ້ວຍ: 1. ການຮ່ວມມືທາງດ້ານວິຊາການ, 2. ການພັດທະນາຝີມືແຮງງານ, 3. ການຈ້າງແຮງງານ, 4. ການຄຸ້ມຄອງແຮງງານ ແລະ 5. ການປະກັນສັງຄົມ. ເຊິ່ງທັງສອງຝ່າຍແມ່ນໄດ້ວາງແຜນ ຈະເຈລະຈາ ໃນເລື່ອງການຈ້າງງານໃຫ້ສຳເລັດໂດຍໄວ ພາຍໃນປີນີ້ ເພື່ອເຮັດໃຫ້ແຮງງານຂອງລາວ ທີ່ໄປເຮັດວຽກຢູ່ໄທ ເຂົ້າສູ່ລະບົບ.




ພາບແລະຂ່າວ: ນັກຂ່າວສັນຈອນ
Ad