Top Ad

header ads

ອາຫານເຊົ້າທີ່ມີປະໂຫຍດຫຼາຍທີ່ສຸດ


ອາຫານເຊົ້າເປັນອາຫານທີ່ສໍາຄັນຕໍ່ສຸຂະພາບ ເຖິງແມ່ນວ່າຕອນເຊົ້າເຮົາຈະຕ້ອງໄດ້ຟ້າວໄປວຽກແຕ່ເຊົ້າໆເພື່ອບໍ່ໃຫ້ລົດຕິດ ແລະ ອາດເຮັດໃຫ້ຫຼາຍຄົນລືມກິນອາຫານເຊົ້າໄປກໍມີ ໂດຍອ້າງວ່າ ບໍ່ມີເວລາ ຫຼື ຕື່ນສວາຍ ກໍເລີຍບໍ່ທັນກິນ ແລະ ອື່ນໆ ແຕ່ທ່ານຮູ້ຫຼືບໍ່ວ່າອາຫານເຊົ້າເປັນອາຫານທີ່ສໍາຄັນທີ່ສຸດຕໍສຸຂະພາບ ແຖມຍັງມີປະໂຫຍດອີກຫຼາຍຢ່າງ ແລະ ຖ້າຢາກໃຫ້ອາຫານເຊົ້າເປັນອາຫານທີ່ໄດ້ປະໂຫຍດຫຼາຍທີ່ສຸດກໍຄວນເລືອກກິນເມນູປະເພດຕ່າງໆຄື:




ຕົ້ມເລືອດໝູໃສ່ຜັກຕໍານິນ: ເພາະໃນເລືອດໝູມີທາດເຫຼັກ ແລະ ຜັກຕໍານິນກໍມີວິຕາມິນຊີຢູ່ຫຼາຍ.


ເຂົ້າໜົມປັງ + ໄຂ່ດາວ: ເໝາະກັບໜຸ່ມໆສາວໆທີ່ເຮັດວຽກ ແລະ ເດັກນ້ອຍທີ່ກໍາລັງຢູ່ໃນໄວຮຽນ.


ເຂົ້າໜົມຄົກ + ກາເຟ: ອຸດົມໄປດ້ວຍວິຕາມິນເອ ແລະ ວິຕາມິນອີ ເຮັດໃຫ້ຮ່າງກາຍໄດ້ຮັບຄາເຟອິນໃນປະລິມານທີ່ພໍເໝາະ.


ໂຈ໊ກໝູ: ຂີງ ແລະ ຫົວຫອມຈະຊ່ວຍໃນການຄວບຄຸມນໍ້າຕານ ຫຼຸດໄຂມັນ ແລະ ລະບົບເຜົາຜານ.


ເຂົ້າໜຽວ + ໝູປີ້ງ: ໃນເຂົ້າໜຽວມີເສັ້ນໄຍອາຫານສູງ ແຕ່ຕ້ອງລະວັງມັນໝູແດ່ເດີ ສໍາລັບຄົນຕຸ້ຍຫັ້ນນະ.



ນໍ້າເຕົ້າຮູ້ + ເຂົ້າໜົມຄູ່: ຄວນຮັບປະທານຄູ່ກັນຈະດີທີ່ສຸດ ເພາະນໍ້າເຕົ້າຮູ້ເປັນຕົວຊ່ວຍບໍ່ໃຫ້ແປ້ງດູດຊຶມໄວເກີນໄປ.
ລອງໄປຮັບປະທານນໍາກັນເບິ່ງວ່າຈະໄດ້ຜົນສໍ່າໃດ ບໍ່ວ່າແຕ່ໃນອາຫານທີ່ກ່າວມານີ້ ອາຫານເຊົ້າເຖິງຈະກິນກັບຫຍັງກໍຕາມແຕ່ມັນກໍສໍາຄັນຕໍ່ສຸຂະພາບ ຫຼາຍຄົນກໍຍັງເຊື່ອວ່າການກິນອາຫານເຊົ້າທຸກມື້ ຈະຊ່ວຍໃຫ້ຊີວິດຍືນຍາວໄດ້ອີກ.



 CR: http://news.com.la/detail/15998
Ad