Top Ad

header ads

ຜູ້ປະກອບການປຸງແຕ່ງໄມ້ ຕ້ອງປະຕິບັດຕາມລະບຽບຢ່າງເຂັ້ມງວດ


ວັນ​ທີ 4 ກໍລະກົດ 2016 ຢູ່ທີ່​ພະ​ແນກ​ອຸດສາຫະກຳ ແລະ ການ​ຄ້າ ນະຄອນຫຼວງ​ວຽງ​ຈັນ (​ອກ.ນວ) ຈັດ​ກອງ​ປະຊຸມ​ເຜີຍແຜ່​ວຽກ​ງານ​ ການ​ຄຸ້ມ​ຄອງ​ໂຮງງານ​ອຸດສາຫະກຳ​ປຸງ​ແຕ່ງ​ໄມ້ ແລະ ເຟີ​ນີ​ເຈີ​ໂດຍ​ການ​ເປັນ​ປະທານ​ຂອງ​ທ່ານ ເບີ​ລິນ ເພັດ​ຈັນທະ​ລາດ ຫົວໜ້າ​ພະ​ແນກ ​ອກ.ນວ ເຊິ່ງ​ມີ​ບັນດາ​ຜູ້​ປະກອບການ​ກ່ຽວ​ກັບ​ໄມ້ ແລະ ພາກສ່ວນ​ທີ່​ກ່ຽວຂ້ອງ​ເຂົ້າ​ຮ່ວມ.
ການ​ເຜີຍແຜ່​ປະກອບ​ມີ ຄຳສັ່ງ​ວ່າ​ດ້ວຍ​ການ​ເພີ່ມ​ທະວີ​ຄວາມເຂັ້ມ​ງວດ​ໃນ​ການ​ຄຸ້ມ​ຄອງ ແລະ ກວດກາ​ການ​ຂຸດ​ຄົ້ນ​ໄມ້​ເຄື່ອນຍ້າຍ​ໄມ້ ແລະ ທຸລະ​ກິດ​ໄມ້ ແຈ້ງການ​ວ່າ​ດ້ວຍ​ການ​ຜັນ​ຂະຫຍາຍ ແລະ ການຈັດຕັ້ງ​ປະຕິບັດ​ຄຳ​ສັ່ງເລກ​ທີ 15/​ນຍ ຄຳ​ສັ່ງ​ແນະນຳຂອງ​ລັດຖະມົນຕີ​ກະຊວງ​ອຸດ​ສາຫະ​ກຳ ແລະ ການ​ຄ້າ ແລະ ແຈ້ງ​ການ ການ​ຂຶ້ນ​ບັນຊີ​ໄມ້​ທີ່ຄ້າງ​ຄາ ແລະ ຜະລິດ​ຕະ​ພັນ​ໄມ້ເຄິ່ງ​ສຳເລັດ​ຮູບ​ພາຍ​ໃນ​ໂຮງງານ.
ເພື່ອ​ເຮັດ​ໃຫ້ການ​ຄຸ້ມ​ຄອງການ​ຜະລິດ ແລະ ການ​ດຳເນີນ​ທຸລະ​ກິດ​ອຸດສາຫະກຳ​ປຸງ​ແຕ່ງ​ໄມ້​ມີປະສິດທິພາບ ແລະ ປະ​ສິດທິ​ຜົນສູງ ທັງ​ມີ​ຄວາມ​ເປັນ​ເອກະ​ພາບໃນ​ຂອບ​ເຂດ​ທົ່ວ​ປະເທດ ແນໃສ່ໃຫ້​ສອດຄ່ອງ​ຕາມ​ຄຳ​ສັ່ງເລກ​ທີ 15/​ນຍ ກົມ​ອຸດສາຫະກຳ ແລະ ຫັດຖະກຳ ກະຊວງ​ອຸດສາຫະກຳ ແລະ ການ​ຄ້າ ຈຶ່ງ​ໄດ້​ແຈ້ງ​ການມາ​ຍັງ​ພະ​ແນກ​ອຸດສາຫະກຳ ແລະ ການ​ຄ້າແຂວງ ນະຄອນຫຼວງ​ ຮັບ​ຊາບ ແລະ ລົງ​ເກັບ​ກຳ​ຂໍ້ມູນ​ນຳ​ໂຮງງານ​ອຸດສາຫະກຳປຸງ​ແຕ່ງ​ໄມ້ຄື: ໃຫ້​ຂຶ້ນ​ບັນຊີ​ໄມ້ທ່ອນ​ທັງ​ໝົດ​ທີ່​ມີ​ຢູ່​ໃນ​ໂຮງງານ​ໃນ​ປັດຈຸບັນ ​ພ້ອມ​ທັງ​ໃຫ້​ລະບຸ​ຊະນິດພັນ​ໄມ້ ແລະ ບໍ​ລິ​ມາດ​ເພື່ອ​ຕິດຕາມ​ຂຶ້ນ​ບັນຊີ​ຜະລິດ​ຕະ​ພັນ​ໄມ້ທັງ​ໝົດ ທີ່​ໄດ້​ທຳ​ການ​ຜະລິດ​ພາຍໃນ​ໂຮງງານ.
ທັງ​ນີ້ ກໍ່​ເພື່ອ​ເຮັດ​ໃຫ້ການ​ຈັດຕັ້ງ​ປະຕິບັດ​ວຽກ​ງານ​ຄຸ້ມ​ຄອງ​ປ່າໄມ້ ທຸລະ​ກິດ​ໄມ້ ການ​ຂຸດ​ຄົ້ນ​ໄມ້ ປຸງ​ແຕ່ງ​ໄມ້ ແລະ ຊື້-ຂາຍ​ໄມ້ ໃຫ້​ມີ​ຄວາມ​ເຂັ້ມ​ງວດ​ຕາມ​ກົດໝາຍ ແລະ ລະບຽບ​ການ​ຕ່າງໆ ທີ່​ລັດຖະບານ​ໄດ້​ວາງ​ອອກ​ໃຫ້​ມີຄວາມ​ສັກສິດ​ທັງ​ເປັນ​ການ​ສະກັດ​ກັ້ນ ຕ້ານ ແລະ ແກ້​ໄຂ​ປາກົດການ​ຫຍໍ້ທໍ້​ດ້ານ​ຕ່າງໆ ​ໃນ​ຂົງເຂດ​ວຽກ​ງານ​ປ່າໄມ້​ໃຫ້​ຫຼຸດ​ລົງ ແລະ ໝົດ​ໄປ​ເທື່ອ​ລະ​ກ້າວ.



ຂໍຂອບໃຈຂໍ້ມູນຈາກ: ໜັງສືພິມລາຍວັນ-ວຽຽຈັນໃໝ່

Ad