ສັບພະຄູນຂອງໝາກເຟືອງ ໝາກໄມ້ຄວບຄຸມນ້ຳໝັກ!!
ໝາກເຟືອງ ມີວິຕາມິນເຊຫຼາຍ ຈິ່ງສາມາດຊ່ວຍບັນເທົາໂລກເລືອດອອກຕາມເຟັນແຂ້ວ ເພາະໝາກເຟືອງມີປະລິມານພະລັງງານ, ນ້ຳຕານ ແລະ ເກືອໂຊດຽມຕ່ຳ ເໝາະກັບການກິນເພື່ອຫຼຸດນ້ຳໜັກ, ຄວບຄຸມນ້ຳຕານໃນເລືອດ ຫຼື ຫຼຸດຄວາມອ້ວນ ມີກົດໝາກໄມ້ທີ່ຫຼາຍ ໃຊ້ເປັນສ່ວນປະສົມຂອງເຄື່ອງສຳອາງ, ຊ່ວຍຊຳລະ ລ້າງຜິວກາຍ ແລະ ປ້ອງກັນການເກີດສິວ.
ສັບພະຄຸນ ທາງຢາສະໝຸນໄພ: ໝາກເຟືອງຊ່ວຍໃນອາການຂອງຄົນທີ່ຂາດນ້ຳ, ແກ້ຮ້ອນໃນ, ຫຼຸດຄວາມຮ້ອນພາຍໃນຮ່າງກາຍບັນເທົາອາການຂອງໜິ້ວໃນທາງເດີນປັດສະວະ, ແກ້ອາການໄອ, ໃຊ້ກຳຈັດຂີ້ຄັນແຄຊ່ວຍໃຫ້ເລືອດແຂງຕົວງ່າຍ ຊ່ວຍໃຫ້ນອນຫຼັບສະບາຍ ແລະບັນເທົາອາການເລືອດອອກຕາມເຟັນແຂ້ວ, ໃບ ແລະ ຮາກໝາກເຟືອງໃຊ້ປຸງແຕ່ງກິນເປັນຢາດັບພິດຮ້ອນໃນ, ແກ້ໄຂ້, ໃບສົດຕຳໃຊ້ຟອກຕຸ່ມອີສຸກອີໃສ ແລະ ຂີ້ຫິດຂີ້ກາກ ຫຼື ໃຊ້ຕົ້ມອາບແກ້ຕຸ່ມຄັນ, ໃບອ່ອນ ແລະ ຮາກໝາກພ້າວພໍປະມານນຳມາປະສົມລວມກັນຕົ້ມດື່ມແກ້ ໄຂ້ຫວັດໃຫຍ່, ແກ່ນ ແລະ ຮາກໝາກເຟືອງຕົ້ມດື່ມແກ້ອາການຖອກທ້ອງ, ແກ້ເສັ້ນເອັນອັກເສບ ເຖິງຈະມີຂໍ້ດີບໍ່ໜ້ອຍແຕ່ກໍຄວນລະວັງໃນການກິນເຊັ່ນກັນ ໂດຍສະເພາະຜູ້ທີ່ເປັນໂລກໝາກໄຂ່ຫຼັງບໍ່ຄວນກິນໝາກເຟືອງເດັດຂາດ ເພາະຈະເຮັດໃຫ້ເກີດອາການຂ້າງຄຽງຕ່າງໆໄດ້.
ຂໍ້ມູນຈາກ: ຄິດອອກ