Top Ad

header ads

ໃນນະຄອນຫລວງວຽງຈັນຈະຕິດຕັ້ງກ້ອງວົງຈອນປິດເພີ່ມຫລາຍຮ້ອຍຈຸດ

ໃນອະນາຄົດອັນໃກ້ນີ້ ເຫດການບໍ່ດີຕ່າງໆທີ່ເກີດຂຶ້ນໃນນະຄອນຫລວງວຽງຈັນຈະໄດ້ຮັບການບັນທຶກ ແລະ ແກ້ໄຂສະພາບໂດຍໄວ, ພາຍຫລັງລັດຖະບານໄດ້ອະນຸມັດໂຄງການຍົກລະດັບກ້ອງວົງຈອນປິດ ແລະ ສັນຍານເຕືອນໄພຕົວເມືອງນັບຫລາຍຮ້ອຍຈຸດ ເຊິ່ງໂຄງການດັ່ງກ່າວໄດ້ມີພິທີລົງນາມຈັດຕັ້ງປະຕິບັດໃນທ້າຍອາທິດຜ່ານມາ ລະຫວ່າງຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ພົນຈັດຕະວາ ສົມຫວັງ ທຳມະສິດ ແລະ ທ່ານ ລີ ຈອງ ຮວຽນ ຜູ້ບໍລິຫານບໍລິສັດໂກລດຣາກອນລາວຈຳກັດ.
ໂຄງການດັ່ງກ່າວລວມມີມູນຄ່າທັງໝົດ 28 ລ້ານໂດລາສະຫະລັດ ເຊິ່ງລວມມີການຕິດຕັ້ງກ້ອງວົງຈອນປິດ ແລະ ລະບົບສັນຍານເຕືອນໄພໃນຕົວເມືອງຕ່າງໆຂອງນະຄອນຫລວງວຽງຈັນທັງໝົດ 790 ຈຸດ, ປັບປຸງຍົກລະດັບເຄືອຂ່າຍໃຫ້ທັນສະໄໝ ແລະ ສາມາດເຊື່ອມຕໍ່ລະບົບໂທລະພາບເຂົ້າກັບສູນບັນຊາ ແລະ ສະຖານີຕຳຫລວດ, ພ້ອມຍົກລະດັບຂໍ້ມູນບັນທຶກພາບຈາກລະບົບອານາລ໋ອກເປັນດີຈີຕອນ ແລະ ຊ່ວຍເຝິກອົບຮົມໃຫ້ພະນັກງານເພື່ອຄວບຄຸມບັນຊາລະບົບຕ່າງໆມີປະສິດທິຜົນດີຂຶ້ນ ໂດຍແມ່ນບໍລິສັດໂກລດຣາກອນເປັນຜູ້ລົງທຶນກ່ອນ 100% ແລ້ວລັດຖະບານຈຶ່ງຊຳລະຄືນໃຫ້ໃນໄລຍະເວລາ 8 ປີ. ຄາດວ່າຈະມີປະໂຫຍດຫລາຍໃນການຕິດຕາມ, ບັນທຶກ ແລະ ເປັນຫລັກຖານຢັ້ງຢືນໃນການກະທຳຜິດ, ເປັນສູນລວບລວມຂໍ້ມູນໃນການກວດສອບການຈະລາຈອນ, ກໍລະນີເກີດເຫດຊີງຊັບ, ລັກຊັບ, ອາຊະຍາກຳຕ່າງໆໃນນະຄອນຫລວງວຽງຈັນ ເພື່ອຮັບປະກັນຄວາມປອດໄພຂອງຊີວິດ ແລະ ຊັບສິນຂອງປະຊາຊົນ.

ຂໍ້ມູນຈາກ: Laophatthana Newspaper
Ad