Top Ad

header ads

ຫຼາຍເສັ້ນທາງມີສະພາບເປ່ເພໝັກ



ໃນຫຼາຍວັນຜ່ານມາມີສະພາບຝົນຕົກຢ່າງຕໍ່ເນື່ອງ, ສົ່ງຜົນເຮັດໃຫ້ຖະໜົນຫົນທາງຫຼາຍສາຍຖືກເປເພ່, ເຊາະເຈື່ອນ, ເປັນບວກ, ເປັນຂຸ່ມ, ສ້າງຄວາມຫຍຸ້ງຍາກລຳບາກໃຫ້ແກ່ການສັນຈອນໄປມາຫຼາຍພໍສົມຄວນ, ໂດຍສະເພາະແມ່ນເສັ້ນທາງເຊື່ອມຕໍ່ລະຫວ່າງແຂວງທາງພາກເໜືອ ແລະ ນັບທັງເສັ້ນທາງຕ່າງໆໃນນະຄອນຫຼວງວຽງຈັນກໍໄດ້ຮັບຜົນກະທົບເຊັ່ນກັນ, ມີຫຼາຍເສັ້ນທາງຢູ່ໃນສະ ພາບເກົ່າແກ່ຊຸດໂຊມ, ບວກກັບນ້ຳອັງຂັງກໍຍິ່ງເປ່ເພຮ້ານແຮງຂຶ້ນ, ສ້າງຄວາມລຳບາກໃຫ້ການສັນຈອນໄປມາຂອງປະຊາຊົນ, ໂດຍສະເພາະແມ່ນເສັ້ນທາງຕານມີໄຊ-ໜອງບຶກ, ດົງນາໂຊກ-ຄິວລົດສາຍເໜືອ, ສີໄຄ-ໜອງບຶກ ແລະ ເສັ້ນທາງຊອຍອື່ນໆ,ໃນນະຄອນຫຼວງວຽງຈັນກໍຕົກຢູ່ໃນສະພາບກືນບໍ່ເຂົ້າຄາຍບໍ່ອອກ ດັ່ງນັ້ນພາກສ່ວນກ່ຽວຂ້ອງຕ້ອງໄດ້ເອົາໃຈໃສ່ປັບປຸງແກ້ໄຂໂດຍໄວ, ເພື່ອບໍ່ໃຫ້ມີການເປ່ເພໄປຫຼາຍກວ່ານີ້ ແລະ ເພື່ອຮັບປະກັນໃຫ້ການສັນຈອນໄປມາມີຄວາມສະດວກສະບາຍ, ຫຼຸດຜ່ອນສະພາບອຸປະຕິເຫດ ແລະ ຄຽງຄູ່ກັນນັ້ນຕ້ອງຮີບຮ້ອນອະນາໄມຕະຄອງຮ່ອງນ້ຳໃຫ້ດີ, ເພື່ອບໍ່ຫໃຫ້ເກີດນ້ຳຖ້ວມຂັງຄືດັ່ງຜ່ານມາ.   

ທີ່ມາແຫຼ່ງຂ່າວ: ໜັງສືພິມລາຍວັນ ລາວພັດທະນາ
Ad