Top Ad

header ads

ໄຂມັນ-ຮອຍຕີນກາ..ກຳຈັດໄດ້ງ່າຍໆພຽງໃຊ້ໝາກກອຶພືດສຸດມະຫັດສະຈັນຫາງ່າຍໃກ້ໂຕ

ໝາກອຶພືດມະຫັດສະຈັນທີ່ສາມາດນຳມາປະກອບອາຫານໄດ້ຫຼາກຫຼາຍເມນູທັງຂອງຄາວແລະຂອງຫວານກໍ່ເພາະຄຸນຄ່າທາງອາຫານແລະແຮ່ທາດຕ່າງໆທີ່ໄດ້ຝັງໂຕຢູ່ໃນເນື້ອເຫຼືອງໆແນ່ນໆເຊີ່ງສັບພະຄຸນນານັບປະການນອກຈາກຈະບຳລຸງຮ່າງກາຍໃຫ້ແຂງແຮງແລ້ວຍັງຊ່ວຍລົດນ້ຳໜັກ-ໄຂມັນ-ຮອຍຕີນກາໄດ້ເປັນຢ່າງດີແຕ່ວ່າຊ່ວຍໃນເລື່ອງໃດໄດ້ອີກໄປເບີ່ງກັນເລີຍ
  • ລົດນ້ຳໜັກ
ເພາະໝາກອຶເປັນພືດຜັກທີ່ອຸດົມໄປດ້ວຍໄຟເບີ້ທີ່ມັກຈະຖືກເບີ່ງຂ້າມໄປຕະຫຼອດເຊີ່ງເນື້ອຂອງໝາກອຶຄ່ອນຂ້າງແນ່ນຫຼາຍຄົນເລີຍຄິດໄປວ່າໝາກອຶມີແປ້ງຫຼາຍທັງທີ່ຈິງແລ້ວໝາກອຶ 3 ກຼາມໃຫ້ແຄຣໍຣີພຽງ 49 ກິໂລແຄຣໍຣີເທົ່ານັ້ນເອງດັ່ງນັ້ນຫາກກຳລັງໄດເອດລອງຫັນມາກິນໝາກອຶແທນກໍ່ໄດ້
  • ລົດຮິ້ວຮອຍຕີນກາ
ແນ່ນອນວ່າສານຕ້ານອະນູມູນອິດສະຫຼະພະລັງແຄໂຣທີນນອຍໃນໝາກອຶນັ້ນຈະຊ່ວຍປົກປ້ອງເຊວຜິວໜັງບໍ່ໃຫ້ຖືກທຳລາຍຈົນຢ່ອຍຄ້ອຍໄດ້ແລະຫຼຸດໂອກາດເກີດຮິ້ວຮອຍເທີງຜິວໜັງໂດຍສະເພາະຮິ້ວຮອຍຕີນກາ,ຮອຍຮ່ຽວຕ່າງໆແບບທີ່ວ່າກິນໝາກອຶເປັນປະຈຳແລ້ວຈະຊ່ວຍເຮັດໃຫ້ໜ້າຕຶງໄດ້
  • ຊ່ວຍປັບອາລົມ
ມື້ໃດທີ່ສາວໆປະຈຳເດືອນມານັ້ນມັກຈະເປັນເຈົ້າອາລົມກັນພໍປະມານຢູ່ແລ້ວລອງມາກິນໝາກອຶເພື່ອຊ່ວຍໃຫ້ປັບອາລົມໄດ້ດີເຊີ່ງໃນໝາກອຶສີເຫຼືອງມີທຣິບໂຕແຟນທີ່ຈະຊ່ວຍສ້າງເຊໂຣໂຮນິນອັນເປັນຮໍໂມນປາບຄວາມຄຽດແລະຊ່ວຍໃຫ້ຈິດໃຈສະຫງົບຫຼືຈະນັ່ງແກະເມັດໝາກອຶທີ່ອົບກອບແລ້ວກໍ່ຊ່ວຍໄດ້ເຊັ່ນກັນ
  • ບຳລຸງເລືອດ
ເຊີ່ງໃນເມັດຂອງໝາກອຶນັ້ນອຸດົມໄປດ້ວຍວິຕາມິນເຄວິຕາມິນທີ່ສຳຄັນຂອງເສັ້ນເລືອດອີກຍັງທັງອຸດົມໄປດ້ວຍແຮ່ທາດເຫຼັກ,ໂພແທດຊຽມ,ສັງກະສີແລະແມ໋ກນີຊຽມຈື່ງດີຕໍ່ສຸ ຂະພາບຜູ້ຍິງໃນຊ່ວງໄວປະຈຳເດືອນລວມທັງບຳລຸງສຸຂະພາບໃຫ້ແມ່ຍິງຖືພາໃນເລື່ອງລະບົບປະສາດ, ກະດູກ,ກ້າມຊີ້ນ ແລະ ການຈະເລີນເຕີບ ໂຕຂອງເດັກນ້ອຍທີ່ຢູ່ໃນທ້ອງອີກນຳ


