Top Ad

header ads

ຫລາຍທ້ອງຖິ່ນເລັ່ງຂຶ້ນທະບຽນແຮງງານຕ່າງດ້າວ



    ປັດຈຸບັນຢູ່ຫລາຍທ້ອງຖິ່ນຂອງລາວພວມເລັ່ງຂຶ້ນທະບຽນໃຫ້ແກ່ແຮງງານຕ່າງດ້າວທີ່ເຂົ້າມາອາໄສ ແລະ ຊອກຫາວຽກເຮັດງານທຳຢູ່ລາວ ເຊິ່ງໃນໄລຍະແຕ່ເດືອນພຶດສະພາມາຮອດເດືອນກໍລະ ກົດນີ້ ມີຫລາຍແຂວງແມ່ນໄດ້ສຳເລັດກອງປະຊຸມຕີລາຄາການຈັດຕັ້ງປະຕິບັດວຽກງານກວດກາ ແລະ ຄຸ້ມຄອງແຮງງານ ໂດຍສະເພາະແມ່ນຂຶ້ນໃບທະບຽນຊົ່ວຄາວໃຫ້ຄົນຕ່າງປະເທດທີ່ມາເຄື່ອນໄຫວບໍ່ຖືກຕ້ອງໃນທ້ອງຖິ່ນຕ່າງໆ ເຊິ່ງບັນຫາດັ່ງກ່າວແມ່ນມີແຜ່ຫລາຍເປັນປາກົດການຫຍໍ້ທໍ້ທາງສັງຄົມ ແລະ ມີສິ່ງບໍ່ດີຫລາຍອັນຕາມມາ ເປັນຕົ້ນບັນຫາຢາເສບຕິດອາຊະຍາກຳໂສເພນີລັກຊັບ ແລະ ອື່ນໆ ເຊິ່ງຕ້ອງໄດ້ມີວິທີທາງ ແລະ ມາດຕະການແກ້ໄຂໂດຍໄວ.

               ຕາມການລາຍງານແຫລ່ງຂ່າວຈາກທ້ອງຖິ່ນໃຫ້ຮູ້ວ່າ: ແຂວງສະຫວັນນະເຂດຍັງມີແຮງງານຕ່າງດ້າວຜິດກົດໝາຍເປັນຈຳນວນຫລາຍປັດຈຸບັນໜ່ວຍງານກ່ຽວຂ້ອງຂອງແຂວງດັ່ງກ່າວສາມາດຂຶ້ນທະບຽນໃຫ້ແຮງງານຕ່າງດ້າວໄດ້ແລ້ວ 2.323 ຄົນໃນນັ້ນສັນຊາດຫວຽດນາມ 2.223 ຄົນໄທ58 ຄົນ ແລະ ຈີນ 42 ຄົນສ່ວນຢູ່ແຂວງອັດຕະປືສາມາດກວດພົບແຮງງານຕ່າງດ້າວທີ່ເຂົ້າມາເຄື່ອນໄຫວຢູ່ພາຍໃນແຂວງຈຳນວນ 1.317 ຄົນໃນນັ້ນມີພຽງ 469 ຄົນແມ່ນຖືກ ຕ້ອງຕາມລະບຽບກົດໝາຍຂະນະທີ່ຢູ່ແຂວງເຊກອງກໍສາມາດຂຶ້ນທະບຽນອອກບັດອະນຸຍາດຊົ່ວ ຄາວໃຫ້ແກ່ແຮງງານຕ່າງປະເທດແລ້ວລວມທັງໝົດ 1.356 ຄົນ,ໃນນັ້ນສັນຊາດຫວຽດນາມ 1.272 ຄົນ,ໄທ 26 ຄົນຍີ່ປຸ່ນ 2 ຄົນຈີນ 50 ຄົນອົດສະຕຣາລີ 5 ຄົນ ແລະ ດານມາກໜຶ່ງຄົນ.

    ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໃຫ້ຮູ້ວ່າ: ໃນໄລຍະຜ່ານມາຂະແໜງການຕົນໄດ້ເອົາໃຈໃສ່ໃນການຕິດຕາມກວດກາ ແລະ ຄຸ້ມຄອງຜູ້ອອກແຮງງານຕ່າງປະເທດທີ່ເຂົ້າມາເຄື່ອນໄຫວເຮັດວຽກຢູ່ລາວ ໂດຍສະເພາະປະສານສົມທົບກັບບັນດາຂະແໜງການກ່ຽວຂ້ອງດຳເນີນການອອກໃບອະນຸຍາດນຳເຂົ້າແຮງງານຕ່າງປະເທດ ເພື່ອສະໜອງໃຫ້ຫົວໜ່ວຍທຸລະກິດການຜະລິດ ແລະ ໂຄງການຕ່າງໆຕາມລະບຽບກົດໝາຍ. ຂະນະດຽວກັນ ກໍໄດ້ແກ້ໄຂຜູ້ອອກແຮງງານຜິດກົດໝາຍ ແລະ ຊາວຕ່າງປະເທດທີ່ເຂົ້າມາທຳມາຫາກິນດ້ວຍການຄ້າຂາຍຢູ່ລາວ. ຜ່ານການຂຶ້ນບັນຊີມາຮອດປີ 2015 ມີປະມານ 63.817 ຄົນຍິງ 3.954 ຄົນ. ສຳລັບຜູ້ອອກແຮງງານທີ່ບໍ່ມີບັດອະນຸຍາດເຮັດວຽກ ຫລື ອາໄສຢູ່ລາວກາຍກຳນົດເວລາ ເຈົ້າໜ້າທີ່ກ່ຽວຂ້ອງໄດ້ມີການຕັກເຕືອນປັບໄໝ ແລະ ຈັດສົ່ງກັບຄືນປະເທດຕາມລະບຽບການ.




CR ລາວພັດທະນາ
Ad