Top Ad

header ads

ຜົນ​ເສຍຈາກ​ການ​ກິນ​ອາ­ຫານ​ຮ້ອນ


ການ​ຮັບ​ປະ­ທານ​ອາ­ຫານ​ທີ່​ມີ​ອຸນຫະ​ພູມ​ຮ້ອນ (ປຸງ​ສຸກ​ຜ່ານ​ຄວາມ​ຮ້ອນມາ​ໃໝ່ໆ) ຊຶ່ງ​ຖື​ວ່າ​ມີ​ຄວາມ​ປອດ​ໄພ​ຕໍ່​ສຸຂະ​ພາບ ແຕ່​ຖ້າ­ວ່າ​ອາ­ຫານ​ທີ່​ກິນ​ລົງ​ໄປ ຫາກ​ມີ​ຄວາມ​ຮ້ອນ​ຫຼາຍ​ກໍ​ຈະ​ເຮັດ​ໃຫ້​ເກີດ​ບາດ­ແຜ​ໃນ​ປາກ ດັ່ງ­ນັ້ນ ຖ້າ​ຫາກ​ຈະ​ຊົດແກງ​ຮ້ອນໆ​ກິນ​ເຂົ້າ​ຮ້ອນໆ​ກໍ​ຕ້ອງ​ໃຫ້​ມີ​ຄວາມ​ຮ້ອນ​ທີ່​ ພໍ­ດີ​ຈິ່ງ​ຈະ​ບໍ່​ລວກ​ລີ້ນ​ລວກປາກ.
ທັງ​ນີ້ ​ຜູ້​ຊ່ຽວ­ຊານ​ດ້ານ​ໂພ­ຊະ​ນາ​ການ​ກໍ​ໄດ້​ລະ­ບຸ​ໄວ້​ວ່າ ການ​ຮັບ​ປະ­ທານ​ອາຫານ​ຮ້ອນ​ຈະ​ບໍ່​ແມ່ນ​ສາ­ເຫດ​ຂອງ​ພະ­ຍາດ​ມະ​ເຮັງ​ໃນ​ຫຼອດ​ອາ­ຫານ​ແຕ່​ວ່າ­ການຮັບ​ປະ­ທານ​ອາ­ຫານ​ຮ້ອນໆ​ກໍ​ຈະ​ສົ່ງ​ຜົນ​ໃຫ້​ເນື້ອ​ເຍື່ອ ​ໃນ​ຜົ້ງ​ປາກ​ຖືກ​ທຳ­ລາຍ ກາຍ­ເປັນ​ບາດ­ແຜ ແລະ ​ຖ້າ​ເປັນ​ຊ້ຳ​ເຮື້ອ​ກໍ​ຈະ​ກະ­ທົບ​ໄປ​ເຖິງ​ປະ­ສາດ​ສຳ­ຜັດ (ລີ້ນ) ແລະ​ ການ​ຫຍ້ຳ​ອາ­ຫານ ຊຶ່ງ​ຈະ​ເຮັດ​ໃຫ້​ຮັບ​ປະ­ທານ​ອາ­ຫານ​ລຳ­ບາກ ຍ້ອນ​ອາ­ການບາດ­ເຈັບ​ໃນ​ຜົ້ງ​ປາກ ແລະ ​ລີ້ນ​ນັ້ນ​ເອງ



ການ​ຮັບ​ປະ­ທານ​ອາ­ຫານ​ຮ້ອນ​ເກີນ​ໄປ​ອາດ​ບໍ່​ມີ​ອັນ­ຕະ­ລາຍ​ຮ້າຍ​ແຮງ​ ເຖິງຂັ້ນເຮັດ​ໃຫ້​ຫຼອດ​ອາ­ຫານ​ບາດ­ເຈັບ​ຈົນ​ເປັນ​ບາດ­ແຜ​ແຕ່​ກໍ​ບໍ່​ແມ່ນ​ເລື່ອງ​ດີ ​ຕໍ່​ການຍ່ອຍ ອາ­ຫານ ຊຶ່ງ​ທ່ານ​ກໍ​ລອງ​ຄິດວາດ​ພາບ​ເບິ່ງ​ວ່າ​ຖ້າ​ຫາກ​ປາກ ແລະ ​ລີ້ນ​ຖືກ​ນ້ຳ​ຮ້ອນ​ລວກ​ແລ້ວ​ຈະ​ເຮັດ​ໃຫ້​ບັນ­ຍາ­ກາດ ແລະ​ ອາ­ລົມ​ໃນ​ຂະ­ນະ​ການ​ກິນ​ອາ­ຫານ​ມີ​ຄວາມ­ສຸກ ຫຼື ລົດ​ຊາດ​ດີ​ບໍ່?


ທີ່ມາ http://news.com.la/detail/15833
Ad