Top Ad

header ads

ຟ່ານ ບິງບິງ ງົດງາມດັ່ງນາງໃນເທບນິຍາຍ


ຫຼາຍຄົນຄົງຮູ້ຈັກກັບ ຟ່ານ ບິງບິງ (Fan Bingbing) ນາງເປັນນັກສະແດງ ແລະ ເປັນນັກຮ້ອງຊາວຈີນຄົນໜຶ່ງທີ່ມີຊື່ສຽງໂດ່ງດັງທີ່ສຸດໃນອີຊີ ແລະ ໂດ່ງດັ່ງທົ່ວໂລກ ເຖິງຕອນນີ້ນາງຈະມີອາຍຸໄດ້ 34 ປີແລ້ວ ແຕ່ນາງກໍ່ຍັງງາມເລີດເໝືອນອາຍຸປະມານ 20 ປີ ນອກຈາກນາງຈະມີຜົນງານດ້ານການບັນເທີງທີ່ໂດດເດັ່ນເຊັ່ນ: ຮູບເງົາເລື່ອງ ອົງຫຍິງກຳມະລໍ, The Lion Roars (2002), Lost in Beijing (2006),The White Haired Witch of Lunar Kingdom ( 2014), Iron Man 3, Iron Man ແລະ Iron Man 2 ອອກສາຍໃນປີ (2013), X-Men: Days of Future Past (2014) ແລະ ນາງຍັງໄດ້ຮອງເພງປະກອບຮູບເງົາຂອງຈີນອີກຫຼາຍເລື່ອງ ແຖມ ຟ່ານ ບິງບິງ ຍັງເປັນ fashion icon ຂອງອາຊີອີກດ້ວຍ ສ່ວນຄວາມງາມຂອງນາງນັ້ນຕ້ອງບອກເລີຍວ່າເໜືອຄຳບັນຍາຍ ເພາະງາມແບບບໍ່ມີບ່ອນຕຳນິເລີຍກໍ່ວ່າໄດ້


ມື້ນີ້ເຮົາເລີຍມີຮູບແຕ້ມ ຟ່ານ ບິງບິງ ມາໃຫ້ເບິ່ງ ບອກໄດ້ຄຳດຽວເລີຍວ່າ ນາງງາມເໝືອນດັ່ງເທບທິດາໃນເທບນິຍາຍແທ້ໆ






ທີ່ມາແຫຼ່ງຂ່າວ: Laopost.com

Ad