Top Ad

header ads

ນໍ້າມັນຈືນອາຫານ ກິນໄດ້ແຕ່ໃຫ້ເໝາະສົມ


ເຕືອນ​ນ້ຳ­ມັນ​ຈືນ​ອາ­ຫານ​ສ່ຽງ​ມະເຮັງ​ຕັບ ແລະ ​ຫາກ​ສູດ​ດົມ​ເອົາ​ອາຍ​ລະ​ເຫີຍ ເປັນ​ເວ­ລາ​ດົນໆ​ອາດ​ກໍ​ໃຫ້​ເກີດ​ເປັນ​ມະເຮັງ​ປອດ ດັ່ງ­ນັ້ນຄວນ​ປັດ​ສະ​ຈາກ​ການ​ຊື້ ອາ­ຫານ​ຈືນ​ຈາກ​ໝໍ້​ທີ່​ມີ​ຄວັນ​ຫຼາຍ, ກິ່ນເໝັນ​ຫື່ນ, ໜຽວ​ຂຸ້ນ, ເກີດ​ຟອງ, ມີ​ສີ­ດຳ ແລະ ​ຄວນ​ບໍ­ລິ­ໂພກ​ໃຫ້​ເໝາະ​ສົມ​ຄື: ຜູ້​ທີ່ມີ​ອາ­ຍຸ​ຕັ້ງ­ແຕ່ 6 ປີ​ຂຶ້ນ​ໄປ​ໂດຍ​ຄິດ​ຈາກຄວາມ​ຕ້ອງ­ການ​ພະ­ລັງ­ງານ​ມື້​ລະ 2.000 ກິ​ໂລ​ແຄ​ລໍ​ຣີ​ຄື​ໄຂ­ມັນ​ທັງ​ໝົດ​ໜ້ອຍ​ກວ່າ 65 ກຣາມ ແລະ​ ກົດ​ໄຂມັນ​ອີ່ມ​ຕົວ​ໜ້ອຍ​ກວ່າ 20 ກຣາມ, ໄຂ­ມັນ​ໜ້ອຍ​ກວ່າ 300 ມິນ​ລິ​ກຣາມ ດັ່ງ­ນັ້ນ​ປະ­ລິ­ມານ​ໄຂ­ມັນ​ທັງ​ໝົດ​ທີ່​ຈະ​ຕ້ອງ​ບໍ­ລິ­ໂພກ​ຕໍ່​ມື້​ນັ້ນ​ ບໍ່​ຄວນ​ເກີນ​ປະ­ມານ 4 ບ່ວງ​ແກງ ກັບ 1 ບ່ວງ​ກາ­ເຟ​ຕໍ່​ຄົນ​ຕໍ່​ມື້​ເທົ່າ​ນັ້ນ.
ອີກ​ສິ່ງ​ໜຶ່ງ​ທີ່​ຜູ້​ບໍ­ລິ­ໂພກ​ຕ້ອງ​ຄິດ​ໃຫ້​ດີ​ກໍ່​ຄື​ທັງ​ນ້ຳ­ມັນ​ພຶດ ແລະ ນ້ຳ­ມັນ​ຈາກ​ສັດ​ຕ່າງ​ໃຫ້​ພະ­ລັງ­ງານ​ຕໍ່​ໜ່ວຍ ນ້ຳ­ໜັກ​ເທົ່າໆ​ກັນ​ຄື​ນ້ຳ­ມັນ1 ກຣາມ​ຈະ​ໃຫ້​ພະ­ລັງ­ງານ 9 ແຄ​ລໍ​ຣີ ດັ່ງ­ນັ້ນ​ບໍ່​ວ່າ​ຈະ​ບໍ­ລິ­ໂພກ​ນ້ຳ­ມັນ​ຫຍັງ​ກໍ່​ຕາມ ຫາກ​ກິນ​ຫຼາຍ​ເກີນ​ໄປ​ຍ່ອມ​ສົ່ງ​ຜົນ​ຕໍ່​ນ້ຳ­ໜັກ​ຕົວ​ທີ່​ເພີ່ມ​ຂຶ້ນ​ໄດ້​ທັງ​ໝົດ.


ທີ່ມາ http://news.com.la/detail/15835
Ad