Top Ad

header ads

ນະຄອນຫລວງວຽງຈັນເອົາໃຈໃສ່ກວດກາສິນຄ້ານຳເຂົ້າບໍ່ຖືກຕ້ອງຕາມລະບຽບ

 
ນັບວ່າເປັນຂ່າວດີສຳລັບຜູ້ຊົມໃຊ້ຢ່າງຍິ່ງພາຍຫລັງພະແນກອຸດສາຫະກຳ ແລະ ການຄ້ານະຄອນຫລວງວຽງຈັນ ໄດ້ເອົາໃຈໃສ່ລົງກວດກາສິນຄ້າທີ່ນຳເຂົ້າບໍ່ຖືກຕ້ອງຕາມລະບຽບສິນຄ້າໝົດອາຍຸການນຳໃຊ້ ແລະ ເກືອດຫ້າມຕ່າງໆຕາມຫ້າງຮ້ານມີນິມາກ ແລະ ຕະ ຫລາດແຫ່ງຕ່າງໆໃນຕົວເມືອງນະຄອນຫລວງວຽງຈັນ.
          ພະແນກອຸດສາຫະກຳ ແລະ ການຄ້ານະຄອນຫລວງ ໃຫ້ຮູ້ວ່າ: ການລົງກວດກາດັ່ງກ່າວແມ່ນປະຕິບັດຕາມພາລະບົດບາດໜ້າທີ່ ແລະ ລະບຽບກົດໝາຍວ່າດ້ວຍການປົກປ້ອງຜູ້ຊົມໃຊ້ ແລະ ຂໍ້ຕົກ ລົງວ່າດ້ວຍມາດຕະການຄວບຄຸມການນຳເຂົ້າການຜະລິດຈຳໜ່າຍຜະລິດຕະພັນຢາສູບ ແລະ ຄ້າຍ ຄືຢາສູບໃນ ສປປ ລາວ ເຊິ່ງນັບແຕ່ເດືອນ
ພຶດສະພາເປັນຕົ້ນມາ ລົງກວດກາຮ້ານຄ້າ, ມີນິມາກ ແລະ ຕະຫລາດໃນ 4 ຕົວເມືອງໄດ້ຈຳນວນ 91 ຫົວໜ່ວຍ ໃນນີ້ມີ 60 ຮ້ານທີ່ຈຳໜ່າຍສິນຄ້າບໍ່ຖືກຕາມລະບຽບການສາມາດຢຶດຢາສູບຕ່າງປະເທດທີ່ບໍ່ຕິດພາສີອາກອນມູນຄ່າຫລາຍກວ່າ 57 ລ້ານກີບ. ນອກຈາກນີ້ ຍັງມີສິນຄ້າປະເພດເຄື່ອງສຳອາງອຸປະໂພກ-ບໍລິໂພກໝົດອາຍຸນຳໃຊ້ ແລະ ສິນຄ້າເກືອດຫ້າມອີກຈຳນວນໜຶ່ງ ເຊິ່ງເຈົ້າໜ້າທີ່ໄດ້ທຳການສຶກສາອົບຮົມບັນດາຮ້ານທີ່ກະທຳຜິດດັ່ງກ່າວພ້ອມທັງຍຶດເອົາສິນຄ້າທີ່ຜິດລະບຽບດັ່ງກ່າວໄປທຳລາຍຖິ້ມ ເພື່ອເປັນການປົກປ້ອງການຜະລິດພາຍໃນ ແລະ ຜົນປະໂຫຍດຂອງຜູ້ຊົມໃຊ້ໃຫ້ໄດ້ຊົມໃຊ້ສິນຄ້າທີ່ມີຄຸນນະພາບ,ບໍ່ເປັນອັນຕະລາຍຕໍ່ສຸຂະ ພາບ ແລະ ປອດໄພຕໍ່ຊີວິດ.
            ພະແນກດັ່ງກ່າວ ໃຫ້ຮູ້ວ່າ: ໃນຕໍ່ໜ້າແມ່ນຈະສືບຕໍ່ຕິດຕາມກວດກາຢ່າງເປັນປົກກະຕິ ແນໃສ່ໂຄສະນາ ແລະ ເຜີຍແຜ່ລະບຽບການໃຫ້ແກ່ຜູ້ຜະລິດນຳເຂົ້າ ແລະ ຈຳໜ່າຍ ບໍ່ໃຫ້ຈຳໜ່າຍສິນຄ້າທີ່ບໍ່ມີຄຸນນະພາບບໍ່ໄດ້ມາດຕະຖານສິນຄ້າປອມແປງສິນຄ້າລອກຮຽນແບບ ແລະ ສິນຄ້າຕ້ອງຫ້າມ ທີ່ສ້າງຄວາມເສຍຫາຍແກ່ຊີວິດສຸຂະພາບ ແລະ ຊັບສິນຂອງຜູ້ຊົມໃຊ້ ເພື່ອເປັນການຍົກສູງສະຕິໃນການເລືອກຊື້ສິນຄ້າຂອງຜູ້ຊົມໃຊ້. ພ້ອມດຽວກັນນັ້ນ ກໍຝາກເຖິງອຳນາດການປົກຄອງທ້ອງຖິ່ນ ແລະ ຂະແໜງການທີ່ກ່ຽວຂ້ອງ ຂໍຄວາມຮ່ວມມືຊ່ວຍເປັນຫູເປັນຕາ ຫາກພົບເຫັນແມ່ນໃຫ້ລາຍງານຕໍ່ເຈົ້າໜ້າທີ່ກວດກາການຄ້າທຸກຂັ້ນ ເພື່ອສະກັດກັ້ນບໍ່ໃຫ້ສິນຄ້າດັ່ງກ່າວແຜ່ລາມ ຫລື ມີຈຳໜ່າຍຢູ່ນະຄອນ ຫລວງວຽງຈັນຢ່າງເດັດຂາດ.

 ແຫຼ່ງຂ່າວ   http://laophatthananews.blogspot.com/2016/06/blog-post_859.html
Ad