Top Ad

header ads

ມິນິ ເອັງເຈີ ປ່ອຍຊິງເກິລໃຫມ່ ພາກຕໍ່ 'ຂ້ອຍບໍ່ແມ່ນນາງຟ້າ'


ໂດ່ງດັງແບບທະລົ່ມທະລາຍ ຈົນເປັນກະແສຮັອດຮິດທົ່ວບ້ານເມືອງສຳລັບເພງຂ້ອຍບໍ່ແມ່ນນາງຟ້າ ຂອງສາວມິນິເອັງເຈີ້ ສະນັ້ນ, ທາງຄ້າຍທີເຄຊາວລາວກັບສາວມິນິ ຈິ່ງໄດ້ມີຜົນງານເພງໃຫມ່ມາຕ້ອນມາຝາກໃຫ້ແຟນໆໄດ້ຊື່ນຊົມ ກັບຜົນງານເພງທີ່ມີຊື່ວ່າ ເທວະດາຟ້າເອີ່ຍ. ມິນິເອັງເຈີ້ໄດ້ໃຫ້ສຳພາດວ່າ: ສຳລັບຜົນງານເພງ*ເທວະດາຟ້າເອີຍ* ເລີ່ມອັດ 25.6.2016 ແລະປ່ອຍຜົນງານເພງວັນທີ 01.07.2116 ສຳລັບຄົນຜະລິດ ທຸກໆຢ່າງ ແມ່ນຂຶ້ນກັບມິນິ ໝົດ ສຳລັບເອັມວີແມ່ນຈະແລ້ວສົມບູນປະມານຕົ້ນເດືອນສິງຫາ.ເນື້ອໃນຂອງເພງແມ່ນຕໍ່ຈາກຜົນງານເພງທຳອິດຂອງມິນິ ເອັງເຈີ້ນັ້ນກໍຄືເພງ * ຂ້ອຍບໍແມ່ນນາງຟ້າ* ທີ່ເວົ້າເຖິງສາວຄົນໜຶ່ງ ທີ່ ຮັກແຟນ ສຸດຫົວໃຈ ແຕ່ລາວກໍຈະບໍ່ສາມາດໃຫ້ທຸກສິ່ງທຸກຢ່າງ ກັບແຟນລາວທັງໝົດໃດ ເພາະລາວອາດຈະບໍ່ແມ່ນນາງຟ້າສຳລັບ ຄົນໆນັ້ນ ແລະ ສຳລັບຜົນງານເພງ ເທວະດາຟ້າເອີຍ ສາວຄົນນິ້ທີ່ມີຄວາມຈິງໃຈ ທີ່ມອບຮັກແທ້ໃຫ້ກັບຊາຍຄົນໜຶ່ງທີ່ຄິດວ່າຊາຍຄົນນີ້ຈະເປັນຄົນສຸດທ້າຍທີ່ຈະເຂົ້າມາເປັນຄູ່ຄຽງຂ້າງ ແຕ່ແລ້ວສິ່ງທີ່ສາວຄົນນີ້ຄິດກໍບໍເປັນຈິ່ງ ແລະ ສຸດທ້າຍລາວກໍອົກຫັກອີກຄັ້ງ. ແນວໃດກໍຂໍຝາກຜົນງານເພງໃຫມ່ ເພງເທວະດາຟ້າເອີ່ຍໄວ້ໃນອ້ອມໃຈຂອງແຟນໆທຸກຄົນຮັບຮອງມິນິບໍ່ເຮັດໃຫ້ຜິດຫວັງແນ່ນອນ!. ແຟນເພງຂອງສາວມິນິສາມາດເຂົ້າໄປຮັບຊົມແລະຮັບຟັງຜົນງານເພງຂອງສາວນາງຟ້າສຽງໃສຄົນນີ້ໄດ້ແລ້ວທີ່youtube ແລະເຟຊບຸກຂອງສາວມິນິ Facebook: ພີເຈ ມິນິເອັງເຈີ້

ທີ່ມາແຫຼ່ງຂ່າວ: kidork.com

Ad