Top Ad

header ads

ນັກຂ່າວລົງຢ້ຽມຢາມ ສຳຜາດ ທ້າວ ພູດອຍຜູ້ຊາຍສູງທິ່ສຸດໃນປະເທດລາວ



ຂປລ. ບ່າຍວັນທີ 1/7/2016, ເຄື່ອນໄຫວສຳພາດຊີວິດການເປັນຢູ່ຂອງ ທ້າວ ພູດອຍ ໄຊຍະຈັກ ອາຍຸ 26 ປີ, ສູງ 223 ຊັງຕີແມັດ ປະຊາຊົນ ບ້ານນ້ຳໃສເທິງ ເມືອງປະທຸມພອນ ແຂວງຈຳປາສັກ, ຜູ້ກ່ຽວເປັນກຳລັງສຳຄັນ ເປັນແຮງງານຕົ້ນຕໍຂອງຄອບຄົວ.

 ເຊິ່ງຕອນນີ້ຊີວິດການເປັນຢູ່ມີຄວາມຫຍຸ້ງຍາກຫຼາຍ ເພາະເປັນພະຍາດເບົາຫວານ ເຮັດວຽກໜັກກໍ່ບໍ່ໄດ້, ນອກນີ້ຍັງຂາດເຂີນເຄື່ອງນຸ່ງຫົ່ມ ແລະ ເກີບໃສ່ ເພາະຂະໜາດຂອງເຄື່ອງນຸ່ງຫົ່ມບໍ່ມີຂາຍໃນຕະຫຼາດ, ຈິ່ງຂໍວອນຜູ້ທີ່ມີນ້ຳໃຈມະນຸດສະທຳ, ມີໃຈບຸນໃຈກຸສົນ ຈົ່ງໄດ້ໃຫ້ຄວາມຊ່ວຍເຫຼືອຕາມຄວາມເໝາະ.
ຖ້າບຸກຄົນ, ນິຕິບຸກຄົນ ຫຼື ພາກສ່ວນອົງການຈັດຕັ້ງ ສາມາດຕິດຕໍ່ກັບຂ້າພະເຈົ້າໄດ້ ທີ່ໝາຍເລກໂທລະສັບ 020 9524 2233, 030 9739 189.







ໂດຍ:ທູນທອງໃຈ
CR: ຂ່າວເດັ່ນ ຂ່າວດັງ
Ad