  • ກະຕຸ້ນການເຮັດວຽກຂອງພູມຄຸ້ມກັນ
ວິຕາມິນຊີທີ່ມີຢູ່ໃນໝາກອຶຊ່ວຍເສີມກຳລັງໃຫ້ລະບົບພູມຄຸ້ມກັນໃຫ້ແຂງແກ່ງຍິ່ງຂື້ນສະນັ້ນໃຜທີ່ມັກບໍ່ສະບາຍຢູ່ຕະຫຼອດແນະນຳໃຫ້ກິນ ໝາກອຶໜື້ງຫຼືເມັດໝາກອຶເພື່ອເຕີມຄວາມແຂງແຮງໃຫ້ລະບົບພາຍໃນໂຕເອງ
  • ລົດໄຂມັນແຫຼວ
ຊ່ວຍກຳຈັດໄຂມັນແຫຼວທີ່ທີ່ເກາະຢູ່ຕາມຜະໜັງຫຼອດເລືອດຫາກໃຫ້ສານຊີວະເຄມີທີ່ຊື່ໄຟໂຕຣເຕີຣໍເຂົ້າມາຈັດການຮັບຮອງວ່າລະດັບໄຂມັນແຫຼວໃນເສັ້ນເລືອດຈະພາກັນຫຼຸດລົງຢ່າງຄ່ອຍເປັນຄ່ອຍໄປຈື່ງຈະສົ່ງຜົນດີຕໍ່ສຸຂະພາບແລະຫົວໃຈນຳອີກ
  • ບຳລຸງສາຍຕາ
ຫາກສາຍຕາເຮົາເບີໆຫຼືເລີ່ມບໍ່ດີນັ້ນຕ້ອງປ່ອຍໃຫ້ເປັນໜ້າທີ່ຂອງວິຕາມິນເອໃນໝາກອຶຊ່ວຍບຳລຸງສາຍຕາຂອງເຮົາໃຫ້ສຽບຄົມຢູ່ຄືເກົ່າພຽງແຕ່ນຳໝາກອຶບົດ 1 ຖ້ວຍນ້ອຍກໍ່ໃຫ້ວິຕາມິນເອສູງເຖີງ 200% ທະລຸປະລິມານຮ່າງກາຍຄວນໄດ້ຮັບ/ມື້ເປັນແບບນີ້ໝາກອຶຈື່ງຊ່ວຍບຳລຸງສາຍຕາ ແລະ ລົດ ຄວາມເຊື່ອມຂອງເຊວກລູຕ້າໄດ້ເປັນຢ່າງດີ
  • ເຕີ່ມພະລັງຫຼັງອອກກຳລັງກາຍ
ຫາກເຮົາຮູ້ສຶກອ່ອນເພຍຫຼັງອອກກຳລັງກາຍແນະນຳໃຫ້ກຽມໝາກອຶໜື້ງມາກິນຫຼັງອອກ ກຳລັງກາຍເພາະໃນໝາກອຶອຸດົມໄປດ້ວຍໂພແທດ ຊຽມ,ແມ໋ກນີຊຽມທີຈະຊ່ວຍພິກຮ່າງ ກາຍທີ່ອອກກຳລັງກາຍຢ່າງອ່ອນເພຍໃຫ້ກັບມາສົດຊື່ນແລະຊ່ວຍໃຫ້ກ້າມຊີ້ນກັບມາເຮັດວຽກໄດ້ເຕັມ ປະສິດທິພາບຄືເກົ່າ.



ທີ່ມາ http://news.com.la/detail/15829
Ad