Top Ad

header ads

ປະໂຫຍດ ແລະ ຂໍ້ເສຍຂອງການດື່ມນ້ຳເຕົ້າຮູ້

ປະ­ໂຫຍດຂອງ​ການ​ດື່ມ­ນ້ຳເຕົ້າ­ຮູ້: ໃນ​ນ້ຳ​ເຕົ້າ­ຮູ້​ຈະ​ມີ​ຄາ​ໂບ​ໄຮ ເດຣ​ຕ, ແຄ​ຊຽມ, ອາ​ຊິດ, ວິ­ຕາ­ມິນ AB, B1, B2, B6, B12, C, D, E, ໄນ​ອາ​ຊິນ ສ່ວນ​ຂອງ​ເມັດ ຖົ່ວ­ເຫຼືອງ​ນັ້ນ​ຍັງ​ມີ​ສານ“ເລ​ເຊິ ທິນ” ທີ່​ເປັນ­ສານ​ຊ່ວຍ​ບຳ­ລຸງ​ສະ ໝອງ, ຫຼຸດ​ໄຂ­ມັນ​ໃນ​ຮ່າງ­ກາຍ   ເຮັດ​ໃຫ້​ຜິວ​ຂາວ​ເບິ່ງ​ມີ​ນ້ຳ​ມີ​ນວນ​ແລະ​ສົດ­ໃສ​ຍິ່ງ​ຂຶ້ນ ເພາະ​ໃນ​ຖົ່ວ  ເຫຼືອງ​ເປັນ​ແຫຼ່ງ​ຂອງ​ໂປຣ​ຕີນ​ຊັ້ນ ດີ​ຂອງ​ຜົມ ແລະ​ສຸ­ຂະ­ພາບ​ຮ່າງ ກາຍ ຈິ່ງ​ຊ່ວຍ​ໃຫ້​ຜົມ​ທີ່​ຂາດ​ເສຍ ກັບ​ຄືນ​ສູ່​ສະ­ພາບ​ດີ ນອກ­ຈາກ​ນັ້ນ ຍັງ​ມີ​ສານ “ໄຟ​ໂຕ​ເອ​ັສ​ໂຕຣ​ເຈນ” ທີ່​ສາ­ມາດ​ປ້ອງ​ກັນ​ມະ​ເຮັງ, ໂລກ ກະ­ດູກ​ບາງ, ໂລກ​ຫຼອດ​ເລືອດ​ຫົວ ໃຈ, ອາ­ການ​ໄວ​ທອງ ແລະ​ປົວ­ແປງ ສ່ວນ​ທີ່​ຂາດ​ຫາຍ​ຂອງ​ຮ່າງ­ກາຍ, ໂປຣ​ຕີນ​ໃນ​ຖົ່ວ­ເຫຼືອງ​ສາ­ມາດ​ທຽບ ເທົ່າ​ກັບ​ໂປຣ​ຕີນ​ໃນ​ຊີ້ນ​ສັດ ແລະ​ນົມ ທັງ​ຍັງ​ມີ​ໄຂ­ມັນ​ດີ​ເປັນ​ໄຂ­ມັນ​ບໍ່​ອີ່ມ ຕົວ​ເຮັດ​ໃຫ້​ບໍ່​ຕຸ້ຍ​ຊ່ວຍ​ຫຼຸດ​ໄຂ­ມັນ ໃນ​ຮ່າງ­ກາຍ​ທັງ​ປ້ອງ​ກັນ​ການ​ທຳລາຍ DNA ໃນ Iymphocyte ໄດ້.

ຂໍ້​ເສຍ​ຂອງ​ການ​ດື່ມ­ນ້ຳ​ເຕົ້າ­ຮູ້: ສຳ­ລັບ​ແມ່­ຍິງ​ຫາກ​ດື່ມ­ນ້ຳ​ເຕົ້າ­ຮູ້ ໃນ​ປະ­ລິ­ມານ​ທີ່​ຫຼາຍ​ເກີນ​ໄປ​ຈະ​ເຮັດ ໃຫ້​ມີ​ສານ “ໄຟ​ໂຕ​ເອ​ັສ​ໂຕຣ​ເຈນ” 
ຈຳ­ນວນ​ຫຼາຍ​ໃນ​ຮ່າງ­ກາຍ ຊຶ່ງ ສານ​ຕົວ​ນີ້​ຈະ​ເຂົ້າ​ໄປ​ກະ​ຕຸ້ນ​ເຮັດ​ໃຫ້ ເກີດ​ມະ​ເຮັງ​ເຕົ້າ­ນົມ​ໄດ້ ສະ­ນັ້ນ ຄວນ​ດື່ມ­ນ້ຳ​ເຕົ້າ­ຮູ້​ໃນ​ປະ­ລິ­ມານ​ທີ່ ເໝາະ​ສົມ​ບໍ່​ຫຼາຍ​ຈົນ​ເກີນ​ໄປ.

 

ຂໍ້ມູນຈາກ: ເສດຖະກິດ-ສັງຄົມ




Ad