ຈານລູກາ ດິ ມາຊິໂອ ນັກຂ່າວອີຕາລີລະບຸວ່າ ແມນເຊສເຕີ ຢູໄນເຕັດ ກັບ ພໍ ປັອກບາ ມິດຟິວຂອງ ຢູເວັນຕຸດ ຕົກລົງເງື່ອນໄຂສ່ວນຕົວໄດ້ແລ້ວໂດຍນັກເຕະຝຣັ່ງຈະໄດ້ຮັບຄ່າເມື່ອຍສູງເຖິງ 13 ລ້ານເອີໂຣຕໍ່ລະດູການ.
ແມນເຊສເຕີ ຢູໄນເຕັດ ສະໂມສອນຍັກໃຫຍ່ຂອງ ພຣີເມຍລີກ ຕົກລົງເງື່ອນໄຂສ່ວນຕົວກັບ ພໍ ປັອກບາ ກອງກາງຄົນເກັ່ງຂອງ ຢູເວັນຕຸດ ທີມຍັກໃຫຍ່ຈາກ ກັນໂຊ ຊີຣີ ອາ ໄດ້ແລ້ວ ຕາມການລາຍງານຂອງ ຈານລູກາ ດິ ມາຊິໂອ ນັກຂ່າວອີຕາລີທີ່ມີຄວາມໜ້າເຊື່ອຖືສູງ.
ປັອກບາ ຕົກເປັນຂ່າວກ່ຽວກັບການຍ້າຍທີມຕະຫຼອດໃນຫຼາຍມື້ທີ່ຜ່ານມາ ໂດຍມີທັງ ແມນຢູ, ເຣອັນ ມາດຣິດ ແລະ ເປເອັດເຊ ຕາງກໍໃຫ້ຄວາມສົນໃຈຢາກໄດ້ເຂົາໄປຮ່ວມທີມແຕ່ວ່າ “ຜີສາດແດງ” ເປັນທີມທີ່ມີຂ່າວກັບເຂົາຫຼາຍທີ່ສຸດ.
ເຖິງວ່າກ່ອນໜ້ານີ້ມີລາຍງານວ່າ ແມນຢູ ກັບ ຢູເວັນຕຸດ ຈະຍັງບໍ່ໄດ້ເຈລະຈາກັນເລື່ອງນີ້ແຕ່ ດິ ມາຊິໂອ ລະບຸວ່າ ແມນຢູ ຕົກລົງເລື່ອງເງື່ອນໄຂສ່ວນຕົວກັບ ປັອກບາ ໄປໄດ້ຮຽບຮ້ອຍແລ້ວໂດຍດາວເຕະທີມຊາດຝຣັ່ງຈະໄດ້ຮັບຄ່າເມື່ອຍສູງເຖິງ 13 ລ້ານເອີໂຣຕໍ່ລະດູການເຊິ່ງຈະສົ່ງຜົນໃຫ້ເຂົາກາຍເປັນໜຶ່ງໃນນັກເຕະທີ່ໄດ້ຮັບຄ່າເມື່ອຍສູງທີ່ສຸດຂອງໂລກທັນທີ.
ທີ່ມາ ຄິດອອກ