Top Ad

header ads

ຕັບ​ໄກ່​ບົດ ​​ແຊບ​ຖືກ​ປາກອາຫານ​ບຳລຸງ​ສະໝອງ​ເດັກ



ສ່ວນປະສົມ:  ເນີຍສົດ 55 ກຣາມ, ຫົວຜັກບົ່ວແຫ້ງຊອຍລະອຽດ 1 ຫົວ, ກະທຽມ1 ງີມ, ຕັບໄກ່ 110 ກຣາມ, ເກືອ, ພິກໄທຢ່າງລະ ½ ບ່ວງກາເຟ ,ເຂົ້າຈີ່ຕັດ 2 ແຜ່ນ.
  • ວິທີ​ປຸງ:
  1. ລະລາຍ​ເນີຍ​ເຄິ່ງໜຶ່ງລົງ​ໃນໝໍ້​ໃຊ້​ໄຟ​ປານ​ກາງ​ເພື່ອ​ຂົ້ວ​ຫົວຜັກ​ບົ່ວ​ຈົນ​ສຸກ​ນຸ່ມ ​ແຕ່​ລະວັງ​ຢ່າ​ໃຫ້​ສີ​ເຂັ້ມ​ຈົນ​ເກີນ​ໄປ.
  2. ຕື່ມ​ ກະທຽມລົງ​ຂົ້ວ​ແລ້ວ​ຈຶ່ງ​ນຳ​ດ້ວຍ​ຕັບ​ໄກ່ທີ່​ກຽມ​ໄວ້​ຂົ້ວ​ຕໍ່​ໄປ​ຈົນ​ ກະທັ້ງມີ​ສີ​ນໍ້າຕານ ​ແລະ ສຸກ​ທົ່ວ​ກັນ​ປຸງ​ລົດ​ຊາດ​ດ້ວຍ​ເກືອ ​ແລະ ພິກ​ໄທ(ຖ້າ​ຕ້ອງການ).
  3. ຕັກ​ ເຄື່ອງ​ປະສົມ​ທັງໝົດ ​ແລະ ​ເນີຍ​ອີກ​ເຄິ່ງໜຶ່ງລົງ​ໃນ​ເຄື່ອງ​ປັ່ນອາຫານ​ປັ່ນ​ໃຫ້​ລະອຽດ​ແລ້ວ ​ຕັກ​ສ່ວນ​ປະສົມ​ອອກ​ມາ​ຜ່ານ​ຕາ​ໜ່າງ​ຖີ່ໆ​ ເພື່ອ​ໃຫ້​ໄດ້​ຕັບ​ບົດ​ທີ່​ລະອຽດຂຶ້ນ​ຕື່ມ​ແລ້ວ​ຕັກ​​ໃສ່​ຖ້ວຍ​ນຳ​ໄປ​ແຊ່​​ ເຢັນ​ ເພື່ອ​ໃຫ້​ສ່ວນ​ປະສົມ​ທັງໝົດ​ເຂົ້າກັນ​ດີ.
  • ຄຸ່ນຄ່າ​ທາງ​ອາຫານ:  ​ເນື່ອງ​ຈາກ​ຕັບ​ໄກ່​ມີ​ວິຕາມິນ​ບີ 12 ຈຶ່ງ​ຊ່ວຍ​ໃຫ້​ສະໝອງ​ເດັກ​ມີ​ຄວາມ​ແຂງ​ແຮງ ​ແລະ ຊ່ວຍ​ບຳລຸງ​ເລ​ືອດທີ່​ຈຳ​ເປັນ​ຕໍ່​ການຈະ​ເລີ​ນ​ເຕີບ​ໂຕ​ຂອງ​ສະໝອງ.
Cr: news.com
Ad