Top Ad

header ads

ຫວຍລາວຍຶດອິສານ? ປະເທດໄທ



ຫວຍລາວຍຶດອິສານ?
ຕະຫຼາດຫວຍອິສານໄດ້ຖືກຫວຍລາວຍຶດຮຽບຮ້ອຍແລ້ວ ເພາະມີການອອກລາງວັນອາທິດລະ3ຄັ້ງຈຶ່ງເຮັດໃຫ້ເຈົ້າມື ຫວຍອິສານເປີດຮັບຂາຍຫວຍ ຄົນແຫ່ສ່ຽງໂຊກເຕັມ
ມີລາຍງານຂ່າວວ່າ ຕາມໝູ່ບ້ານໃນພາກອິສານ ນັກສ່ຽງໂຊກນິຍົມຊື້ຫວຍລາວຫຼາຍຂຶ້ນ ໂດຍເຈົ້າມື ແລະ ຄົນຂາຍກໍ່ໜ້າເກົ່າ
ການຈ່າຍເງິນກໍ່ຄ້າຍຄືກັນ ຄື ຊື້ 1ບາດ ຈະໄດ້ລາງວັນ 70ບາດ ຫຼື ບາງທ້ອງຖິ່ນ 1ບາດ ໄດ້ 60ບາດ
ເຂົາບອກວ່າ ລັກສະນະກຸ່ມຄົນຊື້ເລກໃນລາວມີຢູ່ 3 ກຸ່ມຄຶື:
1. ກຸ່ມຮາດຄໍ ສ່ວນໃຫຍ່ຈະເປັນຂາປະຈຳໃນບ້ານ
2. ກຸ່ມຫວັງລວຍທາງລັດເພາະເສດຖະກິດຝືດເຄືອງ ຈຶ່ງມີຄົນຄິດຫາເງິນດ້ວຍການສ່ຽງໂຊກເພີ່ມຂຶ້ນ.
3.ກຸ່ມສະໝັກຫຼິ້ນ ໂດຍການຊື້ຫວຍເອົາໄວ້ລຸ້ນທຸກງວດ
ອາທິດໜຶ່ງອອກເລກ 3ເທື່ອ ຄົນອິສານຊື້ຫວຍລາວ 12ຄັ້ງ ແລະ ບວກຫວຍໄທອີກ 2ຄັ້ງສະຫຼຸບວ່າຫຼິ້ນຫວຍ AEC ຫຼື ຫວຍຂ້າມຂອງ ລວມ 16ຄັ້ງ
ການກວດສອບຜົນຫວຍມີທັງນັກສ່ຽງໂຊກເຂົ້າກວດທາງເພຈ ຫວຍລາວ ຫຼື ບໍ່ຊັ້ນກະອາໄສເຈົ້າມື ເຊິ່ງກໍລະນີນີ້ແມ່ນຕ້ອງໄດ້ອາໄສຄວາມໄວ້ເນື້ອເຊື່ອໃຈກັນເປັນພິເສດ
=====================
ທີ່ມາ: ຄົມ ຊັດ ເລິກ/ http://www.komchadluek.net/news/regional/231951
Ad