Top Ad

header ads

ຂ່າວດ່ວນ! ສາທາຢືນຢັນວ່າຄົນລົ້ມປ່ວຍກະທັນຫັນຢູ່ແຂວງຊຽງຂວາງແມ່ນເກີດຈາກເຊື້ອພະຍາດຊະນິດນີ້!!!



ໃນວັນທີ 15 ກໍລະກົດ 2016 ກະຊວງສາທາລະນະສຸກເຜີຍແຜ່ຂໍ້ມູນ ແລະ ຢືນຢັນວ່າການລະບາດພະຍາດທີ່ເປັນສາເຫດເຮັດໃຫ້ປະຊາຊົນເຈັບ ແລະ ລົ້ມປ່ວຍກະທັນຫັນຢູ່ເມືອງແປກ, ແຂວງຊຽງຂວາງແມ່ນຍ້ອນເຊື້ອຈຸລະໂລກທີ່ມັກພົບເລື້ອຍໆ ເອີ້ນວ່າ ພະຍາດຕັບອັກເສບຊະນິດເອ (Hepatitis A) ປັດຈຸບັນນີ້ຍັງມີຄົນເຈັບນອກປິ່ນປົວຢູ່ໂຮງໝໍປະມານ 60 ຄົນ.
ກະຊວງສາທາລະນະສຸກໄດ້ຮັບຮູ້ກ່ຽວກັບສະຖານະການທີ່ກໍາລັງເກີດຂຶ້ນຢູ່ ແຂວງຊຽງຂວາງ ແລະ ປຶກສາຫາລືຢູ່ຫ້ອງປະຕິບັດການສຸກເສີນໃນວັນທີ່ 13 ກໍລະກົດ 2016ເພື່ອປະຕິບັດມາດຕະການໂຕ້ຕອບຕໍ່ການລະບາດໃນຄັ້ງນີ້ ທາງກະຊວງສາທາລະນະນສຸກ ໄດ້ສົ່ງທີມງານຈາກສູນກາງປະກອບດ້ວຍ ກະຊວງສາທາລະນະສຸກ ແລະ ອົງການອະນາໄມໂລກ ລົງຮ່ວມກວດສອບການລະບາດໃນວັນທີ 14 ກໍລະກົດ 2016.
ໃນເດືອນພຶດສະພາ 2016ຜ່ານມານີ້ໄດ້ພົບການລະບາດຂອງພະຍາດດັ່ງກ່າວຢູ່ວິທະຍາໄລຕໍາຫລວດຂອງແຂວງຊຽງຂວາງ ແລະ ມີແນວໂນ້ມແຜ່ກະຈາຍ ຫລື ຕິດເຊື້ອພະຍາດໄດ້ເກີດຂຶ້ນຕັ້ງແຕ່ນັ້ນມາ ແລະ ຍັງມີກໍລະນີສືບຕໍ່ລາຍງານເປັນຈໍານວນຫລາຍ.
ອີງຕາມຂໍ້ມູນທາງດ້ານລະບາດວິທະຍາ, ການກວດສອບທາງດ້ານອາການສາດ ແລະ ການຢັ້ງຢືນທາງຫ້ອງວິເຄາະຂອງສອງກໍລະນີ ແມ່ນພົບເຊື້ອພະຍາດຕັບອັກເສບ ຊະນິດເອ (Hepatitis A) ໂດຍໂຮງໝໍມະໂຫສົດ. ທີມງານກວດສອບໄດ້ຢືນຢັນວ່າ ການລະບາດນີ້ແມ່ນຍ້ອນເຊື້ອພະຍາດຕັບອັກເສບ ຊະນິດເອ (Hepatitis A). ເຖິງຢ່າງໃດກໍຕາມການລົງສອບສວນເພີ່ມເຕີມ ແລະ ເກັບຕົວຢ່າງ ເພື່ອສົ່ງເຂົ້າໄປກວດຢູ່ຫ້ອງວິເຄາະຂອງຕ່າງປະເທດຍັງຄົງດໍາເນີນຢູ່.
