Top Ad

header ads

ຄວາມຮູ້ທົ່ວໄປກ່ຽວກັບ ແຂວງໄຊຍະບູລີ ທີ່ຄວນຮູ້


ແຂວງໄຊຍະບູລີ
ຂໍ້ມູນທົ່ວໄປ
ຊື່ພາສາລາວ ແຂວງໄຊຍະບູລີ
ເມືອງເອກ ໄຊຍະບູລີ
ຂໍ້ມູນສະຖິຕິ
ເນື້ອທີ່ 16,389 km²
ປະຊາກອນ 363,195 (2012 ຄາດຄະເນ) ຄົນ
ຄວາມໜາແໜ້ນປະຊາກອນ 23 ຄົນ/km²

ລັກສະນະພູມສັນຖານ
ແຂວງໄຊຍະບູລີ ເປັນແຂວງທີ່ມີຊ້າງຫລາຍທີ່ສຸດໃນປະເທດລາວ. ຫລັງຈາກແມ່ນ້ຳຂອງໄຫລຜ່ານແຂວງບໍ່ແກ້ວ, ແຂວງອຸດົມໄຊ ມາຍັງແຂວງຫລວງພະບາງ ຈາກຫລວງພະບາງ ແມ່ນ້ຳຂອງໄຫລ ຕໍ່ໄປຍັງແຂວງໄຊຍະບູລີ ແຂວງທີ່ອາດຈະບໍ່ໂດດເດັ່ນໃນເລື່ອງການທ່ອງທ່ຽວຫລາຍເທົ່າໃດ ຖ້າທຽບກັບເມືອງຫລວງພະບາງ ແລະ ນະຄອນວຽງຈັນ ແຕ່ໃນອະນາຄົດອາດໄດ້ຮັບຄວາມນິຍົມຈາກນັກທ່ອງທ່ຽວ ຫາກຖະໜົນທີ່ເຊື່ອມຕໍ່ແຂວງນ່ານ ເຂົ້າສູ່ແຂວງໄຊຍະບຸລີຕັດຜ່ານໄປຍັງຫລວງພະບາງ ໄຊຍະບູລີ ເມືອງແຫ່ງປ່າໄມ້ທີ່ອຸດົມສົມບູນ ແລະ ທຳມະຊາດອັນສວຍງາມ ຕັ້ງຢູ່ເທິງພູເຂົາ ແລະ ທົ່ງພຽງ ມີເຂດແດນຕິດກັບໄທຍາວ 647 ກິໂລແມັດ. ປະຊາກອນສ່ວນຫຼາຍ ແມ່ນ ລາວລຸ່ມ, ໄທດຳ, ໄທລື້, ຂະໝຸ, ຂະສິ່ນ, ກີ, ອາຂ່າ ທາງຕະເວັນອອກຕິດກັບຝັ່ງແມ່ນ້ຳຂອງ ຈະເຫັນຍອດພູເຂົາທີ່ເບິ່ງໄກໆ ຈະເໝືອນຊ້າງກຳລັງຍ່າງ ຈຶ່ງໄດ້ຊື່ວ່າ ຜາຊ້າງ ສ່ວນທາງທິດຕະເວັນຕົກຂອງຕົວເມືອງເປັນທີ່ຕັ້ງຂອງປ່າສະຫງວນແຫ່ງຊາດນ້ຳປຸ້ຍ ຖັດມາທາງຕອນໃຕ້ໃກ້ຊາຍແດນມີ ນ້ຳຕົກໃຫ້ທ່ຽວຊົມ ໄດ້ແກ່ ນ້ຳຕົກເຮືອນຄຳ ນ້ຳຕົກຕາດເຫືອງ ແຕ່ຍັງບໍ່ມີຖະໜົນເຂົ້າເຖິງ ສ່ວນນ້ຳຕົກທີ່ມີຖະໜົນເຂົ້າເຖິງໄດ້ແກ່ ນ້ຳຕົກຕາດເຈົ້າ ສູງປະມານ 30 ແມັດ ການເດິນທາງສະດວກ ຢູ່ໃກ້ຕົວເມືອງ ຫ່າງຈາກທ່າເຮືອປະມານ 1 ກິໂລແມັດ ຊາວບ້ານສ່ວນໃຫຍ່ນິຍົມມາທ່ຽວພັກຜ່ອນຊຶ່ງເຈົ້າຊີວິດສີສະຫວ່າງວົງໂປດໃຫ້ສ້າງຂຶ້ນ.

ທີ່ຕັ້ງ
ຕິດກັບ ແຂວງບໍ່ແກ້ວ ແລະ ແຂວງອຸດົມໄຊ ທາງທິດເໜືອ
ຕິດກັບ ແຂວງເລີຍ ປະເທດໄທ ທາງທິດໃຕ້
ຕິດກັບ ແຂວງຫລວງພະບາງ ແລະ ແຂວງວຽງຈັນ ທາງທິດຕາເວັນອອກ
ຕິດກັບ ແຂວງນ່ານ, ອຸດຕະຣະດິດ, ພະເຍົາ, ຊຽງຣາຍ,ພິດສະນຸໂລກ ປະເທດໄທ ທາງທິດຕາເວັນຕົກ
ບັນດາເມືອງ
1. ເມືອງບໍ່ແຕນ
2. ເມືອງຫົງສາ
3. ເມືອງແກ່ນທ້າວ
4. ເມືອງຄອບ
5. ເມືອງເງິນ
6. ເມືອງປາກລາຍ
7. ເມືອງພຽງ
8. ເມືອງທົ່ງມີໄຊ
9. ເມືອງໄຊຍະບູລີ
10. ເມືອງຊຽງຮ່ອນ
11. ເມືອງໄຊສະຖານ













Ad