Top Ad

header ads

ກຳຈັດ​ພະຍາດ​ຕຸ້ຍ​ງ່າຍໆ​ ດ້ວຍ​ການ​ປ່ຽນ​ໄລ​ສະໄຕ



ບັນຫາ​ພະຍາດຕຸ້ຍເປັນ​ບັນຫາ​ທີ່​ສາມາດ​ພົບ​ໄດ້​ເລື້ອຍ​ໃນ​ສັງຄົມ​ປະຈຸບັນ​ ເພາະ ​ໄລ​ສະໄຕທີ່​ເລັ່ງ​ດ່ວນ​ ການ​ຮັບປະທານ​ອາຫານ​ຟາດຟູ້ດ​ ຈຶ່ງ​ເຮັດໃຫ້​ບໍ່​ຄ່ອຍ​ມີ​ເວລາ​ເບິ່ງ​ແຍງ​ຕົວ​ເອງ​ ສົ່ງ​ຜົນ​ໃຫ້​ເກີດ​ພະຍາດຕຸ້ຍ​ນັ້ນ​ເອງ​.
ອົງ​ການ​ອະນາໄມ​ໂລກ​ຄາດ​ການ​ວ່າ​ ໃນ ​ແຕ່​ລະ​ປີ​ຈະ​ມີ​ຜູ້ໃຫຍ່​ຢ່າງ​ນ້ອຍ​ 2,800 ລ້ານ​ຄົນ​ທົ່ວ​ໂລກ​ ເສຍຊີວິດ​ຈາກ​ພະຍາດ​ຫລື​ຄວາມ​ຜິດ​ປົກກະຕິ​ທີ່​ມາ​ຈາກ​ພາ​ວະ​ນ້ຳ​ໜັກ​ຕົວ​ ເກີນ​ຫລື​ພະຍາດ​ຕຸ້ຍ.​ ດຮ.​ແມ​ຮຽນ​ ເຟັດເນີ​ຣ໌​-ມອສ​ ຫົວໜ້າ​ຄະນະ​ຜູ້​ວິ​ໄຈ​ດ້ານ​ໂພຊະນາ​ການ​ແລະ​ ພະຍາດ​ຕຸ້ຍ​ ມະຫາ​ວິທະຍາໄ​ລ​ອູ​​ ປະເທດ​ເຢຍລະມັນ​​ ແບ່ງ​ປັນ​ເຄັດ​ລັບ​ການ​ໃຊ້​ຊີວິດ​ປະຈຳ​ວັນ​ທີ່​ແສນ​ງ່າຍ​ ເພື່ອ​ໃຫ້​ມີ​ສຸຂະພາບ​ດີ​ ແລະ ​ຫ່າງ​ໄກ​ພະຍາດຕຸ້ຍ​ ດ້ວຍ​ການ​ປ່ຽນ​ແປງ​ພຶດຕິກຳ​ຢ່າງ​ງ່າຍໆ​.