ເຊື້ອພະຍາດຕັບອັກເສບ ຊະນິດເອ (Hepatitis A) ເຮັດໃຫ້ມີໄຂ້, ຮູ້ສຶກບໍ່ສົດຊື່ນ, ບໍ່ມີຄວາມຫີວ, ປວດຮາກ ແລະ ເຈັບທ້ອງ, ຈາກນັ້ນ ຕາມມາໂດຍອາການຕາເຫລືອງ, ຜິວເຫລືອງ ແລະ ຍ່ຽວເຫລືອງ. ບາງຄົນມີເຊື້ອພະຍາດນີ້ຢູ່ໃນຮ່າງກາຍ ແຕ່ບໍ່ອາການສະແດງອອກ ແລະ ສາມາດສົ່ງເຊື້ອພະຍາດຫາຄົນອື່ນໄດ້ ເຊິ່ງຈະມີການແຜ່ກະຈາຍຜ່ານຄົນສູ່ຄົນ ໂດຍການກິນອາຫານ ຫລື ສິ່ງເປິ້ເປື້ອນເຊື້ອພະຍາດຈາກຄົນທີ່ຕິດເຊື້ອ. ສໍາລັບພະຍາດນີ້ ແມ່ນແນະນໍາໃຫ້ປິ່ນປົວຕາມອາການ, ຄົນທີ່ເຈັບເປັນຈະຫາຍດີໄວກໍ່ຕໍ່ເມື່ອໄດ້ພັກຜ່ອນພຽງພໍ, ດັ່ງນັ້ນ ຈຶ່ງແນະນໍາໃຫ້ພັກຜ່ອນຢູ້ບ້ານໃນເວລາເຈັບເປັນ, ກິນຢາຫລຸດໄຂ້ເວລາມີໄຂ້ ແລະ ຄວນດື່ມນໍ້າໃຫ້ພຽງພໍເຊັ່ນກັນ.
ບາດກ້າວສໍາຄັນໃນການຢັບຢັ້ງບໍ່ໃຫ້ຕິດເຊື້ອພະຍາດຕັບອັກເສບ ຊະນິດເອ (Hepatitis A)ຄື: ຖ່າຍໃສ່ວິດ ແລະ ລ້າງມືໃສ່ສະບູທຸກຄັ້ງຫລັງຈາກອອກຈາກຫ້ອງນໍ້າ, ຄວນລ້າງມືໃສ່ສູທຸກຄັ້ງກ່ອນກະກຽມອາຫານ ແລະ ກ່ອນກິນອາຫານ, ໃນຍາມກິນເຂົ້າບໍ່ຄວນໃຊ້ບ້ວງ, ໄມ້ທູ່, ຊ້ອມຮ່ວມກັນ, ບໍ່ຄວນໃຊ້ຈອກຮ່ວມກັນ, ຄວນດື່ມນໍ້າຕົ້ມສຸກດີ ແລະ ສະອາດ, ຖ້າທ່ານບໍ່ສາມາດຫລີກລ້ຽງ ແລະຕ້ອງໄດ້ສໍາຜັດ ຫລື ອາໄສຮ່ວມກັບຄົນທີ່ມີເຊື້ອພະຍາດດັ່ງກ່າວ ທຸກໆຄັ້ງທ່ານຄວນລ້າງມີໃສ່ສະບູ, ສໍາລັບຜູ້ທີ່ກໍາລັງມີອາການດັ່ງກ່າວບໍ່ຄວນກະກຽມອາຫານ
ສໍາລັບຄົນເຈັບທີ່ມີອາການບໍ່ດີຂຶ້ນຄວນໄປພົບແພດທີ່ຢູ່ໃກ້ກັບບ້ານ. ພວກເຮົາທຸກຄົນສາມາດປ້ອງກັນພະຍາດຕັບອັກເສບຊະນິດເອ (Hepatitis A) ແຜ່ກະຈາຍຢູ່ຊຸມຊົນຂອງພວກເຮົາໄດ້ ໂດຍການຮັກສາຫລັກອານາໄມສາມສະອາດ ເຊັ່ນ: ກິນສະອາດ, ຢູ່ສະອາດ ແລະ ດື່ມສະອາດນັ້ນເອງ.

 

ຂໍ້ມູນຈາກ: Pathedlao Lao 

Ad