Top Ad

header ads

ສະວິດປີ້ ແລມໂບ້ ໝາທີ່ອັບປະລັກທີ່ສຸດໃນໂລກໂຕທຳອິດ




ສະວິດປີ້ ແລມໂບ້ ໝາພັນຊີວາວາອາຍຸຫຼາຍ ຕາບອດແລະຂີ້ເຮື້ອນກິນທົ່ວໂຕ ໄດ້ຮັບກຽດໃຫ້ເປັນໝາທີ່ອັບປະລັກທີ່ສຸດໃນໂລກ ຫຼັງຈາກມັນຖຶກເຈົ້ານາຍສົ່ງເຂົ້າປະກວດແລະໄດ້ແຊ້ມມາໄດ້ສຳເລັດ

ຫຼາຍຄົນອາດຮູ້ຈັກການປະກວດໝາທີ່ຊອກຫາໝາທີ່ມີຊາດຕະກຸນດີ, ຂົນງາມແລະຊັດສ່ວນໄດ້ຮູບ ຫຼືຮູ້ບໍ່ວ່າເທິງໂລກໃບນີ້ມີການປະກວດສຸດແປກປະຫຼາດຂອງບັນດາໝາ ທີ່ຊອກຫາໝາທີ່ອັບປະລັກທີ່ສຸດໃນໂລກ


 ເບິ່ງລວມແລ້ວມັນອາດຈະເປັນການປະກວດທີ່ມ່ວນໆແຕ່ຂໍບອກວ່າພວກເຂົາຈິງຈັງກັນທີ່ສຸດ ການປະກວດນີ້ຈັດຂຶ້ນໂດຍ Sonoma-Marin fair ໃນລັດແຄລິຟໍເນຍ ສະຫາລັດອາເມລິກາ ສ່ວນໝາທີ່ນັ່ງແທນໝາທີ່ອັບປະລັກທີ່ສຸດໃນໂລກ ປະຈຳປີ 2559 ໄດ້ແກ່ໝາພັນຊີວາວາ ອາຍຸ 17 ປີ ເຊິ່ງມັນເຖົ້າຫຼາຍແລ້ວ ຕາຂອງມັນກໍ່ເບິ່ງບໍ່ຄອຍເຫັນ ມັນຊື່ວ່າ ສະວິດປີ້ ແລມໂບ້ ແລະເຈົ້າຂອງມັນຊື່ວ່າ ເຈສັນ ເວີທັດ ຕາມການລາຍງານຈາກເວັບໄຊ Time  ໃນວັນທີ 27 ມີຖຸນາ 2559
ຕອນທຳອິດ ເຈສັນ ຕັ້ງໃຈຈະນຳ ສະວິດປີ້ໄປໃຫ້ເມຍເກົ່າຂອງລາວ ແຕ່ລາວຕ້ອງໄດ້ລ້ຽງເອງ ສະວິດປີ້ມັນມີຫູໃຫຍ່ຄ້າຍຄືກັບເກຍ ຕາສີຟ້າແລະເຫຼືອງຂ້າງລະສີ ນ້ຳໜັກ 1,8 ກິໂລກຼາມ ທັງໂຕບໍ່ມີຂົນຍົກເວັ້ນເຄິ່ງກາງຫົວ ເຊິ່ງເປັນຂົນບໍ່ລຽບສີຂາວ
ແຕ່ມັນຈະເປັນໝາທີ່ອັບປະລັກປານໃດ ເຈສັນ ລາວກໍ່ຍັງຮັກໝາຂອງລາວ ເຖິງຂະໜາດວ່າແຟນສາວຫຼາຍໆຄົນຕ້ອງອາດຈະຫວງໝານ້ອຍໆໂຕນີ້ເລີຍ ແຕ່ເຈສັນລາວກໍ່ບໍ່ສົນໃຈ ລາວບອກວ່າ ສະວິດປີ້ມັນຢູ່ກັບລາວກ່ອນທີ່ແຟນໆຂອງລາວຈະກ້າວເຂົ້າມາ ແລະມັນກໍ່ຢູ່ຄຽງຂ້າງລາວໃນຕອນທີ່ພວກເຂົາກ້າວຈາກໄປ ນີ້ແຫຼ້ທີ່ເອີ້ນວ່າໝູ່ທີ່ດີທີ່ສຸດສຳລັບລາວ




ຂໍຂອບໃຈຂໍ້ມູນຈາກ: kapoo.com 
Ad