Top Ad

header ads

ຫຼາຍເສັ້ນທາງໃນຕົວເມືອງເກີດນ້ຳອັງຂັງຍ້ອນລະບາຍບໍ່ທັນ


ດັ່ງທີ່ພວກເຮົາເຫັນນຳກັນແລ້ວວ່າໃນຫຼາຍວັນຜ່ານມາໄດ້ເກີດມີສະພາບຝົນຕົກແຮງ ແລະ ຕໍ່ເນື່ອງຫຼາຍມື້ຈົນເຮັດໃຫ້ເສັ້ນທາງຫຼາຍຈຸດໃນນະຄອນຫຼວງວຽງຈັນເກີດນ້ຳອັງຂັງຍ້ອນລະບາຍບໍ່ທັນໂດຍສະເພາະແມ່ນຕອນແລງຂອງວັນທີ 2 ກໍລະກົດນີ້ໄດ້ເກີດມີຝົນຕົກແຮງຈົນເຮັດໃຫ້ຫຼາຍເສັ້ນ ທາງເກີດນ້ຳຖ້ວມຂັງເປັນເວລາຫຼາຍຊົ່ວໂມງເປັນຕົ້ນແມ່ນເສັ້ນທາງຫຼັກ 5 ເຂດຫໍປະຊຸມແຫ່ງຊາດໄປຫາບ້ານພະຂາວໄດ້ມີນ້ຳຖ້ວມຂັງແກ່ຍາວເປັນເວລາຫຼາຍຊົ່ວໂມງຊຶ່ງປະຊາຊົນເຂດນັ້ນເລົ່າໃຫ້ນັກຂ່າວພວກເຮົາຟັງວ່າ: ເຂດດັ່ງກ່າວໄດ້ເກີດນ້ຳຖ້ວມຂັງເລິກປະມານຫົວເຂົ່ານັບແຕ່ເວລາປະມານ 1-2 ໂມງກາງຄືນຂອງວັນທີ 2 ກໍລະກົດນີ້ ແລະ ແກ່ຍາວໄປຈົນຮອດເວລາ 9- 10 ໂມງເຊົ້າຂອງວັນທີ 3 ກໍລະກົດນ້ຳຈຶ່ງລະບາຍອອກໝົດທັງນີ້ອາດເປັນຍ້ອນຮ່ອງລະບາຍໃນເຂດດັ່ງກ່າວສ້າງບໍ່ໄດ້ມາດຕະຖານ ຫຼື ຮ່ອງລະບາຍນ້ຳອຸດຕັນຍ້ອນຂີ້ເຫຍື້ອດັ່ງນັ້ນຈຶ່ງສະເໜີໃຫ້ພາກສ່ວນກ່ຽວຂ້ອງກວດກາຄືນເພື່ອຫາວິທີແກ້ໄຂ ແລະ ບໍ່ສະເພາະແຕ່ເທົ່ານັ້ນໃນມື້ດຽວກັນຍັງມີອີກຫຼາຍເສັ້ນທາງທີ່ເກີດນ້ຳຖ້ວມຂັງຄື: ເສັ້ນທາງເຂດກະຊວງແຮງງານ-ວິທະຍຸແຫ່ງຊາດເສັ້ນທາງຄ້ອຍຕະຫຼາດໂພນສະຫວ່າງ-ຮ້ານອາຫານສາຍໃຈເສັ້ນທາງດອນກອຍລວມທັງອີກຫຼາຍໆເສັ້ນທາງທີ່ເປັນພື້ນທີ່ຕ່ຳ.         ເຖິງຢ່າງໃດກໍຕາມສະພາບນ້ຳຖ້ວມຂັງຕາມເສັ້ນທາງໃນຕົວເມືອງນະຄອນຫຼວງວຽງຈັນແມ່ນໄດ້ເກີດຂຶ້ນເປັນປະຈຳທຸກໆປີ ແລະ ໄດ້ສົ່ງຜົນເຮັດໃຫ້ຫຼາຍເສັ້ນທາງເປ່ເພຍ້ອນນ້ຳອັງຂັງຊຶ່ງມັນໄດ້ສະທ້ອນໄປເຖິງການສິ້ນເປືອງງົບປະມານເປັນຈຳນວນຫຼາຍໃນສ້ອມແປງເສັ້ນທາງທີ່ເປ່ເພເຫຼົ່ານັ້ນໃນແຕ່ລະປີດັ່ງນັ້ນພາກສ່ວນກ່ຽວຂ້ອງຄວນຫາວິທີແກ້ໄຂທີ່ມີປະສິດທິພາບກວ່າເກົ່າພ້ອມທັງເລັ່ງກວດກາຄືນຮ່ອງລະບາຍນ້ຳຕາມເສັ້ນທາງທີ່ມັກກີດນ້ຳຖ້ວມຂັງໄດ້ງ່າຍໃນປັດຈຸບັນພ້ອມທັງປົວແປງໃຫ້ດີຮັບປະກັນໃຫ້ການລະບາຍນ້ຳໄດ້ວ່ອງໄວຕາມມາດຕະຖານ.


ທີ່ມາ ລາວພັດທະນາ
Ad