Top Ad

header ads

ວິທີຈັດການກັບສະມາດໂຟນແອນດຣອຍຊ້າໃຫ້ໄວຂຶ້ນ



     ຫຼາຍ​ຄົນ​ອາດ​ເຄີຍ​ພົບ​ກັບ​ບັນ­ຫາ​ສະ­ມາດ​ໂຟນ​ແອນ​ດຣອຍ​ເມື່ອ ໃຊ້​ໄປ​ດົນໆ​ແລ້ວ​ຊ້າ​ລົງໆ​ເຮັດ​ໃຫ້​ອາ­ລົມ​ເສຍ​ຢູ່​ຕະ­ຫຼອດ​ເວ­ລາ​ໃນ​ມື້­ນີ້​ຄໍ ລຳ​ຜ່າ​ໂລກ​ໄອ​ທີ​ຈະ​ຂໍ​ແນະ­ນຳ​ວິ­ທີ​ຈັດ­ການ​ກັບ​ສະ­ມາດ​ໂຟນ​ແສນ​ຮັກ​ທີ່​ຊ້າເຫຼືອ​ເກີນ​ໃຫ້​ໄວ​ຂຶ້ນ.

     ໂດຍ​ບັນ­ຫາ​ເຫຼົ່າ​ນີ້ ສ່ວນ​ຫຼາຍ​ມັກ​ເກີດ​ກັບ​ສະ­ມາດ​ໂຟນ​ທີ່​ມີ​ແຣມ ແລະ​ໜ່ວຍ​ຄວາມ​ຈຳ​ພາຍ​ໃນ​ຕົວ​ເຄື່ອງ​ໜ້ອຍ ດັ່ງ­ນັ້ນ​ທ່ານ​ຕ້ອງ​ທຳ​ໃຈ​ຖ້າ​ຫາກ ທ່ານ​ຊື້​ສະ­ມາດ​ໂຟນ​ທີ່​ຄຸນ​ລັກ­ສະ­ນະ​ສະ­ເພາະ​ໜ້ອຍໆ​ມາ ໂດຍ​ສະ­ເພາະ ເຄື່ອງ​ທີ່​ມີ​ແຣມ 512 MB ຫຼື ROM 4 GB ເພາະ­ວ່າ​ຈະ​ເຕັມ​ໄວ​ວິ­ທີ​ແກ້ ບັນ­ຫາ​ເບື້ອງ​ຕົ້ນ​ແມ່ນ​ໜີ​ບໍ່​ມົ້ມ​ການ​ເຂົ້າ​ໄປ​ຈັດ­ການ​ການ​ເຮັດ​ວຽກ​ຂອງ ສະ­ມາດ​ໂຟນ​ບໍ່​ໃຫ້​ເຮັດ​ວຽກ​ໜັກ​ເກີນ​ໄປ.
  1. ຈັດ­ການ​ແອບ​ພລິ​ເຄ​ເຊິນ​ທີ່​ບໍ່​ຈຳ­ເປັນ: ຍ້ອນ​ວ່າ​ແອບ​ພລິ​ເຄ​ເຊິນ ບາງ​ອັນ​ທີ່​ເຮົາ​ໂຫຼດ​ມາ​ນັ້ນ​ຈະ​ເຮັດ​ວຽກ​ຢູ່​ຕະ­ຫຼອດ​ເວ­ລາ ໂດຍ​ສະ­ເພາະ ບັນ­ດາ​ແອັບ​ທີ່​ໃຊ້​ໃຈ​ການ​ແຊັດ​ເຊັ່ນ Social Media ຕ່າງໆ​ເພາະ​ມັນ​ຈະ​ກິນ​ແຣມ​ຂອງ​ສະ­ມາດ​ໂຟນ​ເຮົາ​ຢູ່​ຕະ​ຫຼວດ​ເວ­ລາ.
