Top Ad

header ads

ນາຍົກເນັ້ນໃຫ້ເອົາໃຈໃສ່ກະກຽມກອງປະຊຸມສຸດຍອດອາຊຽນໃຫ້ດີ



 ນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ໄດ້ເນັ້ນໃຫ້ແຕ່ລະອະນຸກກຳມະການກະກຽມກອງປະຊຸມສຸດຍອດອາຊຽນເອົາໃຈໃສ່ໜ້າທີ່ຮັບຜິດຊອບຂອງຕົນໃຫ້ດີຫລັງຈາກເຫັນວ່າກອງປະຊຸມດັ່ງກ່າວທີ່ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບນັ້ນຫຍັບມໍ່ເຂົ້າມາທຸກເວລາແລ້ວ ແລະ ທຸກວຽກຕ້ອງມີແຜນອັນລະອຽດ ບົນຈິດໃຈປະຢັດມັດທະຍັດ ເຊິ່ງການແນະນຳນີ້ໄດ້ມີຂຶ້ນໃນໂອກາດທ່ານນາຍົກລັດຖະມົນຕີໂອ້ລົມຕໍ່ກອງປະຊຸມປຶກສາຫາລື ເພື່ອກະກຽມໃຫ້ແກ່ກອງປະຊຸມລັດຖະມົນຕີອາຊຽນ ຄັ້ງທີ 49ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 2829 ແລະ ກອງປະຊຸມກ່ຽວຂ້ອງອື່ນໆ ເມື່ອບໍ່ດົນມານີ້ ເພື່ອຊີ້ນຳໃຫ້ອະນຸກຳມະການຕ່າງໆເອົາໃຈໃສ່ກະກຽມແຜນວຽກຂອງຕົນໃຫ້ດີ ເປັນຕົ້ນແມ່ນດ້ານເນື້ອໃນຂອດການປະສານງານຂອງກອງເລຂາແມ່ນຕ້ອງຮັບປະກັນຄວາມວ່ອງໄວ ແລະ ທັນການສ່ວນດ້ານການສະແດງສິລະປະຕ່າງໆຕ້ອງຮັກສາໄດ້ເອກະລັກຂອງຊາດ ເພື່ອສ້າງຄວາມປະທັບໃຈໃຫ້ຜູ້ແທນກອງປະຊຸມດັ່ງ
ກ່າວ. ພ້ອມນັ້ນ ກໍເອົາໃຈໃສ່ອຳນວຍຄວາມສະດວກໃຫ້ແກ່ສື່ມວນຊົນຜູ້ເຂົ້ານຳສະເໜີຂ່າວໃຫ້ຮັບປະກັນ ໂດຍສະເພາະລະບົບອິນເຕີເນັດໃຫ້ມີຄວາມວ່ອງໄວທັນການ, ເອົາໃຈໃສ່ປັບປຸງລະບົບກວດກາເຂົ້າ-ອອກໃນສະໜາມບິນໃຫ້ດີ ເພື່ອສະກັດກັ້ນພະຍາດຕ່າງໆທີ່ອາດເກີດຂຶ້ນ ນັບທັງຄວາມປອດໄພຂອງອາຫານການກິນ ແລະ ອັນສຳຄັນໜຶ່ງແມ່ນເອົາໃຈໃສ່ປຸກລະດົມໃຫ້ປະຊາຊົນບັນດາເຜົ່າ ໂດຍສະເພາະຊາວນະຄອນຫລວງວຽງຈັນມີສະຕິຕື່ນຕົວໃນການປົກປັກຮັກສາຄວາມສະອາດປະດັບປະດາ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງຕົວເມືອງ ເພື່ອເຮັດໃຫ້ນະຄອນຫລວງມີຄວາມສະອາດງາມຕາ ແລະ ໜ້າທ່ຽວຊົມ,ສ່ວນການນຳໃຊ້ງົບປະມານແມ່ນໃຫ້ປະຕິບັດຕາມແຜນການທີ່ກຳນົດຢ່າງລະອຽດຈະແຈ້ງບົນຈິດໃຈປະຢັດມັດທະຍັດສົມເຫດສົມຜົນ ແລະ ພິເສດແມ່ນໃຫ້ເອົາໃຈໃສ່ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເພື່ອເຮັດໃຫ້ການເປັນເຈົ້າພາບຈັດກອງປະຊຸມຄັ້ງສຳຄັນນີ້ດຳເນີນໄປດ້ວຍຜົນສຳເລັດຈົບງາມ ທັງເປັນການຍົກສູງຖານະບົດບາດຂອງ ສປປ ລາວ ສູງເດັ່ນຂຶ້ນໃນເວທີສາກົນ.



ທີ່ມາ ລາວພັດທະນາ
Ad