Top Ad

header ads

ຂໍ້ຄິດກ່ຽວກັບເລື່ອງອັງກິດລາອີຢູ ( ຄໍລຳ ເບິ່ງກວ້າງເຫັນໄກ )



ວິເສດ ສະແຫວງສຶກສາ

    ຂ່າວເດັ່ນດັງທີ່ຍັງເປັນຄວັນຫລົງກິ່ນເຫລືອໃນເວທີສາກົນຢູ່ດຽວນີ້ ກໍຄືເລື່ອງການຖອນສຳມະໂນຄົວອອກຈາກສະຫະພາບເອີຣົບ (ອີຢູ-EU) ຂອງອັງກິດຜ່ານການລົງປະຊາມະຕິໃນເດືອນມິຖຸນາຜ່ານມາ. ໃນປັດຈຸບັນ ໂລກຍັງຕິດຕາມຂະບວນການຖອນຕົວຈິງ ເຊິ່ງຄາດວ່າຈະແກ່ຍາວເປັນເວລາ ປີ ຈຶ່ງຈະສຳເລັດ. ຄວາມເປັນຫ່ວງຂອງຫລາຍປະເທດຕໍ່ເຫດການທີ່ບໍ່ຄາດຝັນນີ້ສ່ວນໜຶ່ງກໍຍ້ອນຢ້ານວ່າມັນຈະສົ່ງຜົນກະທົບແບບຕ່ອງໂສ້ມາສູ່ປະເທດຂອງຕົນ ຫລື ຕໍ່ລະບົບການເມືອງ ແລະ ເສດຖະກິດໂລກ ເພາະໃນຍຸກໂລກາພິວັດນີ້ເຫດການທີ່ເກີດຂຶ້ນໃນຈອກແຈໜຶ່ງຂອງໂລກນັ້ນມັນສະເທືອນໄປທົ່ວໂລກ. ຍັງມີອີກຫລາຍປະເທດທີ່ເປັນຫ່ວງນຳອະນາຄົດຂອງບັນດາປະເທດທີ່ມີການຮ່ວມກຸ່ມກັນຄ້າຍໆກັບອີຢູ ເພາະຢ້ານວ່າຖ້າບໍ່ຖອດຖອນບົດຮຽນ
ໄວ້ດີໆ ປະຫວັດສາດອາດຈະຊ້ຳຮອຍອີກ. ຍ້ອນແນວນີ້ ທາງການຂອງຫລາຍປະເທດຈຶ່ງອອກຄຳເຕືອນກ່ຽວກັບບັນຫານີ້ໄວ້ ເຊັ່ນຫວ່າງບໍ່ດົນມານີ້,ລັດຖະມົນຕີກະຊວງການຄ້າຂອງອິນໂດເນເຊຍ ກໍໄດ້ຮຽກຮ້ອງໃຫ້ອາຊຽນຖອດຖອນບົດຮຽນຈາກເຫດການອັງກິດຖອນຕົວອອກຈາກອີຢູ. ທ່ານວ່າຈຸດທີ່ອາຊຽນຄວນເບິ່ງຄັກໆ ກໍຄືການສ້າງປະຊາຄົມໂດຍຖືເອົາຜົນປະໂຫຍດຂອງປະຊາຊົນໃນແຕ່ລະປະເທດເປັນໃຈກາງແທ້ໆການສ້າງແຜນການກໍຄືສັນຍາຕ່າງໆຕ້ອງໃຫ້ປະຊາຊົນມີສ່ວນຮ່ວມນຳຢ່າງກວ້າງຂວາງຕ້ອງເອົາໃຈໃສ່ຊົນຊັ້ນກຳມະກອນ ເພື່ອບໍ່ໃຫ້ອາຊຽນກາຍເປັນອົງການທີ່ຮັບໃຊ້ແຕ່ຄົນໃນສັງຄົມໄຮໂຊ (ສັງຄົມຊັ້ນສູງ). ຢູ່ໄທທ່ານ ສາຖິດ ລິມພົງພັນ ອະດີດຫົວໜ້າຫ້ອງການກະຊວງການເງິນໄທອະດີດປະທານຕະຫລາດຮຸ້ນໄທ ມີຄຳເຫັນວ່າ: ການຖອນໂຕຂອງອັງກິດອອກຈາກອີຢູນັ້ນຊີ້ໃຫ້ເຫັນວ່າ ອີຢູໄປຜິດທາງ ຄືບໍ່ສາມາດສະໜອງຜົນປະໂຫຍດທາງເສດຖະກິດໃຫ້ໝົດປະເທດສະມາຊິກໄດ້. ທ່ານກ່າວຕື່ມວ່າ: ຈຸດທີ່ຜິດພາດກໍຄືຕອນອີຢູຢ່ວງຂ້າມເປົ້າໝາຍການເປັນຕະຫລາດຮ່ວມມາເປັນອົງການການເມືອງໜຶ່ງດຽວ ເຊິ່ງພາໃຫ້ເກີດມີຂໍ້ຂັດແຍ່ງ ເພາະນັ້ນບໍ່ແມ່ນເປົ້າໝາຍດັ້ງເດີມຕາມສັນຍາທີ່ບັນດາປະເທດສະມາຊິກຮັບຮອງເອົາໃນເບື້ອງຕົ້ນ. ທ່ານວ່າ ອາຊຽນຄວນໃສ່ໃຈຫລັກການເຄົາລົບອະທິປະໄຕຂອງແຕ່ລະປະເທດສະມາຊິກຢ່າຊ້ຳຮອຍອີຢູທີ່ບໍ່ສົນໃຈນຳຄວາມບໍ່ໄວ້ວາງໃຈ ແລະ ຄວາມບໍ່ພໍໃຈຂອງປະຊາຊົນ. ສ່ວນທ່ານ ເອີໂດກັນ (Erdogan) ປະທານາທິບໍດີປະເທດຕວກກີ (ເຕີຄີ) ນັ້ນ ໄດ້ຄາດຄະເນໄວ້ລ່ວງໜ້າວ່າ: ສະຫະພາບເອີຣົບຍັງຈະແຕກແຍກກັນຕໍ່ໄປຕື່ມ. ທ່ານກ່າວວ່າ: ການຕົກລົງຂອງປະຊາຊົນອັງກິດໃນການຖອນຈາກການເປັນສະມາຊິກຂອງອີຢູນັ້ນ ເປັນການເລີ່ມຕົ້ນສັກກະລາດໃໝ່ໂລກທັງໂລກໃຜກໍຄິດວ່າສຽງປະຊາມະຕິຈະເຫັນດີໃຫ້ອັງກິດສືບຕໍ່ຢູ່ກັບອີຢູແຕ່ຜົນອອກມາພັດໄປທາງປີ້ນ. ທ່ານເຕືອນວ່າ: ອີຢູຍັງຈະສືບຕໍ່ແຕກແຍກກັນຕື່ມ ຖ້າບໍ່ປັບປຸງນະໂຍບາຍຂອງຕົນກ່ຽວກັບຊາວອົບພະຍົບກ່ຽວກັບລັດທິຈຳແນກເຊື້ອຊາດ ແລະ ການລັງກຽດຄຽດຊັງສາສະໜາອິດສະລາມ. ທ່ານອອກສຽງຕຳນິອີຢູທີ່ແກ່ຍືດແກ່ຍາວຄຳຮ້ອງຂອງເຕີຄີ ເພື່ອເຂົ້າເປັນສະມາຊິກອີຢູ ເຊິ່ງໄດ້ສະເໜີມາແຕ່ປີ 1987, ໃນປີ 2005 ເຕີຄີ ເລີ່ມຂະບວນກະກຽມເຂົ້າເປັນສະມາຊິກອີຢູແຕ່ກໍຖືກໂຈະມາເລື້ອຍໆ ຍ້ອນມີຫລາຍບັນຫາ. ໃນກາງເດືອນມິຖຸນາຜ່ານມາ,ທ່ານປະທານາທິບໍດີ ເອີໂດກັນ ໄດ້ສະເໜີໃຫ້ລົງປະຊາມະຕິທົ່ວປະເທດວ່າເຕີຄີຄວນສືບຕໍ່ຂັ້ນຕອນກະກຽມເຂົ້າເປັນສະມາຊິກອີຢູ ຫລື ຄວນຢຸດເຊົາເລີຍ.




ທີ່ມາ ລາວພັດທະນາ
Ad