  2. ແອບ​ພລິ​ເຄ​ເຊິນ​ອັນ​ໃດ​ທີ່​ບໍ່​ໃຊ້​ໃຫ້​ເປີດ​ໄປ​ເລີຍ: ເພາະ­ວ່າ​ການ ເຮັດ​ວຽກ​ຂອງ​ສະ­ມາດ​ໂຟນ​ແອນ​ດຣອຍ​ເປັນ​ແບບ Multitask ຄື​ສາ­ມາດ ເປີດ​ໄດ້​ຫຼາຍໆ​ຫຼາຍ​ໜ້າ ເວ­ລາ​ທີ່​ເຮົາ​ຫຼິ້ນ​ເກມ​ແລ້ວ​ກົດ​ປຸ່ມ Home ແອບ ພລິ​ເຄ​ເຊິນ​ນັ້ນ​ອາດ​ຈະ​ຍັງ​ບໍ່​ປິດ​ເທື່ອ ມັນ​ຈະ​ເຮັດ​ວຽກ​ລໍ­ຖ້າ​ໃຫ້​ເຮົາ​ກັບ ເຂົ້າ​ໄປ​ໃຊ້​ງານ​ແອັບ​ຢູ່ (ເຮົາ​ສາ­ມາດ​ເລືອກ​ເຮັດ​ວຽກ​ຕໍ່​ໄດ້​ໂດຍ​ການ​ກົດ​ປຸ່ມ Recent App ແລ້ວ​ເປີດ​ແອັບ​ທີ່​ເຮົາ​ເປີດ​ແລ້ວ​ຍັງ​ບໍ່​ປິດ​ສະ­ໜິດ​ເທື່ອ) ວິ​ທີ່​ການ​ອອກ​ຈາກ​ແອັບ​ທີ່​ຖືກ​ກໍ​ຄື​ກົດ​ປຸ່ມ Back ລົວໆ​ຈັກ​ໜ້ອຍ​ກໍ​ຈະ ອອກ​ຈາກ​ແອັບ​ເອງ ຫຼື ບໍ່​ກໍ່​ມີ­ໜ້າ​ຂຶ້ນ​ມາ​ຖາມ​ວ່າ​ທ່ານ​ຈະ​ອອກ​ຈາກ​ແອັບ​ຫຼື ບໍ່ ?
  3. ມີ​ແອບ​ພລິ​ເຄ​ເຊິນ​ໃດ​ທີ່​ເຮັດ​ວຽກ​ຢູ່​ເບື້ອງ​ຫຼັງ ຫຼື ບໍ່? : ຕໍ່​ຈາກ​ຂໍ້​ທີ 2 ບາງ­ເທື່ອ​ເຮົາ​ທຳ​ການ​ປິດ​ແອັບ ໄປ​ແລ້ວ­ແຕ່​ມັນ​ກໍ​ບໍ່​ຍອມ​ປິດ​ໃຫ້​ແບບ​ສະ­ໜິດ​ມັນ​ຍັງ​ເຮັດ​ວຽກ​ຢູ່​ອີກ​ລອງ​ໄປ​ເບິ່ງ​ໂດຍ​ການ​ກົດ​ປຸ່ມ Recent App ເຮົາ​ຈະ​ເຫັນ​ວ່າ​ມີ​ແອບ​ໃດ​ເປີດ​ຄ້າງ​ໄວ້​ຢູ່​ໃຫ້​ເອົາ​ນິ້ວ​ມື​ປັດ​ຖິ້ມ​ໄປ ເລີຍ​ສຳ­ລັບ​ໂຕ​ໃດ​ທີ່​ບໍ່​ໃຊ້​ງານ.
  4. ລຶບ​ວິດ​ເຈັດ​ທີ່​ບໍ່​ໄດ້​ໃຊ້​ອອກ: ວິດ​ເຈັດ (Widget) ແມ່ນ​ແອບ ພລິ​ເຄ​ເຊິນ​ທີ່​ເຮັດ​ວຽກ​ຢູ່​ເທິງ​ໜ້າ​ຈໍ Home screenຂອງ​ເຮົາ ຊຶ່ງ​ມັນ ຈະ​ເຮັດ​ວຽກ​ຢູ່​ຕະ­ຫຼອດ​ເປັນ­ຕົ້ນ ວິດ​ເຈັດ​ໂມງ, ສະ­ພາບ​ອາ­ກາດ, ເຟ​ສ​ບຸກ ແລະ​ທະ​ວິດ​ເຕີ ດັ່ງ­ນັ້ນ ຖ້າ​ບໍ່​ຈະ​ເປັນ​ກໍ​ແນະ­ນຳ​ໃຫ້​ເອົາ​ແອັບ​ທີ່​ບໍ່​ຄ່ອຍ​ໃຊ້ ງານ​ອອກ.
