ສ່ວນປະສົມ
ນ້ຳສະອາດ 11 ລິດ
ເກຶອ 600-800 ກລາມ (6O-8 ຂີດ)
ປູນແດງ 50 ກລາມ (ປະມານ 2 ບ່ວງ)
ກົດຊີຕິກ (ກົດນ້ຳສົ້ມ) 10 ກລາມ (2 ບ່ວງກາເຟ)
ນ້ຳຕານຊາຍ 600 ກລາມ
ສານກັນບູດ (ໂຊດຽມເບນໂຊເອດ) 10 ກລາມ (2 ບ່ວງ)
ໝາກມ່ວງແກ້ວຂຽວປະມານ 15 ກກ (50-65 ໜ່ວຍ)
ວິທີເຮັດ ໝາກມ່ວງດອງ
ການຕຽມໝາກມ່ວງກ່ອນການດອງ ໂດຍທຳຄວາມສະອາດ ແລະຕັດຂ້ວນໃຫ້ສັ້ນ ໂດຍນຳໝາກມ່ວງທີ່ຈະດອງລ້າງດ້ວຍນຳ້ສະອາດ
ນຳໝາກມ່ວງແຊ່ນຳ້ປູນໃສ (ຫຼືນຳ້ລະລາຍສານສົ້ມ) ແຊ່ໄວ້ 1 ຄືນ ເຊິ່ງຈະຊ່ອຍໃຫ້ໝາກມ່ວງມີນວນແຂງແລະກອບ
ນຳອອກມາລ້າງນ້ນຳ້ສະອາດອີກເທຶ່ອໜຶ່ງແລ້ວນຳມາບັນຈຸໃສ່ໄຫປາກແຄບ ໃຫ້ເຕັມໄຫແລ້ວອັດດ້ວຍໄມ້ໄຜ່ໃຫ້ສະອາດ
ຕຽມນຳ້ດອງໝາກມ່ວງມີສ່ວນປະສົມດັ່ງນີ້ຄື: ຕົ້ມນຳ້ສະອາດ ໃສ່ເກຶອ ນຳ້ຕານຊາຍ ຄົນໃຫ້ລະລາຍ ປົງລົງຕອງໃຫ້ສະອາດ
ຕັກນຳ້ເກຶອປະມານ 1 ຈອກ ໃສ່ສານກັນບູດ ລົງໄປຄົນໃຫ້ລະລາຍຈົນໝົດ ແລ້ວເທລົງໄປໃນນຳ້ເກຶອຄືເກົ່າຄົນໃຫ້ເຂົ້າກັນແລ້ວປ່ອນໃຫ້ເຢັນ
ນຳປູນແດງ 50 ກລາມ ໃສ່ລົງໄປໃນໄຫ ແລ້ວເທນຳ້ດອງທີ່ກຽມໄວ້ແລ້ວໃສ່ລົງໄປເກືອບເຕັມ ໃສ່ກົດໝາກນາວລົງ 2 ບ່ວງກາເຟ (ຫຼືນຳ້ສົ້ມສາຍຊູ 5% 1 ຖ້ວຍ) ແລ້ວຕື່ມນຳ້ເກຶອທີ່ເຫຼືອໃຫ້ເຕັມ
ໃຊ້ໄມ້ປິດໃຫ້ແໜ້ນ ປິດປາກໄຫດ້ວຍປູນຊີເມັນ ປະສົມນຳ້ຕານປີບ (ປູນຊີເມັນ 3 ສ່ວນ ນຳ້ຕານປີບ 1 ສ່ວນ ປະສົມໃຫ້ເຂົ້າກັນ) ໂດຍໃສ່ຕາມຮອບປາກໄຫ ແລະຝາ
ຫຼັງຈາກດອງ 1ມື້ໃຫ້ກວດກາເບິ່ງຮອຍປິດ ຫາກມີຮູຮົ່ວໃຫ້ແປງໃໝ່ໃຫ້ສົມບູນ
ດອງໄວ້ 30ມື້ ສາມາດຮັບປະທານໄດ້ ຫຼືຈະນຳໄປແປຮູບກໍ່ໄດ້
ໝາຍເຫດ
ການເກັບຮັກສາໝາກມ່ວງຫຼັງຈາກດອງແລ້ວ ຕ້ອງໃສ່ຖົງປລາສຕິກ ແລ້ວແຊ່ຕູ້ເຢັນຈະເກັບຮັກສາໄວ້ 7-15 ມື້
ປ່ຽນນຳ້ດອງໃໝ່ໂດຍໃສ່ນຳ້ 10 ລິດ ເກຶອ 1 ກກ ໃຫ້ຟົດປະໃຫ້ເμັນ ໃສ່ປູນແດງ 2 ບ່ວງ ໂດຍນຳໝາກມ່ວງດອງໃສ່ໄຫຫຼືກວດໂຫຼ, ຖອກນຳ້ດອງໃສ່ໃຫ້ຖ້ວມຈະເກັບຮັກສາໄວ້ໄດ້ນານປະມານ 1 ອາທິດ
ໝາກມ່ວງທີ່ເໝາະແກ່ການດອງຄືໝາກມ່ວງແກ້ວຂ້ຽວທີ່ແກ່ ແຕ່ບໍ່ສຸກ ບໍ່ລົ່ນຈົນເປັນຮອຍຊຳ້ເມື່ອດອງແລ້ວ ໜ່ວຍທີ່ໄດ້ຈະສວຍງາມບໍ່ມີຕຳໜິ
ຂໍ້ມູນຈາກ: http://www.kinzapzap.com/
ທີ່ມາ ຄິດອອກ