Top Ad

header ads

ງ່າຍໆວິທີກຳຈັດກິ່ນຕົວແບບໄດ້ຜົນ!!



ວິ­ທີ​ແກ້​ກິ່ນ​ຕົວ​ແບບ​ໄດ້­ຜົນ​ແມ່ນ​ສາ­ມາດ​ເຮັດ​ໄດ້​ງ່າຍໆ​ຄື: ອັນ​ດັບ​ທຳ​ອິດ​ເຮົາ​ຄວນ​ຮັກ­ສາ​ຄວາມ​ສະ­ອາດ​ຮ່າງ­ກາຍ​ດ້ວຍ​ການ​ອາບ­ນ້ຳ​ຊຳ­ລະ​ລ້າງ​ຮ່າງ­ກາຍ​ສາ­ກ່ອນຊຶ່ງ​ເປັນ​ວິ­ທີ​ໜຶ່ງ​ທີ່​ກຳ­ຈັດ​ກິ່ນ​ຕົວ​ທີ່​ໄດ້­ຜົນ ເພາະ​ຈະ​ຊ່ວຍ​ຊະ​ລ້າງ​ສິ່ງ​ເປິ­ເປື້ອນ ແລະ ແບັກ​ທີ​ເຣຍ​ອອກ​ຈາກ​ຮ່າງ­ກາຍ ຖ້າ​ຈະ​ໃຫ້​ດີ​ຄວນ​ເລືອກ​ໃຊ້​ສະ­ບູ​ທີ່​ມີ​ຄຸນ­ສົມ­ບັດ​ກຳ­ຈັດ​ແບັກ​ທີ​ເຣຍ ຫຼື ລອງ​ໃຊ້​ເບກ​ກິ້ງ​ໂຊ­ດາ​ມາ​ປະ­ສົມ​ນ້ຳ​ອາບ​ກໍ​ໄດ້​ຫຼັງ​ຈາກ​ອາບ­ນ້ຳ​ແລ້ວ​ຄວນ​ເຊັດ​ຕົວ​ໃຫ້​ແຫ້ງ​ເພາະ​ຫຼາຍ​ຄົນ​ມັກ​ເບິ່ງ​ຂ້າມ​ເລື່ອງ​ນີ້​ໄປ​ແຕ່​ຮູ້ ຫຼື ບໍ່​ວ່າ​ຖ້າ​ເຮົາ​ເຊັດ​ຕົວ​ບໍ່​ສະ­ອາດ ໂດຍ​ສະ­ເພາະ​ຕາມ​ຊອກ​ຫຼືບ, ຂໍ້​ພັບ​ຕ່າງໆ​ກໍ​ຈະ​ເປັນ​ຈຸດ​ອັບ​ຊື້ນ ແລະ​ສະ​ສົມ​ແບັກ​ທີ​ເຣຍ​ໄດ້​ເປັນ​ຢ່າງ​ດີ​ອັນ​ເປັນ​ສາ­ເຫດ​ເຮັດ​ໃຫ້​ມີ​ກິ່ນ​ຕົວ, ຫຼຸດ​ການ​ຮັບ​ປະ­ທານ​ອາ­ຫານ​ທີ່​ມີ​ກິ່ນ​ແຮງ ແລະ​ອາ­ຫານ​ລົດ​ຊາດ ເຜັດ​ຮ້ອນ​ເພາະ​ຮ່າງ­ກາຍ​ຂອງ​ເຮົາ​ຈະ​ຂັບ​ກິ່ນ​ເຫຼົ່າ​ນີ້​ອອກ​ມາ​ທາງ​ຜິວ­ໜັງ​ເວ­ລາ​ທີ່​ມີ​ເຫື່ອ​ອອກ​ດ້ວຍ​ແຕ່​ບໍ່​ໝາຍ​ຄວາມ​ວ່າ​ຈະ​ກິນ​ບໍ່​ໄດ້​ແຕ່​ດົນໆ​ກິນ​ເທື່ອ​ໜຶ່ງ​ສ່ວນ​ອາ­ຫານ​ເຜັດໆ​ມັນ​ຈະ​ເຮັດ​ໃຫ້​ຮ່າງ­ກາຍ​ຂອງ​ເຮົາ​ຂັບ​ເຫື່ອ​ອອກ​ມາ​ເພື່ອ​ຄາຍ​ຄວາມ​ຮ້ອນ ດັ່ງ­ນັ້ນ​ອາ­ກາດ​ຮ້ອນໆ​ແບບ​ນີ້​ຄວນ​ຫຼຸດ​ການ​ກິນ​ເຜັດ​ລົງ​ໜ້ອຍ​ໜຶ່ງ​ກໍ​ຈະ​ດີ.
ນອກ­ຈາກ​ນັ້ນ​ຄວນ​ໃຊ້​ຜະ­ລິດ​ຕະ​ພັນ​ລະ­ງັບ​ເຫື່ອ​ທີ່​ອ່ອນ­ໂຍນ​ທາງ​ທີ່​ດີ​ຄວນ​ເລືອກ​ຜະ­ລິດ​ຕະ​ພັນ​ທີ່​ບໍ່​ມີ​ສ່ວນ​ປະ­ສົມ​ຂອງ​ນ້ຳ​ຫອມ ຫຼື ເປັນ​ສູດ​ທີ່​ອ່ອນ­ໂຍນ ເພາະ​ຜິວ­ໜັງ​ບາງ​ຈຸດ​ຂອງ​ເຮົາ​ນັ້ນ​ມີ​ຄວາມ​ບອບ​ບາງ ຈິ່ງ​ບໍ່​ກໍ່­ໃຫ້­ເກີດ​ຄວາມ​ລະ​ຄາຍ​ເຄືອງ​ພຽງ​ປະ­ຕິ­ບັດ​ຕາມ​ວິ­ທີ​ງ່າຍໆ​ເຫຼົ່າ​ນີ້​ກໍ​ຈະ​ຊ່ວຍ​ຫຼຸດ​ການ​ມີ​ກິ່ນ​ຕົວ​ແຮງໆ​ແບບ​ໄດ້­ຜົນ​ແລ້ວ.

ຂໍ້ມູນຈາກ: 
Ad