  5. ຣີ​ສະ​ຕາດ​ເຄື່ອງ​ຈັກ​ເທື່ອ​ໜຶ່ງ​ກໍ​ເປັນ​ການ​ດີ: ການ​ຣີ​ສະ​ຕາດ (Restart ) ເຄື່ອງ​ເປັນ​ການ​ລ້າງ​ຄ່າ​ຕ່າງໆ​ຂອງ​ເຄື່ອງ​ເຮົາ​ໃຫ້​ກັບ​ມາ​ປົກ​ກະ ຕິ ທ່ານ​ໃດ​ທີ່​ໃຊ້​ສະ­ມາດ​ໂຟນ​ບໍ່​ວ່າ​ຈະ​ຮຸ່ນ​ໃດ​ກໍ​ຢາກ​ໃຫ້​ລອງ​ຣີ​ສະ​ຕາດ ເຄື່ອງ​ເບິ່ງ.
  6. ອັບ​ເດດ​ແອບ​ພລິ​ເຄ​ເຊິນ​ຢ່າງ​ສະ​ໝ່ຳ​ສະ­ເໝີ: ບາງ­ເທື່ອ​ອາດ​ຈະ ເກີດ​ຈາກ​ລະ­ບົບ ຫຼື ບໍ່​ກໍ​ຕົວ​ແອັບ​ເອງ​ທີ່​ເຮັດ​ໃຫ້​ສະ­ມາດ​ໂຟນ​ຂອງ​ເຮົາ​ຊ້າ ໄດ້​ຄື​ກັນ ດັ່ງ­ນັ້ນ ກໍ​ຄວນ​ອັບ​ເດດ​ລະ­ບົບ​ໃຫ້​ເປັນ​ປົກ­ກະ­ຕິ ໂດຍ​ເຂົ້າ​ໄປ​ທີ່ Setting (ຕັ້ງ​ຄ່າ)> About phone (ກ່ຽວ​ກັບ​ໂທລະ­ສັບ) >Software Update (ການ​ອັບ​ເດດ​ລະ­ບົບ); ສຳ­ລັບ​ແອັບ​ພລິ​ເຄ​ເຊິນ​ທີ່​ຕິດ​ຕັ້ງ​ມາ​ຈາກ Play Store ກໍ​ເຂົ້າ​ໄປ​ທີ່ Play Store > ເລືອກ​ແທບ​ເມ​ນູ 3 ຂີດ > ເລືອກ​ອັບ​ເດດ​ທັງ​ໝົດ ຫຼື ສາ­ມາດ​ເລືອກ​ອັບ​ເດດ​ບາງ​ແອັບ​ກໍ​ໄດ້.
  7. ຈັດ­ການ​ຂັ້ນ​ເດັດ­ຂາດ​ດ້ວຍ Factory Reset ໄປ​ເລີຍ: ຈາກ​ຫຼາຍໆ​ຂໍ້​ທີ່​ກ່າວ​ມາ​ເບື້ອງ​ເທິງ​ອາດ​ເປັນ​ວິ­ທີ​ສຸດ​ທ້າຍ​ທີ່​ເຮົາ​ຈະ​ເຮັດ​ກໍ​ຄື ການ​ລຶບ​ທຸກ​ສິ່ງ​ທຸກ​ຢ່າງ​ໃຫ້​ກັບ​ມາ​ເປັນ​ສະ­ມາດ​ໂຟນ​ເຄື່ອງ​ຕອນ​ທີ່​ອອກ​ມາ​ຈາກ​ໂຮງ­ງານ​ໃໝ່ໆ.


Ad