1. ຊັ່ງ​ນ້ຳ​ໜັກ​ເປັນ​ປະຈຳ​ ແລະ ​ ສັງເກດ​ຕົວ​ເຈົ້າ​ເອງ​ດ້ວຍ​ວ່າ​ຊ່ວງ​ນີ້​ເຈົ້າ​ຮູ້ສຶກ​ວ່າ​ເສື້ອທີ່​ໃສ່​ ເລີ່ມ​ຄັບ​ໄປ​ຫລື​ບໍ ສິ່ງເຫຼົ່ານີ້​ອາດ​ເປັນ​ສັນຍາ​ນບອກ​ວ່າ​ນ້ຳ​ໜັກ​ຕົວ​ກຳ​ລັງ​ເພີ່ມ​ຂຶ້ນ.​
2. ຕັ້ງ​ເປົ້າ​ໝາຍ​ແລະ​ເຮັດ​ຕາມ​ຢ່າງ​ມຸ້ງ​ມັ່ນ​ ກຳນົດ ​ເປົ້າ​ໝາຍ​ໃຫ້​ຊັດເຈນ​ ເຊັ່ນ​ ຈະຫຼຸດ​ນ້ຳ​ໜັກ​ລົງ​ 5 ກິ​ໂລກ​ຣັມ​ ກ່ອນ​ຈະ​ເຖິງ​ມື້​ປີ​ໃໝ່​ ເພາະ​ສະ​ນັ້ນ​ ຂ້ອຍ​ຈະ​ຮັບປະທານ​ສ​ະລັດ​ເປັນ​ອາຫານ​ແລງ​ອາທິດ​ລະ​ 3 ເທື່ອ​.
3. ຫຼີກ​ລ້ຽງ​ສິ່ງ​ລໍ້​ຕາ​ລໍ້​ໃຈ​ຕ່າງ​ໆ​ ຕ້ອງ​ຕັ້ງ​ສະຕິ​ດີ​ໆ​ ຄິດ​ກ່ອນ​ກິນ​ ອອກ​ກຳ​ລັງ​ກາຍ​ກ່ອນ​ນັ່ງ​ຫລິ້ນ​ນອນ​ຫລິ້ນ.​
4. ອອກ​ກຳ​ລັງ​ກາຍ​ທຸກ​ມື້​ແມ່ນ​ພຽງ​ນ້ອຍໆ​
5. ອອກ​ກຳ​ລັງ​ກາຍ​ 3 ປະ​ເພດ​ຢ່າງ​ສະຫ​ມ່ຳ​ສະເໝີ​ ໄດ້ ​ແກ່​ (1) ບໍ​ດີ້ຄອມ​ໂພ​ສິ​ຊັ່ນ​ ເທນ​ນິ່ງ​ຫລື​ເວດ​ເທນ​ນິ່ງ​ (2) ການ​ອອກ​ກຳ​ລັງ​ກາຍ​ແບບ​ຄາ​ຣ​ດິ​ໂອ​ຫລື​ແອ​ໂລບິກ​ ແລະ​ (3) ການ​ອອກ​ກຳ​ລັງ​ກາຍ​ເພື່ອ​ເພີ່ມ​ຄວາມ​ຢືດ​ຫຢຸ່ນ.​
6. ກິນ​ໃຫ້​ຫຼາກ​ຫຼາຍ​ ການ​ຮັບປະທານ​ອາຫານ​ທີ່​ດີ​ຄື​ການ​ເລືອກ​ຮັບປະທານ​ອາຫານ​ຫຼາຍ​ໆ​ ປະ​ເພດ​ຢ່າງ​ມີສົ​ມ​ດຸນ.​
7. ພະຍາຍາມ​ຮັບປະທານ​ອາຫານ​ຈາກ​ທຳມະຊາດ​ໃຫ້​ຫລາຍ​ທີ່ສຸດ​ ເຊັ່ນ ​ ອາຫານ​ທີ່​ບໍ່​ໄດ້​ຜ່ານ​ການ​ແປ​ຮູບ​ ເລືອກ​ຮັບປະທານ​ປາ​ຫລື​ຊີ້ນ​ສັດ​ປີກ​ ແທນ​ທີ່​ຈະ​ຮັບປະທານ​ໝູ​ຫລື​ຊີ້ນ​ແດງ​ຫລື​ເນື້ອ​ທີ່​ຜ່ານ​ການ​ແປ​ຮູບ​ ເລືອກ​ຮັບປະທານ​ຜັກ​ແລະ​ຫມາກໄມ້​ສົດ​ໆ​ ແທນ​ທີ່​ຈະ​ເປັນ​ອາຫານ​ທອດ​ແລະ​ເລືອກ​ຮັບປະທານ​ເຂົ້າ​ກ່ອງ​ ຂະໜົມ​ປັງ​.​
8. ເລືອກ​ຮັບປະທານ​ຫມາກໄມ້​ສົດ​ໆ​ ແທນ ​ທີ່​ຈະ​ເປັນ​ນ້ຳ​ຫມາກໄມ້​ ເຈົ້າ​ຕ້ອງ​ໃຊ້​ໝາກກ້ຽງ​ຈຳນວນ​ 6-8 ໜ່ວຍ​ ສຳລັບ​ນ້ຳ​ໝາກກ້ຽງ 1 ແກ້ວ​ ເຮັດໃຫ້​ເຈົ້າ​ດື່ມ​ເຂົ້າໄປ​ແຕ່​ແຄລໍຮີ ແຕ່​ບໍ່​ມີ​ໄຟ​ເບີ​​ຫລື​ກາກ​ໃຍ.​
9. ຫຼຸດ​ຈຳນວນ​ນ້ຳ​ຕານ​ລົງ​ ຫຼີກ​ລ້ຽງ​ເມ​ນູ​ຂອງ​ຫວານ​ແລະ​ເຄື່ອງ​ດື່ມ​ຢ່າງ​ນ້ຳ​ອັດ​ລົມ​, ກາ​ເຟ​ເຢັນ​, ຊານົມ​ ແລະ​ ສະ​ມູດ​ຕີ້​ທີ່​ໃສ່​ນ້ຳ​ຕານ​ຫລາຍ​ໆ​.
10. ຫຼຸດ​ປະລິມານ​ອາຫານ​ລົງ​ ຫຼີກ​ລ້ຽງ​ເມ​ນູ​ຂະໜາດ​ບິ໊ກ​ໄຊ​​ ໂດຍ​ສະເພາະ​ຕາມ​ຮ້ານ​ອາ ຫານ​ຟາດ​​ຟູ້ດ​ທັງ​ຫຼາຍ.​




ຂໍ້ມູນຈາກ: ຄິດອອກ

Ad