Top Ad

header ads

ກວດພົບລາຍຮັບຂອງລັດເສຍຫາຍຫລາຍຕື້ກີບຢູ່ຂະແໜງການເງິນສະຫວັນນະເຂດ


ຂປລ. ກະຊວງການເງິນໄດ້ເປີດເຜີຍຫວ່າງບໍ່ດົນມານີ້ຢູ່ກອງປະຊຸມສະຫລຸບວຽກງານກວດກາປະຈໍາປີ 2016 ວ່າ: ຂະແໜງກ່ຽວຂອງຕົນໄດ້ລົງກວດກາຕ້ານການສໍ້ລາດບັງຫລວງໃນຂະແໜງການເງິນ ແລະ ການເບີກຈ່າຍທີ່ບໍ່ຖືກຕາມລະບຽບຂອງການເງິນໃນແຂວງສະຫວັນນະເຂດໄດ້ພົບເຫັນກໍລະນີທີ່ມີການປອມແປງເອກະສານ ບໍ່ມອບເງິນເຂົ້າງົບປະມານມີຢູ່ 3 ຈຸດຄື: ການເກັບຄ່າທໍານຽມພາຫະນະ ແລະ ຜູ້ໂດຍສານຜ່ານຂົວມິດ ຕະພາບ 2 ແລ້ວມອບເຂົ້າງົບປະມານບໍ່ຄົບຖ້ວນດ້ວຍການປອມແປງເອກະສານມີມູນຄ່າເສຍຫາຍຈໍານວນ 1 ຕື້ກວ່າກີບ ແລະ ສາມາດເກັບຄືນໄດ້ຈໍານວນ 667 ກວ່າລ້ານກີບ; ກໍລະນີ 2 ແມ່ນການເກັບອາກອນບຸກເບີກສວນອ້ອຍຢູ່ເມືອງໄຊບູລີ ໂດຍການປອມແປງໃບເກັບເງິນອາກອນແລ້ວມອບເຂົ້າງົບປະມານບໍ່ຄົບຖ້ວນ ມູນຄ່າເສຍຫາຍຈໍານວນ 3 ຕື້ກວ່າກີບ, ເກັບຄືນເປັນເງິນສົດໄດ້ 2 ຕື້ກວ່າກີບ; ມອບເປັນສິ່ງປຸກສ້າງເຮືອນ 2 ຫລັງມູນຄ່າ 734 ກວ່າລ້ານກີບ ແລະ ຍັງຄົງຄ້າງ 410 ກວ່າລ້ານກີບ, ພ້ອມດຽວກັນນີ້ຕາມບົດສະຫລຸບຂອງໄອຍະການປະຊາຊົນເຂດ I ສະຫວັນນະເຂດ ຍັງພົບເຫັນເງິນຜິດດ່ຽງຈາກການກວດກາຂອງກົມກວດກາການເງິນ ແລະ ຫ້ອງການກວດກາການເງິນແຂວງກັບການກວດກາຂອງຄະນະກວດກາສະເພາະກິດຂອງເມືອງໄຊບູລີຈໍານວນ 885 ກວ່າລ້ານກີບ ທີ່ບໍ່ມີເອກະສານຢັ້ງຢືນຕໍ່ຜົນການກວດກາ ເຊິ່ງໄດ້ສະເໜີໄປຍັງແຂວງແຕ່ງຕັ້ງຄະນະສະເພາະກິດກວດກາຄືນ ແລະ ສໍາລັບກໍລະນີ 3 ການເກັບອາກອນຈາກການສົ່ງອອກໄມ້ຢູ່ດ່ານແດນສະຫວັນພົບເຫັນການຍັກຍອກເອົາເງິນດ້ວຍການປອມແປງໃບເກັບເງິນອາກອນເຊິ່ງມີມູນຄ່າເສຍຫາຍ 1 ຕື້ກວ່າກີບ ສາມາດເກັບຄືນໄດ້ 563 ກວ່າລ້ານກີບ ແລະ ຍັງຄົງຄ້າງ 598 ກວ່າລ້ານກີບ. ພ້ອມດຽວກັນນັ້ນຍັງພົບເຫັນຫົວຂວ້ນໃບເກັບເງິນອາກອນທີ່ນໍາໃຊ້ແລ້ວເສຍຫາຍ ແລະ ຍັງບໍ່ທັນມີຜູ້ຮັບຜິດຊອບ ເຊິ່ງໄດ້ສະເໜີໄປຍັງແຂວງແຕ່ງຕັ້ງຄະນະສະເພາະກິດກວດກາຄືນ.

ທີ່ມາ ສຳນັກຂ່າວປະເທດລາວ
Ad